Monday, June 23, 2025
Kbank Laos โอน รับ จ่าย

4 ເຂື່ອນນໍ້າອູໄລຍະ II ຈະຜະລິດໄຟຟ້າຂາຍ ໃນປີ 2020

ທີ່ແຂວງຫຼວງພະບາງ ໄດ້ມີກອງປະຊຸມຄະນະກຳມະການຊີ້ນຳຮ່ວມໂຄງການເຂື່ອນໄຟຟ້ານໍ້າອູ1, 3, 4 ແລະນໍ້າອູ 7 ຄັ້ງທີ 3 ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານແລະບໍ່ແຮ່, ມີບັນດາຮອງລັດຖະມົນຕີ, ຮອງເຈົ້າແຂວງຫຼວງພະບາງ,ຜົ້ງສາລີ, ບັນ ດາບໍລິສັດ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄຳມະນີ ອິນທິລາດ ກ່າວວ່າ:

ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າອູ 1, 3, 4 ແລະນໍ້າອູ 7 ເປັນໂຄງການໄລຍະທີ II ທີ່ສືບຕໍ່ໂຄງການເຂື່ອນໄຟຟ້ານໍ້າອູ 2,5 ແລະນໍ້າອູ 6 ທີ່ສ້າງສຳເລັດ ແລະດຳເນີນການຜະລິດໄຟຟ້າຕັ້ງແຕ່ຕົ້ນປີ 2016 ເປັນຕົ້ນມາ, ການພັດທະນາໃນໄລຍະ 2 ແມ່ນໄດ້ເຊັນສັນຍາສຳປະທານໂດຍກວມ ເອົາ 4 ເຂື່ອນຄື:

ນໍ້າອູ 1,ນໍ້າອູ 3,ນໍ້າອູ 4 ແລະນໍ້າອູ 7 ທີ່ເຊັນສັນຍາໃນທ້າຍເດືອນ ສິງຫາ 2015 ລະຫວ່າງລັດຖະບານ ແຫ່ງ ສປປ ລາວ ກັບບໍລິສັດໄຟຟ້ານ້ຳອູຈຳກັດລວມມີກຳລັງຕິດຕັ້ງ 4 ເຂື່ອນ 732 ເມກາວັດ (MW), ສາມາດຜະລິດ ພະລັງງານໄຟຟ້າໄດ້ສະເລ່ຍ 2.874 ກິ ກາວັດໂມງຕໍ່ປີ (Gwh/ປີ) ມູນຄ່າການ ກໍ່ສ້າງໂຄງການ 1.712 ລ້ານໂດລາ, ມີ ອາຍຸສຳປະທານ 29 ປີນັບຈາກມື້ຂາຍໄຟ ຟ້າເປັນທາງການ, ໃນລາຄາໄຟຟ້າສະ ເລ່ຍຕະຫຼອດອາຍຸສຳປະທານແມ່ນ 6,65 Uscent/kwh ແລະຈະເລີ່ມຂາຍ ໄຟຟ້າໃນປີ2020.

ທ່ານ ຄຳມະນີ ອິນທິລາດ ກ່າວຕື່ມ ວ່າ: ໃນແຜນການພັດທະນາພະລັງງານ ໄຟຟ້າຂອງ ສປປ ລາວ ຮອດປີ 2020 ໃຫ້ບັນລຸເປົ້າໝາຍການຜະລິດໄຟຟ້າ ເຖິງ 60 ແຫ່ງດຽວນີ້ໄດ້ກໍ່ສ້າງສຳເລັດໄປແລ້ວ 38 ແຫ່ງ ດ້ວຍການລົງທຶນ10 ກວ່າຕື້ໂດລາ, ກຳລັງຕິດຕັ້ງ 6.265 ເມກາວັດໃນນີ້ມີເຂື່ອນໄຟຟ້ານ້ຳງື່ມ 2, ເທີນຫີນບູນພາກຂະຫຍາຍ, ນໍ້າງຽບ 2, ນໍ້າອູ 2, 5, 6, ນໍ້າຄານ 2 ແລະໂຮງງານ ໄຟຟ້າຄວາມຮ້ອນຫົງສາລິກໄນເປັນຕົ້ນ, ນອກນີ້ໂຄງການທີ່ກຳລັງກໍ່ສ້າງເປັນຕົ້ນແມ່ນເຂື່ອນໄຟຟ້ານໍ້າຂອງໄຊຍະບູລີ, ດອນສະໂຮງ, ນໍ້າງື່ມ 3, ນໍ້າງຽບ1, ເຊ ປຽນ-ເຊນໍ້ານ້ອຍ ແລະລວມທັງໂຄງການ ເຂື່ອນໄຟຟ້ານໍ້າອູໄລຍະ II ໂດຍມີລະບົບສາຍສົ່ງແຮງສູງ 5.200 ກິໂລແມັດ, ແຮງກາງ 26 ພັນກິໂລແມັດ ແລະແຮງ ຕໍ່າ17.560 ກິໂລແມັດ, ມີສະຖານີ 53 ແຫ່ງຈ່າຍໄຟຟ້າ ໂດຍມີເປົ້າໝາຍເພື່ອສະໜອງໄຟຟ້າໃຫ້ແກ່ການຊົມໃຊ້ຢູ່ພາຍໃນປະເທດໄດ້ຢ່າງທົ່ວເຖິງ ແລະພຽງພໍກັບຄວາມຕ້ອງການໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໂດຍສະເພາະການພັດທະນາຂະແໜງອຸດສາຫະກຳພະລັງງານ ແລະບໍ່ແຮ່ໃຫ້ຂະຫຍາຍຕົວຕາມແນວທາງຫັນເປັນອຸດສາຫະກຳ ແລະທັນສະໄໝຕາມທິດສັງຄົມນິຍົມຢູ່ ໃນປະເທດເຮົາ.

ປະຈຸບັນເຂື່ອນໄຟຟ້ານໍ້າອູສຳເລັດຫຼາຍໜ້າວຽກພ້ອມທັງໄດ້ສຳເລັດການກໍ່ສ້າງ ແລະມອບບ້ານຈັດສັນໃໝ່ຂອງໂຄງການເຂື່ອນໄຟຟ້ານໍ້າອູ 4 ຈຳນວນ6 ບ້ານເມືອງຂວາ 5 ບ້ານ ແລະເມືອງໃໝ ່1 ບ້ານໃນນັ້ນເຮືອນຂະໜາດ 50 ຕາແມັດ ມີ25 ຫຼັງ, 65 ຕາແມັດ 130 ຫຼັງ ແລະ ຂະໜາດ 85 ຕາແມັດ 39 ຫຼັງມີສຸກສາລາ 1 ຫຼັງ ແລະໂຮງຮຽນປະຖົມ 6 ຫຼັງ, ພ້ອມກັນນັ້ນຍັງມີວຽກບໍ່ທັນຈັດຕັ້ງປະ ຕິບັດໃນເຂື່ອນໄຟຟ້ານໍ້າອູ 4 ແລະ 7 ເປັນ ຕົ້ນການຈ່າຍເງິນຊົດເຊີຍໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບ, ການຈັດສັນທີ່ດິນຕາມ 8 ປະເພດທີ່ດິນ ແລະການອອກໃບຕາດິນຖາວອນ, ການປະເມີນສຸຂະພາບ, ການສະໜັບສະໜູນສວນປູກພືດຜັກພາຍໃນບ້ານຈັດສັນໃໝ່ ແລະປັບປຸງທາງດ້ານເຕັກນິກໃໝ່ໃນປີທຳອິດຫຼັງຈາກຍົກຍ້າຍເຂົ້າມາ.

ສະເພາະເຂື່ອນໄຟຟ້ານໍ້າອູ 1 ມີກຳ ລັງຕິດຕັ້ງ 180 ເມກາວັດ ສ້າງສຳເລັດ ແລ້ວ 71,07%, ນໍ້າອູ 3 ມີກຳລັງຕິດຕັ້ງ 210 ເມກາວັດ, ໜ້າວຽກໂດຍລວມ ສຳເລັດ 59,83%, ນໍ້າອູ 4 ກຳລັງຕິດ ຕັ້ງ 132 ເມກາວັດ ຄືບໜ້າ 71,93% ແລະເຂື່ອນນໍ້າອູ 7 ກຳລັງຕິດຕັ້ງ 210 ເມກາວັດມີຄວາມໜ້າແລ້ວ 72%.

ແຫຼ່ງຂໍ້ມູນ: ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.

4 ພະຍາດຮ້າຍ ທີ່ມັກມາກັບລະດູຝົນ.

ລະດູຝົນເປັນຊ່ວງເວລາທີ່ທຸກຄົນລໍຖ້າ ເພາະຝົນຈະມາຊ່ວຍບັນເທົາຄວາມຮ້ອນ, ເຮັດໃຫ້ອາກາດເຢັນສະບາຍ ພ້ອມທັງເປັນສັນຍານເຕືອນໃຫ້ເຂົ້າສູ່ລະດູການເຮັດນາ, ທຳການຜະລິດຕ່າງໆ... ແຕ່ໃນຂະນະດຽວກັນ, ລະດູຝົນກໍເປັນໄລຍະທີ່ເຊື້ອພະຍາດຕ່າງໆ ແຜ່ລະບາດໄດ້ງ່າຍທີ່ສຸດ ແລະ ເປັນອັນຕະລາຍຕໍ່ສຸຂະພາບຂອງພວກເຮົາ.