
ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ສືບຕໍ່ສ້າງຂະບວນອອກແຮງງານລວມຕາມສາຍທາງ ໂດຍເນັ້ນໃສ່ ຕັດຮອນຫງ່າໄມ້ ກິ່ງໄມ້ ທີ່ປົກຄຸ້ມເຂດສະຫງວນຂອງທາງ ທັງປິດບັງປ້າຍຈໍລະຈອນ ປ້າຍຕ່າງໆ ແລະ ໄຟອຳນາດ ຢູ່ ຖະໜົນສຸພານຸວົງ ແລະ ທາງຮ່ອມທາງຊ່ອຍຕ່າງໆ.

ທ່ານ ບຸນຈັນ ແກ້ວສີທຳມະ ຫົວໜ້າຫ້ອງການ ຄບຕ ໄດ້ກ່າວໃນຂະບວນອອກແຮງງານທຄ່ຈັດຂຶ້ນໃນວັນທີ 19 ຕຸລາ 2019 ຜ່ານມາວ່າ:

ການສ້າງຂະບວນການອອກແຮງງານໃນຄັ້ງນີ້ແນ່ໃສ່ສ້າງຄວາມເປັນລະບຽບຮຽບຮ້ອຍ ແລະ ຄວວາມສະອາດຈົບງາມໃຫ້ແກ່ຕົວເມືອງ ທັງເປັນການປ້ອງກັນອຸບັດເຫດທີ່ອາດຈະເກີດຂຶ້ນໃນເວລາທີ່ມີພາຍຸຝົນຕົກ ເພາະຕົ້ນໄມ້ບາງຕົ້ນກໍ່ເປັນຕົ້ນໄມ້ທີ່ເກົ່າແກ່ເຊິ່ງເຮັດໃຫ້ມີມີມອດແມງເຊິ່ງຕ້ອງໄດ້ຕັດຮອນອອກ ທັງເປັນການສືບຕໍ່ສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ຄະນະພັກຮາກຖານ ຄບຕ ແລະ ກອງປະຊຸມໃຫຍ່ອົງຄະນະພັກນະຄອນ ຫຼວງວຽງຈັນ ກໍຄື ກອງປະຊຸມໃຫຍ່ຂັ້ນສູນກາງ.

ນອກຈາກອອກແຮງງານຕັດຮອນຫງ່າໄມ້ ແລະ ກິ່ງໄມ້ໃນຄັ້ງນີ້ແລ້ວ ທາງ ຄບຕ ຂອງພວກເຮົາຍັງຈະໄດ້ສືບຕໍ່ຕັດຫງ່າໄມ້ຢູ່ຕາມເສັ້ນທາງຫຼັກ ໃນ 21 ເສັ້ນທາງ ໄປຄຽງຄູ່ກັບການອະນາໄມປັດກວາດ ຕັດຫຍ້າ ແລະ ອື່ນໆ ທັງໝົດນັ້ນ ກໍ່ເພື່ອສ້າງຄວາມສະອາດຈົບງາມເພື່ອຕ້ອນຮັບແຂກທັງພາຍໃນ ແລະ ຕ່າງປະເທດທີ່ເຂົ້າມາຢ້ຽມຢາມ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ.

ພາບ-ຂ່າວ ເພັດສະໝອນ,ໜັງສືພິມວຽງຈັນໃໝ່
Hits: 36