ອົງການອາຫານໂລກ ຊ່ວຍຂົນສົ່ງເຂົ້າສານໃຫ້ຊຸມຊົນ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ໃນ ສປປລາວ

ອົງ­ການ​ອາ­ຫານ​ໂລກ ແຫ່ງ​ສະ­ຫະ​ປະ­ຊາ​ຊາດ (WFP) ໄດ້​ສະ­ໜັບ­ສະ­ໜູນ​ດ້ານ​ໂລ​ຈິ​ສ​ຕິກ​ໃຫ້​ລັດ­ຖະ­ບານ​ລາວ ໃນ​ການ​ຂົນ­ສົ່ງ​ເຂົ້າ­ສານ​ສຸກ​ເສີນ ເພື່ອ​ຊ່ວຍ­ເຫຼືອ​ຊຸມ​ຊົນ​ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ໄພ​ນ້ຳ​ຖ້ວມ​ໃນ​ແຂວງ​ພາກ​ກາງ ແລະ ພາກ​ໃຕ້​ຂອງ​ລາວ 500 ກວ່າ​ໂຕນ ທີ່​ລັດ­ຖະ­ບານ ສ ເກົາ­ຫຼີ ໃຫ້­ການ​ຊ່ວຍ­ເຫຼືອ​ຜ່ານ​ທາງ APTERR ຫຼື ການ​ສະ­ຫງວນ​ເຂົ້າ­ສານ ເພື່ອ​ໃຊ້​ໃນ​ຍາມ​ສຸກ​ເສີນ​ຂອງ​ອາ​ຊຽນ+3.

ພິ­ທີ​ມອບ-ຮັບ​ເຂົ້າ​ດັ່ງ­ກ່າວ ຈັດ​ຂຶ້ນຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ເຊິ່ງ​ມອບ​ໂດຍ​ທ່ານ ຊິນ​ຊອງ ຊຸນ ເອກ​ອັກ​ຄະ​ລັດ​ຖະ​ທູດ ສ ເກົາ­ຫຼີ ປະ­ຈຳ ສປປ ລາວ ແລະ ຮັບ​ໂດຍ​ທ່ານ​ນາງ ໃບ​ຄຳ ຂັດ​ທິ​ຍະ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ແຮ​ງານ ແລະ ສະ­ຫວັດ­ດີ​ການ​ສັງ­ຄົມ ມີ​ພາກ­ສ່ວນ​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ.

ທ່ານ ຢານ ເດວ​ບາ​ເຣີ ຜູ້­ອຳ­ນວຍ­ການ​ອົງ­ການ​ອາ­ຫານ​ໂລກ ປະ­ຈຳ​ລາວ ກ່າວ​ວ່າ:

APTERR ເປັນ​ກົນ​ໄກ​ໜຶ່ງ​ທີ່​ສຳ­ຄັນ​ໃນ​ການ​ຮັບ­ຮອງ​ຄວາມ​ຕ້ອງ­ການ​ຮີບ​ດ່ວນ​ຂອງ​ຜູ້​ທີ່​ຖືກ​ຜົນ​ກະ­ທົບ​ທີ່​ຈະ​ໄດ້​ຮັບ​ການ​ຊ່ວຍ­ເຫຼືອ​ຕາມ​ເວ­ລາ​ທີ່​ກຳ­ນົດ ອົງ­ການ​ອາ­ຫານ​ໂລກ​ໄດ້​ເຮັດ​ວຽກ​ຢ່າງ​ຫ້າວ­ຫັນ​ໃນ​ການ​ປະ­ສານ​ງານ​ກັບ​ລັດ­ຖະ­ບານ​ລາວ ເພື່ອ​ສົ່ງ​ມອບ​ເຂົ້າ​ສຸກ​ເສີນ​ທີ່​ລັດ­ຖະ­ບານ ສ ເກົາ­ຫຼີ ໃຫ້­ການ​ຊ່ວຍ­ເຫຼືອ​ແກ່​ຜູ້​ທີ່​ມີ​ຄວາມ​ຕ້ອງ­ການ​ຮີບ​ດ່ວນ ຂະ­ນະ​ດຽວ​ກັນ​ອົງ­ການ​ອາ­ຫານ​ໂລກ ຍັງ​ໄດ້​ພະ­ຍາ­ຍາມ​ໃນ​ການ​ເສີມ​ສ້າງ​ຂີດ​ຄວາມ​ອາດ​ສາ­ມາດ​ແຫ່ງ​ຊາດ ເພື່ອ​ເພີ່ມ​ການ​ກຽມ­ພ້ອມ ແລະ ໂຕ້​ຕອບ​ໄພ­ພິ­ບັດ​ສຸກ​ເສີນ.

ນັບ​ແຕ່​ປີ 2011 APTERR ໄດ້​ໃຫ້­ການ​ຊ່ວຍ­ເຫຼືອ​ເຂົ້າ​ສຸກ​ເສີນ​ແກ່​ລັດ­ຖະ­ບານ​ລາວ 4 ຄັ້ງ ອົງ ການ​ອາ­ຫານ​ໂລກ ໄດ້​ເຮັດ​ວຽກ​ຮ່ວມ​ກັບ​ຄະ­ນະ​ກຳ­ມະ­ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ໄພ­ພິ­ບັດ​ແຫ່ງ​ຊາດ ກະ­ຊວງ​ແຮງ​ງານ ແລະ ສະ­ຫວັດ­ດີ​ການ-ສັງ­ຄົມ ເພື່ອ​ໃຫ້​ໝັ້ນ​ໃຈ​ວ່າ​ລະ­ບົບ​ໂລ​ຈິ​ສ​ຕິກ ໄດ້​ຖືກ​ນຳ­ໄປ​ໃຊ້​ໃນ​ການ­ແຈກ­ຢາຍ​ເຂົ້າ​ສຸກ​ເສີນ​ດັ່ງ­ກ່າວ ປັດ­ຈຸ­ບັນ​ພວກ​ເຮົາ​ໄດ້​ແຈກ​ຢາຍ​ເຂົ້າ​ສຸກ​ເສີນ​ໃຫ້ 34 ເມືອງ ໃນ 4 ແຂວງ​ທາງ​ພາກ​ໃຕ້ ແລະ ດຳ­ເນີນ​ໄປ​ຢ່າງ​ເປັບ​ລະ­ບົບ ເພື່ອ​ຮັບ­ປະ­ກັນ​ເຂົ້າ​ທັງ​ໝົດ​ໃຫ້​ໄປ​ຮອດ​ມື​ຜູ້​ໄດ້​ຮັບ​ຜົນ​ກະ­ທົບ​ກວ່າ 33.000 ຄົນ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,