ກະຊວງປ້ອງກັນປະເທດ ປະກາດສ້າງຕັ້ງກອງພັນໃຫຍ່ 621

ກະຊວງປ້ອງກັນປະເທດໄດ້ຈັດພິທີປະກາດສ້າງຕັ້ງ ແລະ ແຕ່ງຕັ້ງບັນ ດາຫົວໜ້າ ແລະ ຮອງຫົວໜ້າ ກອງພັນໃຫຍ່ 621, ຢູ່ທີ່ສະໂມສອນຫ້ອງວ່າການກະ ຊວງປ້ອງ ກັນປະເທດ, ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງ ກັນປະເທດ, ມີຄະນະພັກຄະນະ ນໍາກະຊວງປ້ອງກັນປະເທດ, ຄະນະພັກຈາກ 4 ກົມໃຫຍ່ ແລະ ຫ້ອງວ່າການກະຊວງປ້ອງກັນ ປະເທດ, ເຈົ້າແຂວງບໍລິຄໍາໄຊ, ເຈົ້າເມືອງບໍລິຄັນ ແລະ ເມືອງ ວຽງທອງ, ບັນດາກົມທີ່ຂຶ້ນກັບ 4 ກົມໃຫຍ່, ກອງບັນຊາການທະ ຫານແຂວງບໍລິຄໍາໄຊ, ຜູ້ຕາງ ໜ້າກົມວິທະຍາສາດປະຫວັດ ສາດກອງທັບ, ຄະນະກົມປືນ ໃຫຍ່, ກອງພັນໃຫຍ່ 605, ກອງ ວັດແທກ 32, ກອງພັນ 615 ແລະ ບໍລິສັດເອເຊຍພັດທະນາ ແລະ ກໍ່ ສ້າງເຂົ້າຮ່ວມ.

ສະຫາຍ ພົນຈັດຕະວາ ວົງ ແກ້ວ ວົງພິລາ ຫົວໜ້າກົມປືນ ໃຫຍ່ໄດ້ລາຍງານການກະກຽມ ສ້າງຕັ້ງກອງພັນໃຫຍ່ 621, ໂດຍ ອີງໃສ່ແຜນຍຸດທະສາດປັບປຸງ ແລະ ກໍ່ສ້າງກໍາລັງ, ອີງຕາມຄໍາ ສັ່ງຂອງກົມໃຫຍ່ເສນາວ່າດ້ວຍ ການກະກຽມສ້າງຕັ້ງກອງພັນ ໃຫຍ່ 621.

ດັ່ງນັ້ນ, ກົມປືນ ໃຫຍ່ຫນ້າດິນຈຶ່ງໄດ້ສົມທົບກັບ ພາກສ່ວນກ່ຽວຂ້ອງໄດ້ຈັດຕັ້ງ ປະຕິບັດແຜນຍຸດທະສາດປັບ ປຸງ ແລະ ກໍ່ສ້າງກໍາລັງຂອງກະຊວງ ປ້ອງກັນປະເທດກໍຄືຄໍາສັ່ງຂອງ ກົມໃຫ່ເສນາທິການໃນການກະກຽມການສ້າງຕັ້ງກອງພັນໃຫຍ່ ເລກທີ 621 ໃຫ້ໄປຕາມລະບຽບ ຫຼັກການ ແລະ ທັນເວລາ ສະນັ້ນ, ຈຶ່ງໄດ້ປະສານສົມ ທົບກັບພາກ ສ່ວນກ່ຽວຂ້ອງສະເໜີຂັ້ນເທິງ ອອກຂໍ້ຕົກລົງແຕ່ງຕັ້ງຄະນະຊີ້ ນໍາ ແລະ ອະນຸກໍາມະການຕໍ່ກັບ ບັນດາວຽກງານຕ່າງໆດັ່ງນີ້:

ແຕ່ງຕັ້ງຄະນະຊີ້ນໍາ ແລະ ອະນຸ ກໍາມະການຈັດຊື້-ຈັດຫາພາຫະ ນະ, ການຄຸ້ມຄອງການກໍ່ສ້າງພື້ນຖານໂຄງລ່າງ, ຄົ້ນຄວ້າກໍາ ນົດໂຄງປະກອບການຈັດຕັ້ງ, ຕໍາ ແຫນ່ງງານ, ຈໍານວນພົນ, ການ ປະກອບພາຫະນະ, ຊອກຫາສະ ຖານທີ່ຕັ້ງກອງພັນໃຫຍ່ 621. ສະຫາຍ ພັນເອກ ສົມພອນ ມິດຕະພອນ ຫົວໜ້າກົມກຳລັງພົນ ໄດ້ຜ່ານຂໍ້ຕົກລົງສ້າງຕັ້ງ ກອງພັນໃຫຍ່ 621 ແລະ ຂໍ້ຕົກ ລົງໂອນ-ມອບກອງພັນ3/ກອງ ຮ້ອຍ 165 ແຂວງບໍລິຄໍາໄຊ ໃຫ້ຂຶ້ນກັບກອງພັນໃຫຍ່ 621, ກະຊວງປ້ອງກັນປະເທດຕົກລົງ ສ້າງຕັ້ງກອງພັນໃຫຍ່ໝາຍ ເລກລະຫັດ 621 ຂຶ້ນ ກັບກະຊວງປ້ອງກັນປະເທດ, ໂດຍກອງ ພັນໃຫຍ່ 621 ແມ່ນຫົວໜ່ວຍ ການຈັດຕັ້ງໜຶ່ງພາຍໃຕ້ການ ຊີ້ນໍາໂດຍກົງຮອບດ້ານຈາກກະ ຊວງປ້ອງກັນປະເທດ, ກົມໃຫຍ່ ເສນາເປັນຜູ້ຊີ້ນໍາ-ບັນຊາທາງ ດ້ານວິຊາສະເພາະ, ເຕັກນິກ ແລະ ການປະກອບ, ໂດຍເປັນ ຫົວ ໜ່ວຍກົມກອງໜຶ່ງທີ່ເປັນກໍາລັງ ແຮງຕົ້ນຕໍຂອງກະຊວງປ້ອງ ກັນປະເທດ. ພ້ອມນີ້, ຍັງໄດ້ປະກາດບົ່ງຕົວແຕ່ງຕັ້ງຄະນະພັກ ແລະ ແຕ່ງຕັ້ງບັນດາຫົວ ໜ້າ-ຮອງຫົວໜ້າກອງພັນໃຫຍ່ 621 ດັ່ງນີ້:

ສະຫາຍ ພັນໂທ ຈູມສີ ສີທະນົງ ເປັນເລຂາຄະນະພັກ, ທັງເປັນຫົວໜ້າການເມືອງ, ສະຫາຍ ພັນເອກ ວິລະຈິດ ວິວາວົງ ເປັນຮອງເລຂາຄະນະພັກ, ທັງ ເປັນຫົວໜ້າການທະຫານ, ສະຫາຍ ພັນໂທ ພອນໄຊ ກັນຍາ ທອນ ເປັນກຳມະການຄະນະພັກ, ປະທານກວດກາພັກ, ເປັນຮອງຫົວໜ້າການເມືອງ, ທັງເປັນ ຫົວໜ້າພະແນກການເມືອງ, ສະ ຫາຍ ພັນໂທ ຄຳກອງ ພອນມະນີ ເປັນກຳມະການຄະນະພັກ ຮອງຫົວໜ້າການທະຫານ, ທັງເປັນຫົວໜ້າພະແນກເສນາທິການ, ສະຫາຍ ພັນໂທ ວັນໄຊ ວົງປັນຍາ ເປັນກຳມະການຄະນະພັກ, ເປັນຮອງຮັບ ຜິດຊອບວຽກງານ ພະລາທິການ, ທັງເປັນຫົວໜ້າ ພະແນກພະລາທິການ, ສະຫາຍ ພັນໂທ ຄຳຜອງ ມະນີທອງ ເປັນ ກຳມະການຄະນະພັກ, ເປັນຮອງ ຮັບຜິດຊອບວຽກງານເຕັກ ນິກ, ທັງເປັນຫົວໜ້າພະແນກເຕັກ ນິກ, ສະຫາຍ ພັນໂທ ອຸ່ນເຮືອນ ພຸດທະວົງ ເປັນກຳມະການຄະນະພັກ.

ໂອກາດນີ້ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ ໃຫ້ກຽດໂອ້ລົມຕໍ່ພະນັກງານທີ່ ໄດ້ຮັບໜ້າທີ່ໃໝ່ເອົາ ໃຈໃສ່ປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ ສົມກັບຂັ້ນເທິງໄດ້ມອບໝາຍ ໜ້າທີ່ໃຫ້, ຕ້ອງເພີ່ມທະວີຄວາມ ຮັກແພງເຊິ່ງກັນ ແລະ ກັນ, ເຮັດວຽກຕ້ອງມີແບບແຜນ, ຕ້ອງສຶກ ສາໃຫ້ລະອຽດ, ປືກສາໃນໝູ່ຄະນະແລ້ວຈຶ່ງຄ່ອຍປະຕິບັດ, ຕ້ອງຊອກຮູ້ສຶກສາຮໍ່າຮຽນເພື່ອນໍາເອົາຄວາມຮູ້ໃໝ່ໆມານໍາໃຊ້ໃນ ໜ້າວຽກຕົວຈິງ, ເພື່ອຮັບປະກັນ ທາງດ້ານວຽກງານປ້ອງກັນຊາດ, ຕ້ອງປັບປຸງກໍ່ສ້າງກໍາລັງຮອບ ດ້ານຢູ່ສະເໝີ, ພະນັກງານສືບ ທອດຕ້ອງເລືອກເອົາຜູ້ທີ່ມີຄວາມ ສາມາດໃນວຽກທີ່ຈະປະຕິບັດ ເພື່ອຮັບປະກັນຄຸນະພາບ ແລະ ທີ່ ສໍາຄັນເຮັດວຽກຕ້ອງມີແບບ ແຜນທັນສະໄໝ ເພື່ອພັດທະນາ ທາງດ້ານວຽກງານປ້ອງກັນ ຊາດຂຶ້ນເປັນກ້າວໆ.

ໂດຍ: ແສງເດືອນ Lao Army

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຄວນເຮັດແນວໃດ ເມື່ອຕ້ອງອອກກຳລັງກາຍຍາມຝົນ!

ຊ່ວງໜ້າຝົນແບບນີ້ ຄົນທີ່ມັກອອກກຳລັງກາຍກາງແຈ້ງເປັນປະຈຳ ອາດຈະປ່ຽນເປັນການອອກກຳລັງກາຍໃນຮົ່ມແທນ ແຕ່ບາງຄົນຍັງມັກອອກກຳລັງກາຍກາງແຈ້ງຫຼາຍກວ່າ ເຊິ່ງອາດຈະໃຊ້ວິທີເລື່ອນເວລາໄປໃນຕອນທີ່ຝົນເຊົາຕົກ ຫຼື ຕອນທີ່ຝົນຕົກຄ່ອຍໆ ແຕ່ຊ່ວງເວລາດັ່ງກ່າວ ກໍຍັງມີສິ່ງທີ່ຄວນລະວັງໃນການອອກກຳລັງກາຍ ທີ່ຕ່າງໄປຈາກສະພາບປົກກະຕິ.

ຫົວຜັກບົ່ວໃຫຍ່ ປົວໄດ້ຫຼາຍໂຣກ

ການກິນຫົວຜັກບົ່ວໃຫຍ່ ສາມາດປ້ອງກັນການຈະເລີນເຕີບໃຫຍ່ຂອງຈຸລັງມະເຮັງໄດ້ ເພາະມັນມີສານຕ້ານອະນຸມູນອິດສະຫຼະ, ສາມາດຊ່ວຍແກ້ການນອນບໍ່ຫຼັບໄດ້, ຊ່ວຍເຮັດໃຫ້ຈະເລີນອາຫານ, ຊ່ວຍບຳລຸງທາດໃນຮ່າງກາຍ,​ຊ່ວຍກຳຈັດສານກົ່ວ ທີ່ປົນເປື້ອນມາກັບອາຫານ, ຊ່ວຍປ້ອງກັນການເກີດໂຣກຫົວໃຈ,​ ຫຼຸດຄວາມສ່ຽງຂອງອຳມະພາດ, ຊ່ວຍປົວໂຣກໄຂມັນຕີບຕັນໃນເສັ້ນເລືອດ, ຊ່ວຍໃນການຂະຫຍາຍຫຼອດເລືອດ, ຊ່ວຍເຮັດໃຫ້ເລືອດບໍ່ໄປຕີບຕັນໃນຫຼອດເລືອດ, ຊ່ວຍໃນການສະຫຼາຍເລືອດຊຳ້.

ຈົບມໍປາຍ ຈະຮຽນຕໍ່ສາຍໃດດີ?

ເມື່ອກ່ອນ ການສຶກສາຖືໄດ້ວ່າມີບັນຍາກາດຄຶກຄື້ນ ແລະ ເປັນຂະບວນການ ຫຼາຍຄົນແຂ່ງກັນຮຽນ ແຂ່ງກັນເສັງເພື່ອຈະໄດ້ເຂົ້າຮຽນສາຍທີ່ຕົນເອງມັກ ແຕ່ຕົກມາຍຸກປັດຈຸບັນນີ້ ດ້ວຍສະພາບເສດຖະກິດ ສະພາບແວດລ້ອມ ແລະ ຫຼາຍຢ່າງໃນສັງຄົມທີ່ຜັນແປໄປ ເດັກນ້ອຍສ່ວນໃຫຍ່ບໍ່ຢາກທີ່ຈະຮຽນຕໍ່, ບາງຄົນກໍຈຳເປັນຕ້ອງອອກໄປເຮັດວຽກເພື່ອຫາເງິນຊ່ວຍຄອບຄົວ, ຫຼາຍຄົນກໍອອກມາປະກອບກິດຈະການເຮັດທຸລະກິດ ເປັນນາຍຂອງຕົນເອງ ແຕ່ບໍ່ວ່າຈະຢ່າງໃດກໍຕາມ ຖ້າຄົນທີ່ມີເງືອນໄຂກໍຍັງສະໜັບສະໜູນໃຫ້ຮຽນຕໍ່ສາຍວິຊາຊີບໃຫ້ຈົບຈະເປັນການດີທີ່ສຸດ.