Tuesday, February 11, 2025

ອັດລົງດ້ວຍຜົນສໍາເລັດອັນຈົບງາມ! ກອງປະຊຸມ 5 ນະຄອນປະເທດລຸ່ມແມ່ນໍ້າຂອງ

ກອງປະຊຸມທ່ອງທ່ຽວບັນດາປະເທດລຸ່ມແມ່ນໍ້າຂອງຄັ້ງທີ 5 ໃນວັນທີ 14 ຕຸລາ 2019 ທີ່ ໂຮງແຮມແລນມາກ ແມ່ຂອງ ຣີເວີໄຊ໌, ນະຄອນຫຼວງວຽງຈັນ ໄດ້ອັດລົງດ້ວຍຜົນສໍາເລັດອັນຈົບງາມ ຂະນະທີ່ເຫັນພ້ອມສຸມໃສ່ການປະຕິບັດ 5 ຂົງເຂດ ເພື່ອສືບຕໍ່ພັດທະນາການມ່ອງທ່ຽວແບບເຊື່ອມຕໍ່ ແລະ ຍືນຍົງ.

ກອງປະຊຸມຄັ້ງນີ້ ໄດ້ລົງນາມຮ່ວມກັນຈັດຕັ້ງປະຕິບັດເນື້ອໃນກອງປະຊຸມທ່ອງທ່ຽວບັນດາປະເທດລຸ່ມແມ່ນໍ້າຂອງຄັ້ງທີ 5 ໃນນັ້ນໄດ້ເຫັນດີຮ່ວມກັນ ສ້າງຜະລິດຕະພັນການທ່ອງທ່ຽວເຊື່ອມຕໍ່ສົ່ງເສີມສະໜັບສະໜູນກິດຈະກໍາທ່ອງທ່ຽວ ຮ່ວມກັນແລກ ປ່ຽນຂໍ້ມູນຂ່າວສານທີ່ຮັບໃຊ້ເປັນພື້ນຖານຂອງການທ່ອງທ່ຽວ ແລກປ່ຽນບົດ ຮຽນໃນການສ້າງມາດຕະຖານການບໍລິການໃຫ້ເປັນອັນລວມ ສ້າງມາດຕະຖານປົກປັກຮັກສາມໍລະດົກທາງດ້ານວັດທະນະທໍາ ແລະ ທໍາມະຊາດ ແລະ ວິທີການຈັດມາດຕະຖານລະດັບຊາດ ມາດຕະຖານທ່ອງທ່ຽວອາຊຽນ ແລະ ຊຸມຊົນ.

ພ້ອມນັ້ນກໍຕ້ອງສືບຕໍ່ຮ່ວມກັນພັດທະນາ ແລະ ສ້າງເສັ້ນທາງທ່ອງທ່ຽວໃໝ່ຢ່າງໜ້ອຍ 2 ຕົວເມືອງພາຍໃນ 5 ນະຄອນສະມາ ຊິກຕ້ອງລວມສູນ ເພີ່ມທະວີການຮ່ວມມືຟື້ນຟູມໍລະດົກວັດທະນະທໍາ ແລະ ການແລກປ່ຽນບັນດາໂຄງການເຝິກອົບຮົມ ແລະ ແບບແຜນ ຮູບແບບ ການຟື້ນຟູມໍລະດົກ ວັດທະນະທໍາ ຕົກລົງແຜນການປະຕິບັດການຮ່ວມມືດ້ານການທ່ອງທ່ຽວລະຫວ່າງບັນດານະຄອນລຸ່ມແມ່ນໍ້າຂອງດ້ານການທ່ອງທ່ຽວ 2018-2020 ສໍາລັບເຈົ້າພາບກອງປະຊຸມທ່ອງທ່ຽວ 5 ປະເທດລຸ່ມນໍ້າຂອງຄັ້ງທີ 6 ໃນປີ 2020 ໂດຍໄດ້ຮັບການເປັນເຈົ້າພາບຂອງນະຄອນໂຮຈີມິງ ສສ ຫວຽດນາມ.

ກອງປຸມຄັ້ງນີ້ແມ່ນພາຍໃຕ້ການເປັນປະທານຂອງ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ເປັນກຽດເຂົ້າ ຮ່ວມຂອງ ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍ ຄະນະຜູ້ແທນຈາກ 5 ນະຄອນປະເທດລຸ່ມແມ່ນໍ້າຂອງ ປະກອບມີ: ນະ ຄອນຫຼວງພະນົມເປັນ ຣາຊາອານາ ຈັກກຳປູເຈຍ ນະຄອນຫຼວງວຽງຈັນ ສປປ ລາວ ນະຄອນຢາງກຸງ ມຽນມາ ນະຄອນຫຼວງບາງກອກ ປະເທດໄທ ນະຄອນໂຮຈີ່ມິງ ສສ ຫວຽດນາມ ພ້ອມດ້ວຍ ຕາງໜ້າຈາກພາກລັດ-ເອກະຊົນ ທຸຕານຸທູດ ເຂົ້າຮ່ວມ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: