Friday, March 21, 2025

ປະຫວັດສາດລາວ ສະໄໝຢູ່ເມືອງລຸງ (ລວງເຈົ້າ / Lungzhao)

ພາບປະກອບ

ປຶ້ມປະຫວັດສາດລາວ ເຊິ່ງບັນດານັກຄົ້ນຄວ້າລາວໄດ້ຂຽນຂຶ້ນເຊັ່ນຄນະກັມມະການຄົ້ນຄວ້າຂອງກະຊວງສຶກສາກ່ອນປີ 1975  ປຶ້ມປະຫວັດສາດໄທກໍວ່າ ອ້າຍລາວມີກຳເນີດຢູ່ແຖບພູອານໄຕຕາເວັນຕົກສຽງເຫນືອ ຂອງມົງໂກລີປັດຈຸບັນ.

ເມື່ອ 5000 ປີກ່ອນແລ້ວຈິ່ງຄ່ອຍຍ້າຍຢາຍໄປຮອດແຂວງກັນຊູຂອງຈີນປັດຈຸບັນ ໃນນັ້ນກໍມີເຂດຫນຶ່ງສຳຄັນເອີ້ນກັນສືບຕໍ່ມາວ່າ ເມືອງລຸງເຈົາ /ລວງເຈົາ

ອາດເປັນໄປໄດ້ທີ່ກົງກັບຊື່ ລັນເຈົາ ເມືອງເອກຂອງແຂວງກັນຊູປັດຈຸບັນ ແຕ່ຈະແມ່ນຊື່ດຽວກັນນີ້ບໍ ກໍບໍ່ມີຂໍ້ມູນໃດໆອ້າງອີງໄວ້ ແຕ່ວ່າ ຂົງເຂດດັ່ງກ່າວນີ້ເປັນບ່ອນຜ່ານຂອງສາຍນ້ຳເຫລືອງທີ່ຈີນເອີ້ນວ່າ ນ້ຳຫວງເຫີ ແລະ ທາງລາວສະໄໝບູຮານ.

ກໍເອີ້ນຊື່ດຽວກັນນີ້ ໃນເວລານັ້ນ ເມື່ອ 5000 ປີກ່ອນ ຊົນຊາດລາວມີຊື່ວ່າ ອ້າຍລາວ (Aï-Lao) ແລະ ຢູ່ໃກ້ກັນກັບຊົນຊາດອື່ນໆ ເປັນຕົ້ນ  ຊະນົງຍູ້ (Xiongnu) ຈີ້ (zi)  ກາຊັກ   ຕາດ(Tartar)

..ສ່ວນຊົນຊາດຮັ່ນເຊິ່ງເຮົາເອີ້ນວ່າ “ຈີນ” ນັ້ນ  ກໍມາຈາກບໍລິເວນທະເລສາບກັສປຽນ ໃນເວລາຕໍ່ມາຕາມຫລັງອ້າຍລາວແລ້ວອ້າຍລາວກັບຊາວຮັ່ນກໍຜູກມິດກັນ ອ້າຍລາວໄດ້ຊ່ອຍຊາວຮັ່ນເຮັດເສິກຕ້ານຊົນຊາດຊະນົງຍູ້ທີ່ເຂັ້ມແຂງທີ່ສຸດໃນສະໄໝອ້າຍລາວເມືອງລຸງເຈົາ ແຕ່ຕໍ່ມາອ້າຍລາວກໍເປັນເສິກກັບຊົນຊາດຮັ່ນ ເຫດວ່າ ເຂົ້າບຸກຍຶດຍາດເຂດຂອງອ້າຍລາວ  ເມື່ອບໍ່ແພ້(ບໍ່ຊນະ) ຊາວຮັ່ນແລ້ວຈິ່ງຖອຍຫນີໄປທາງໃຕ້ ຕັ້ງເຂດໃຫມ່ຂຶ້ນຢູ່ບໍລິ ເວນສາຍນ້ຳຢັງເສ ໃນແຂວງເສສວນຂອງຈີນປັດຈຸບັນ ພວກ ອ້າຍລາວຈຸນຶ່ງໄດ້ຕັ້ງເມືອງຂຶ້ນ ຊື່ວ່າເມືອງປາ

ໃນສະໄໝຣາຊະວົງເຊັຽະ (Xia 2205 ກ່ອນກຣິດສັກຣາດ/ກກສ  ເຖິງ 1766 ກ່ອນກຣິດສັກຣາດ /ກກສ) ພວກອ້າຍລາວຜູກມິດກັບພຣະເຈົ້າໄຈ້ວູ່ແຫ່ງຣາຊະວົງດັ່ງກ່າວ (ເອກສານຈີນບູຮານ-ຕຳນານໄກວຈິ ສະຫລັກໃສ່ຕີວໃມ້ໄຜ່ກ່າວໄວ້)ໃນສະໄໝນີ້ ອ້າຍລາວຈຸນຶ່ງ ເອີ້ນຕົນເອງວ່າໄຕມຸງ (ໄຕເມືອງ)  ເພາະຢູ່ບ່ອນເກົ່າແລ້ວ ຄືບໍ່ເປັນໄຕຄົວອີກຕໍ່ໄປ ຕາມເອກສານຕີວໄມ້ໄຜ່ຂອງຈີນບູຮານສະໄໝຣາຊະວົງໂຈວ (ຈູ : 1122 ກກສ – 221 ກກສ) ອ້າຍລາວກໍຜູກມິດກັບຣາຊະວົງນີ້ອັນສະແດງວ່າສະໄໝໃດໃນປວັດສາດຈີນບູຮານກໍມີຮ່ອງຮອຍອ້າຍລາວ…

ຊົນຊາດອ້າຍລາວຖອຍລົງມາອາໄສຢູ່ບໍລິເວນອ່າງ
ນ້ຳເຫລືອງ (ຫວງເຫີ) ສ້າງເມືອງລຸງເຈົາ (2500 ກກສ – 122 ກກສ)

ແຫຼ່ງຂໍ້ມູນ: RFi

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່