Wednesday, July 9, 2025
Kbank Laos โอน รับ จ่าย

ເຂດເສດຖະກິດພິເສດສາມຫລ່ຽມຄໍາ ມອບພັນທະໃຫ້ລັດກ່ວາ 4.000 ຕື້ກີບ

ທ່ານ ຈັນທະຈອນ ວາງຟາເຊັງ

ເຂດເສດຖະກິດພິເສດສາມຫລ່ຽມຄຳ ແຂວງ ບໍ່ແກ້ວ ໄດ້ ມອບພັນທະອາກອນໃຫ້ລັດຖະບານນັບແຕ່ປີ 2012 ມາ ຮອດ ກາງປີ 2019 ຈໍານວນ 458 ລ້ານໂດລາສະຫະລັດ (ປະມານ 4.000 ຕື້ກ່ວາກີບ), ປັດຈຸ ບັນ ໄດ້ລົງທຶນພັດທະນາແລ້ວ 17.607,4 ຕື້ກີບ ເຊິ່ງການພັດ ທະນາໂດຍພື້ນຖານເຫັນເປັນຮູບຮ່າງຕົວເມືອງແລ້ວ ສາ ມາດດຶງນັກທຸລະກິດເຂົ້າມາລົງທຶນ ທັງໝົດ 495 ຫ້າງຮ້ານ ໃນນີ້ມີທຶນຈົດທະບຽນ 4.372,2 ຕື້ກີບ ຫລື ປະມານ 496 ລ້ານໂດລາສະຫະລັດ.

ທ່ານ ຈັນທະຈອນ ວາງຟາເຊັງ ກໍາມະການສະພາບໍລິຫານ ເຂດເສດຖະກິດພິເສດ ສາມຫລ່ຽມຄໍາ ກ່າວວ່າ: ເຂດເສດ ຖະກິດພິເສດສາມຫລ່ຽມຄໍາ ມີເນື້ອທີ່ສໍາປະທານທັງໝົດ 10 ພັນເຮັກຕາ, ໃນນັ້ນແບ່ງອອກເປັນ 2 ເຂດຄື ເຂດພັດທະນາ ຕົວເມືອງ 3 ພັນເຮັກຕາ ແລະ ເຂດປ່າສະຫງວນສາຍພູກິ່ວ ລົມ 7 ພັນເຮັກຕາ.

ນັບແຕ່ໄລຍະບຸກເບີກມາເຖິງປັດຈຸັນ ເປັນໄລຍະ 12 ປີ ໄດ້ສຸມໃສ່ດຶງດູດການລົງທຶນ, ນັກທ່ອງທ່ຽວ, ພັດທະ ນາພື້ນຖານໂຄງລ່າງ ເປັນຕົ້ນ ສ້າງເສັ້ນທາງ, ຄູກັນເຈື່ອນ, ທ່າເຮືອສິນຄ້າ, ຕະຫລາດສົດ, ລະບົບສີຂຽວ, ລະບົບນໍ້າປະປາ, ສະຖານີໄຟຟ້າ, ລະບົບສື່ສານ, ລະບົບສາທາ ລະນະສຸກ ແລະ ການປິ່ນປົວພື້ນຖານ, ຖະໜົນມິດຕະ ພາບ ລາວ-ຈີນ, ຕະຫລາດຈີນ, ຖະໜົນອາຫານແຄມແມ່ນໍ້າ, ໂຮງແຮມຫ້າດາວ ແລະ ໂຄງການທ່ອງທ່ຽວອື່ນໆ ໄດ້ລົງທຶນ ພັດທະນາທັງໝົດ 17.607,4 ຕື້ກີບ ຫລື ປະມານ 2 ຕື້ ໂດລາ ສະຫະລັດ

ໃນນັ້ນໄດ້ພັດທະນາກໍ່ສ້າງເຂດຕົວເມືອງກວມ ເນື້ອທີ່ 200 ເຮັກຕາ, ລົງທຶນກໍ່ສ້າງທ່າເຮືອສາກົນສາມ ຫລ່ຽມຄໍາ ແລະ ຫ້ອງການພາສີ (ໂດຍໃຫ້ເຈົ້າໜ້າທີ່ພາສີນໍາ ໃຊ້ໂດຍບໍ່ເສຍຄ່າ) ຈໍານວນ 46,459 ຕື້ກີບ ຫລື ປະມານ 5,2 ລ້ານໂດລາສະຫະລັດ. ຂະນະດຽວກັນ ທາງເຂດເສດຖະກິດພິ ເສດສາມຫລ່ຽມຄໍາ ໄດ້ເອົາໃຈໃສ່ປະຕິບັດການມອບພັນທະອາກອນໃຫ້ລັດຖະບານ ເຊິ່່ງນັບແຕ່ປີ 2012 ຫາເດືອນ 6 ຂອງປີ 2019 ຈັດຕັ້ງປະຕິບັດແລ້ວ 458 ລ້ານໂດລາສະຫະລັດ.

ທ່ານ ຈັນທະຈອນ ວາງຟາເຊັງ ໃຫ້ຮູ້ຕື່ມອີກວ່າ:

ພວກເຮົາ ໄດ້ເອົາໃຈໃສ່ພັດທະນາສະພາບແວດລ້ອມໃຫ້ດີ ເປັນຕົ້ນ ໄດ້ລົງທຶນສ້າງຂົວ ແລະ ປັບປຸງຮ່ອງນໍ້າ 3 ສາຍຢູ່ເຂດຕົວເມືອງ ລວມມູນຄ່າ 56,9 ຕື້ກີບ, ມາຮອດປັດຈຸບັນ ລົງທຶນສ້າງພື້ນ ທີ່ສີຂຽວ ປູກຕົ້ນໄມ້ປະດັບແຄມທາງ ມູນຄ່າ 228,8 ຕື້ກີບ, ດ້ານສາທາລະນະສຸກ ດຶງດູດນັກລົງທຶນ ຈໍານວນ 30 ລ້ານໂດລາສະຫະລັດເພື່ອສ້າງໂຮງໝໍສາກົນລາວຕາເວັນອອກຮ່ວມມືກັບ ໂຮງໝໍເມືອງ ຕົ້ນເຜິ້ງ ແລະ ໂຮງໝໍ ຊຽງແສນ ປະ ເທດໄທ ເພື່ອຮອງຮັບການປິ່ນປົວພະຍາດ ແລະ ຄົນເຈັບ ຈາກອຸບັດເຫດ.

ສ່ວນດ້ານການສຶກສາ ກໍສາມາດຶງດູດນັກ ທຸລະກິດ ມາລົງທຶນ 133,9 ຕື້ກີບ ເພື່ອສ້າງໂຮງຮຽນອະນຸ ບານ, ໂຮງຮຽນປະຖົມ, ໂຮງຮຽນມັດທະຍົມ ຄາດວ່າທ້າຍປີ 2020 ຈະໃຫ້ສໍາເລັດໂຄງການ. ພ້ອມກັນນີ້ ກໍໄດ້ໃຫ້ຄວາມ ສຳຄັນຕໍ່ວຽກງານວັດທະນະທໍາ ໂດຍໄດ້ລົງທຶນ 65 ຕື້ກີບ ເພື່ອສ້າງຕັ້ງວັດຊົງຊານ ເປັນການສົ່ງເສີມສາດສະໜາ, ຊ່ວຍເຫລືອທຶນກໍ່ສ້າງວັດ ແລະ ພະເຈົ້າໃຫຍ່ຢູ່ ແຂວງບໍ່ແກ້ວ ຈໍານວນ 2,63 ຕື້ກີບ.

ສິ່ງສຳຄັນອີກຢ່າງໜຶ່ງ ທາງ ເຂດພວກເຮົາ ໄດ້ສົ່ງເສີມການທ່ອງທ່ຽວ ເຊິ່ງປີ 2018 ມີນັກ ທ່ອງທ່ຽວເຂົ້າມາຈໍານວນ 452.571 ຄົນ, ນັກທ່ອງທ່ຽວ ເຂົ້າ ມາທາງດ່ານສາກົນສາມຫລ່ຽມຄໍາ ມີ 131.593ຄົນ ທຽບ ໃສ່ ປີຜ່ານມາເພີ່ມຂຶ້ນ 124,5%, ລາຍຮັບຈາກວີຊາກັບດ່ານ ປະ ມານ 22,5 ຕື້ກີບ ມາຮອດເດືອນ ກັນຍາ 2019 ເຂດເສດ ຖະ ກິດພິເສດສາມຫລ່ຽມຄໍາມີ ໂຮງແຮມ ທັງໝົດ 13 ແຫ່ງ, ມີ ຫ້ອງພັກ 1.303 ຫ້ອງ ແລະ ຄາດວ່າຮອດທ້າຍປີຈະເພີ່ມຂຶ້ນ 3 ແຫ່ງ.

ສຳລັບ GDP ຂອງເຂດໃນປີ 2019 ປະມານ 1,353 ຕື້ກີບ ຫລື ປະມານ 150 ລ້ານໂດລາສະຫະລັດ ເພີ່ມ ຂຶ້ນ 7% ສະເລ່ຍ ລາຍຮັບ 3,750 ໂດລາສະຫະລັດ/ຄົນ, ຮອດປີ 2025 GDP ຂອງເຂດ ຈະໃຫ້ບັນລຸເຖິງ 3,250 ຕື້ກີບ ຫລື ປະມານ 370 ລ້ານໂດລາສະຫະລັດ ທຽບໃສ່ປີ 2019 ເພີ່ມຂຶ້ນ 150%.

ແຫຼ່ງຂໍ້ມູນ: ຂ່າວດັງ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.