ໄທ ໄປໄກແລ້ວ! ສະກັດນໍາມັນກັນຊາ ຜະລິດເປັນສິນຄ້າສົ່ງອອກ ເພື່ອຮັກສາໂລກໄພໄຂ້ເຈັບ!

ພາບປະກອບ

ກັນຊານັ້ນ! ເປັນພືດພື້ນບ້ານຂອງເຮົາ ເຊິ່ງປະຊາຊົນຄົນລາວ ນິຍົມກັນນຳມາປູກໄວ້ຕາມເຮືອນຊານ ອັນລະຕົ້ນສອງຕົ້ນ.

ຍາມຄົວກິນ ຖ້າມີຕົ້ມໄກ່…. ເຮົາກໍເດັດໃບຊາໃສ່.

ແຕ່ຫວ່າງບໍ່ດົນມານີ້ ເຮົາເລີ່ມປາກົດເຫັນຂ່າວຢູ່ໃນສື່ຕ່າງໆ ທີ່ເວົ້າເຖິງ ການສະກັດນ້ຳມັນກັນຊາ ໃນທາງການແພດ ເພື່ອນຳເອົາໃຊ້ມາໃຊ້ຮັກສາໂລກ.

ໂດຍສະເພາະແມ່ນທາງຝັ່ງໄທ ທີ່ເອົາຈິງເອົາຈັງກັບເລື່ອງນີ້.

ເຊິ່ງລໍແຕ່ກົດອອກມາເທົ່ານັ້ນ.

ເພາະວ່າຍັງມີບາງຂໍ້ໃນກົດໝາຍ ທີ່ລະບຸວ່າ ກັນຊາຖືກຈັດຢູ່ໃນສານເສບຕິດຢູ່.

ພາບປະກອບ

ແຕ່ທ່ານຮູ້ບໍ່ວ່າ… ເມື່ອບໍ່ດົນມານີ້ ຂ້າພະເຈົ້າໄດ້ໄປຫຼິ້ນຢູ່ທີ່ ຈັງຫວັດອຸດອນທານີ ແລະຮູ້ຈັກກັບກະເສດຕະກອນຄົນໜຶ່ງ ທີ່ເວົ້າເຖິງກັນຊາ ວ່າ ໃນຕອນນີ້ຢູ່ທາງຊຸມຊົນບ້ານເພິ່ນ ກຳລັງພາກັນຈັດຕັ້ງວິສາຫະກິດຊຸມຊົນ ເພື່ອສຶກສາວິໄຈ ແລະຜະລິດນ້ຳມັນກັນຊາອອກມາ ສົ່ງຂາຍເປັນສິນຄ້າ ເຊິ່ງທາງກະຊວງສາທາລະນະສຸກ ໄດ້ພາທີມງານແພດ ມາຝຶກອົບຮົມໃຫ້.

ໂດຍໄດ້ຮັບການອູ້ມຊູຍູ້ໜູນໂດຍ ລມຕ ສາທາລະນະສຸກ ທ່ານ ອະນຸທິນ ຊານວີລະກູນ

ທ່ານ ອະນຸທິນ ຊານວິລະກຸນ

ແລະຜູ້ຂຽນເລີຍຄິດວ່າ “ໂອ້ວ! ແລ້ວບ້ານເຮົາເດ ເລື່ອງການສະກັດນ້ຳມັນກັນຊານີ້ ຄືບໍ່ປາກົດເຫັນ ຫຼື ເປັນຂ່າວຈັກເທື່ອ! ມີພາກສ່ວນໃດບໍທີ່ໄດ້ສຶກສາວິໄຈໃນເລື່ອງນີ້? ຫຼືວ່າ ມີ ແຕ່ວ່າບໍ່ປາກົດເປັນຂ່າວ!

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...