ສະຖາບັນການທະນາຄານ ມີນັກສຶກສາຫຼາຍກວ່າ 3.000 ຄົນ

ສະ​ຖາ​ບັນ​ການ​ທະ­ນາ­ຄານ ຈັດ​ພິ­ທີ​ສະ­ຫຼຸບ​ການ­ເຄື່ອນ­ໄຫວ ສົກ​ສຶກ​ສາ 2018-2019 ແລະ ເປີດ​ສົກ​ສຶກ​ສາ 2019-2020 ຂຶ້ນ​ຢູ່​ສະ​ຖາ​ບັນ​ດັ່ງ­ກ່າວ ໂດຍ​ມີ​ທ່ານ​ນາງ ວັດ­ທະ­ນາ ດາ­ລາ​ລອຍ ຮອງ​ຜູ້​ວ່າ­ການ​ທະ­ນາ­ຄານ​ແຫ່ງ ສປປ ລາວ ທ່ານ ສັນ­ຕິ ພົນ​ເມືອງ​ລາວ ຫົວ­ໜ້າ​ສະ​ຖາ​ບັນ​ການ​ທະ­ນາ­ຄານ ຜູ້­ຕາງ­ໜ້າ​ຈາກ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ.

ສົກ​ສຶກ​ສາ 2018-2019 ສະ​ຖາ​ບັນ​ການ​ທະ­ນາ­ຄານ​ໄດ້​ສ້າງ​ນັກ­ວິ­ຊາ­ການ​ລະ­ດັບ​ຊັ້ນ​ສູງ ຮຸ່ນ 16 ແລະ ຕໍ່​ເນື່ອງ​ປະ­ລິນ­ຍາ​ຕີ ຮຸ່ນ 17 ສາ­ຂາ​ການ​ທະ­ນາ­ຄານ ການ​ເງິນ ການ​ບັນ­ຊີ ແລະ ການ​ເງິນ​ຈຸ​ລະ​ພາກ ປະ­ກອບ​ມີ 15 ຫຼັກ­ສູດ ໃນ​ນີ້ ຫຼັກ­ສູດ​ຊັ້ນ​ສູງ 3 ສາ­ຂາ ອະ­ນຸ​ປະ­ລິນ­ຍາ 4 ສາ­ຂາ ປະ­ລິນ­ຍາ​ຕີ 4 ສາ­ຂາ ຕໍ່​ເນື່ອງ​ປະ­ລິນ­ຍາ​ຕີ 4 ສາ­ຂາ ປີ 2019 ສະ​ຖາ​ບັນ​ການ​ທະ­ນາ­ຄານ​ໄດ້​ຮັບ​ອະ­ນຸ­ມັດ​ຫຼັກ­ສູດ​ຕໍ່​ເນື່ອງ​ປະ­ລິນ­ຍາ​ຕີ​ພາກ​ປົກ­ກະ­ຕິ 4 ສາ­ຂາ ເລີ່ມ​ຈັດ​ຕັ້ງ​ໃນ​ສົກ​ສຶກ​ສາ 2019-2020 ເປັນ­ຕົ້ນ​ໄປ.

ສຳ­ລັບ​ສົກ​ສຶກ​ສາ 2018-2019 ສະ​ຖາ​ບັນ​ການ​ທະ­ນາ­ຄານ​ໄດ້​ເປີດ​ການ​ຮຽນ-ການ​ສອນ ແຕ່​ເດືອນ​ຕຸ­ລາ​ເປັນ­ຕົ້ນ​ມາ ປັດ­ຈຸ­ບັນ​ມີ​ຄູ-ອາ­ຈານ​ປະ­ຈຳ 84 ຄົນ ແລະ ອາ­ຈານ​ຮັບ​ເຊີນ 30 ຄົນ ມີ​ນັກ​ສຶກ​ສາ 3.244 ຄົນ ຍິງ 2.195 ຄົນ ໃນ​ນີ້ ນັກ​ສຶກ​ສາ​ຊັ້ນ​ສູງ ຮຸ່ນ 16 ມີ 647 ຄົນ ຮຸ່ນ 17 ມີ 1.182 ຄົນ ຮຸ່ນ 18 ມີ 1.415 ຄົນ ໃນ​ສົກ​ສຶກ​ສາ 2019-2020 ໄດ້​ຮັບ​ນັກ​ສຶກ​ສາ​ໃໝ່ 1.575 ຄົນ ເພີ່ມ​ຂຶ້ນ​ຈາກ​ສົກ​ຜ່ານ​ມາ 8,99%.

ນັບ​ແຕ່​ສົກ​ສຶກ​ສາ 2016-2017 ເປັນ­ຕົ້ນ​ມາ ມີ​ນັກ​ສຶກ​ສາ​ທີ່​ຄົບ​ເງື່ອນ­ໄຂ​ຮັບ​ໃບ​ປະ­ກາ­ສະ­ນີ­ຍະ­ບັດ1.059 ຄົນ ໃນ​ນີ້ ຊັ້ນ​ສູງ 639 ຄົນ ຕໍ່​ເນື່ອງ​ປະ­ລິນ­ຍາ​ຕີ 362 ຄົນ ໃນ​ນີ້ ໄດ້​ຮັບ​ໃບ​ປະ­ກາ­ສະ­ນີ­ຍະ­ບັດ​ກຽດ​ນິ­ຍົມ 18 ຄົນ ຊັ້ນ​ສູງ 4 ຄົນ ແລະ ຕໍ່​ເນື່ອງ​ປະ­ລິນ­ຍາ​ຕີ 14 ຄົນ ນອກ​ນີ້ ຍັງ​ປະ­ກອບ­ສ່ວນ​ເຄື່ອນ​ໄຫວ​ຂະ​ບວນ​ການ​ຕ່າງໆ​ຢ່າງ​ຕັ້ງ­ໜ້າ ເຮັດ​ໃຫ້​ມີ​ຜູ້​ໄດ້​ຮັບ​ໃບ​ຍ້ອງ­ຍໍ ໃບ​ຊົມ­ເຊີຍ 83 ຄົນ ນັກ​ສຶກ​ສາ​ທີ່​ຮຽນ​ດີ-ຮຽນ​ເກ່ງ​ສາ­ມາດ​ຍາດ​ໄດ້​ຮັບ​ທຶນ​ການ​ສຶກ​ສາ​ປະ­ເພດ II ຈຳ­ນວນ 25 ຄົນ ໃນ​ນີ້ ນັກ​ສຶກ​ສາ​ປະ­ລິນ­ຍາ​ຕີ ຮຸ່ນ 17 ມີ 5 ຄົນ ແລະ ປະ­ລິນ­ຍາ​ຕີ ຮຸ່ນ 18 ມີ 20 ຄົນ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...