ມະຫາວິທະຍາໄລ ວິທະຍາສາດສຸຂະພາບ (ມວສ) ມອບ-ຮັບອາຄານຫຼັງໃໝ່ ທີ່ບ້ານຊຽງດາ ວິທະຍາເຂດດົງໂພສີ

ພິທີມອບ-ຮັບອາຄານມະຫາວິທະຍາໄລ ວິທະຍາສາດສຸຂະພາບ (ມວສ) ຫຼັງໃໝ່ ທີ່ບ້ານຊຽງດາ ວິທະຍາເຂດດົງໂພສີ ເມືອງໄຊເຊດຖາ ດ້ວຍມູນຄ່າກໍ່ສ້າງທັງໝົດ 69 ຕື້ກວ່າກີບ ໄດ້ຈັດຂຶ້ນວັນທີ 11 ກັນຍາ 2019 ນີ້ ໂດຍກ່າວມອບຂອງທ່ານສົມຫວັງ ວົງວິໄລ ອໍານວຍການບໍລິສັດຈິດຈະເລີນກໍ່ສ້າງ ຈໍາກັດຜູ້ດຽວ ແລະ ກ່າວຮັບຂອງທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ຈາກນັ້ນໄດ້ມອບຕໍ່ໃຫ້ທ່ານ ພູທອນ ວັງກອນວິໄລ ວ່າການອະທິການບໍດີ ມວສ ໂດຍມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ໂຄງການກໍ່ສ້າງດັ່ງກ່າວເປັນອາຄານ 4 ຊັ້ນ ແລະ ມີສະໂມສອນໃຫຍ່ 1 ຫຼັງ ເນື້ອທີ່ໃນການກໍ່ສ້າງທັງໝົດ 7.970,5 ຕາແມັດ ປະກອບມີຫ້ອງການຄະນະບໍດີ 4 ຫ້ອງ ຫ້ອງການວິຊາການ 4 ຫ້ອງ ຫ້ອງການບັນດາພະແນກການ 2 ຫ້ອງ ຫ້ອງປະຊຸມນ້ອຍ 1 ຫ້ອງ ຫ້ອງທົດລອງການແພດ 5 ຫ້ອງ ຫ້ອງລັງສີ 1 ຫ້ອງ ຫ້ອງກາຍຍະບຳບັດ 3 ຫ້ອງ ຫ້ອງຊ່າງອົງຄະທຽມ 1 ຫ້ອງ ມີຫ້ອງຮຽນສາມາດບັນນັກສຶກສາໄດ້ 25-35 ຄົນ 23 ຫ້ອງ ແລະ ຫ້ອງສາມາດບັນຈຸນັກສຶກສາໄດ້ 50-60 ຄົນ ຈຳນວນ 3 ຫ້ອງ.

ແຕ່ຫ້ອງມີລະບົບເຄື່ອງປັບອາກາດ ເຄື່ອງສຽງ ເຄື່ອງເຊື່ອມຕໍ່ ແລະ ຕິດຕໍ່ສື່ສານ ຕິດຕັ້ງລະບົບໄຟຟ້າຮັບໃຊ້ພາຍໃນ ແລະ ພາຍນອກອາຄານ ກໍ່ສ້າງເສັ້ນທາງເບຕົງສັນຈອນພາຍໃນ ດິ່ນເບຕົງ ບ່ອນຈອດລົດ ກຳແພງອ້ອມຮອບ ປະຕູໂຂງ ປ້ອມຍາມ ແລະ ອື່ນໆ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,