Saturday, November 15, 2025
Kbank Laos โอน รับ จ่าย

ເຊີນເຂົ້າຮ່ວມແຂ່ງຂັນແຕ້ມຮູບ ຊິງເງິນລາງວັນລວມ ຫຼາຍກ່ວາ 9 ລ້ານກີບ !!!

ຂ່າວດີ, ຂໍເຊີນຊວນບັນດາທ່ານ ເຂົ້າຮ່ວມແຂ່ງຂັນ ແຕ້ມຮູບ ກ່ຽວກັບການເຂົ້າເຖິງກົດໝາຍ ເພື່ອຕ້ານ ແລະ ສະກັດກັ້ນ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ, ຈັດໂດຍ ຫ້ອງການກະຊວງຍຸດຕິທໍາ, ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸດຕິທໍາ ແລະ ສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ ແລະ ເດັກ ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບ ໂຄງການ ສະໜັບສະໜູນ ດ້ານຍຸດທະສາດ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ການປົກຄອງລັດ ດ້ວຍກົດໝາຍຢູ່ ສປປ ລາວ (3s-ROL) ໂດຍມີວັດຖຸປະສົງ ເພື່ອສ່ອງແສງພຶດຕິກໍາ ທີ່ກໍ່ໃຫ້ເກີດ ຫຼື ຈະເຮັດໃຫ້ເກີດມີອັນຕະລາຍ, ຄວາມເສຍຫາຍຕໍ່ແມ່ຍິງ ທາງດ້ານຮ່າງກາຍ, ຈິດໃຈ ຫຼື ທາງເພດ.

ເງື່ອນໄຂ ຂອງຜູ້ສົ່ງຮູບພາບເຂົ້າປະກວດ ມີດັ່ງຕໍ່ໄປນີ້:
1) ມີອາຍຸແຕ່ 18-40 ປີ, ບໍ່ຈໍາກັດເພດ, ຊົນເຜົ່າ, ລະດັບການສຶກສາ, ແລະ ຖິ່ນຖານພູມລໍາເນົາ (ເປີດກ້ວາງໃຫ້ທຸກຄົນເຂົ້າຮ່ວມ)
2) ຂະໜາດຂອງຮູບແຕ້ມແມ່ນ A2, ຕ້ອງຂຽນຄໍາອະທິບາຍ ຢູ່ກ້ອງຮູບແຕ້ມ, ບໍ່ໃຫ້ເກີນ 5 ປະໂຫຍກ, ຮູບແຕ້ມ ສາມາດໃສ່ຄໍາເວົ້າປະກອບໄດ້.
3) ຫ້າມແຕ້ມຮູບທີ່ມີລັກສະນະ ໂປ້ເປືອຍ, ລາມົກອານາຈານ
4) ຮູບແບບການແຂ່ງຂັນ ແມ່ນໃຫ້ທ່ານ ຖ່າຍຮູບແຕ້ມຂອງທ່ານ ສົ່ງເຂົ້າມາປະກວດ ພ້ອມທັງແຈ້ງຊື່ ແລະ ນາມສະກຸນ, ອາຍຸ, ທີ່ຢູ່, ເບີໂທລະສັບ ແລະ ອີເມລຂອງທ່ານ ມາທາງອີເມລ: 3s.rollaospdr@gmail.com
TVyutitham@gmail.com
5) ປິດຮັບສະໝັກ ວັນທີ 06 ຕຸລາ 2019

73378353 – stop violence against women, a man attacked a woman sitting on the floor, illustration design.

ລາຍລະອຽດອື່ນໆ ສາມາດອ່ານໄດ້ ຕາມໜັງສື ແຈ້ງການ ດັ່ງຕໍ່ໄປນີ້

ໂຊກດີ 

ແຫຼ່ງຂໍ້ມູນ:

LAO YOUTH RADIO STATION, FM 90.0 MHZ

ສະຖານີ ຊາວໜຸ່ມລາວສິນໄຊຍຸກໃໝ່ FM 90.0 MHz

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.