Thursday, March 20, 2025

ລັດຖະບານ ໄດ້ອອກດໍາລັດ ວ່າດ້ວຍການສົ່ງເສີມການປູກຕົ້ນໄມ້ເປັນສິນຄ້າ

ລັດຖະບານ ສປປ ລາວ ໄດ້ອອກດໍາລັດ ວ່າດ້ວຍ ການສົ່ງເສີມການປູກຕົ້ນໄມ້ ເລກທີ 247/ລບ, ລົງວັນທີ 20 ສິງຫາ 2019 ເພື່ອເປັນບ່ອນອີງໃນການກໍານົດ ຫລັກການ, ລະບຽບການ ແລະ ມາດຕະການ ໃນການສົ່ງເສີມປຸກລະດົມໃຫ້ມີການລົງທືນເພີ້ມຂື້ນໃນຂົງເຂດ ການປູກໄມ້ເປັນສີນຄ້າ ໂດຍແນ່ໃສ່ຄວາມຍືນຍົງໃນການນໍາໃຊ້ວັດຖຸດິບ ເຂົ້າໃນການພັດທະນາຂະແໜງການອຸດສາຫະກໍາໄມ້ພາຍໃນ ທັງເປັນສິນຄ້າສົ່ງອອກ ໃນຄະນະດຽວກັນກໍ່ສາມາດສ້າງລາຍຮັບ ແລະ ພັດທະນາເສດຖະ ກິດ-ສັງຄົມ ບົນພື້ນຖານເປັນມິດກັບສິ່ງແວດລ້ອມ.


ລັດຖະບານ ໄດ້ອອກດໍາລັດ ວ່າດ້ວຍ ການສົ່ງເສີມການປູກຕົ້ນໄມ້ ເລກທີ 247/ລບ,  ລົງວັນທີ 20 ສິງຫາ 2019 ເພື່ອກໍານົດຫລັກການ, ລະບຽບການ ແລະ ມາດຕະການ ໃນການສົ່ງເສີມປຸກລະດົມໃຫ້ມີການລົງທືນເພີ້ມຂື້ນໃນຂົງເຂດ ການປູກໄມ້ເປັນສີນຄ້າ ໂດຍແນ່ໃສ່ຄວາມຍືນຍົງໃນການນໍ້າໃຊ້ວັດຖຸດິບ ເຂົ້າໃນຂະແໜງການອຸດສາຫະກໍາ ທັງສາມາດສົ່ງອອກໄດ້ຢ່າງພໍພຽງ ໃນຄະນະດຽວກັນກໍ່ສາມາດສ້າງລາຍຮັບ ແລະ ພັດທະນາເສດຖະກິດ-ສັງຄົມ ຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ.

ການຄຸ້ມຄອງປ່າປູກ ແລະ ໄມ້ປູກ ແມ່ນເພື່ອການປົກປັກຮັກສາ ປ່າປູກ ແລະ ໄມ້ປູກ ໂດຍມີລະບຽບການໃຫ້ມີການຂື້ນທະບຽນປ່າປູກ ຫລື ອອກໃບຢັ້ງຢືນໄມ້ປູກ ທີ່ເປັນກໍາມະສິດ, ທີ່ຮູ້ແຫລ່ງທີ່ມາຂອງໄມ້ ແລະ ມີນະໂຍບາຍຂໍ້ກໍານົດຕໍ່ການນໍາໃຊ້ໄມ້ເຂົ້າໃນແຕ່ລະກໍລະນີ ເຊັ່ນ

ການຕັດໄມ້, ການເຄື່ອນຍ້າຍໄມ້, ຊື້ຂາຍ ແລະ ສົ່ງອອກ. ນອກຈາກນີ້, ການຄຸ້ມຄອງຍັງເນັ້ນໃສ່ການຈົດທະບຽນນໍາໃຊ້ທີ່ດີນ ແລະ ຈັດສັນທີ່ດີນ ເພື່ອປູກໄມ້, ເພື່ອການຟື້ນຟູປ່າ ແລະ ເພື່ອປົກປັກຮັກສາເຂດຕົ້ນໄມ້ທໍາມະຊາດ.

ຄຽງຄູ່ໄປນັ້ນແມ່ນຍັງມີນະໂຍບາຍຕໍ່ຜູ້ຈັດຕັ້ງປະຕິບັດທີ່ຖືກລະບຽບກົດໝາຍ ແລະ ມີວິໄນຕໍ່ຜູ້ລະເມີດ ເຊັ່ນ: ນະໂຍບາຍຕໍ່ຜູ້ປະຕິບັດດີກໍ່ຄືການປະກອບສ່ວນເຂົ້າໃນການປູກໄມ້, ຟື້ນຟູປ່າ ແລະ ມີແນວທາງປົກປັກຮັກສາປ່າໄມ້ໃຫ້ຍືນຍົງໃນພາຍໜ້າ ແມ່ນຈະໄດ້ຮັບການຍ້ອງຍໍຊົມເຊີຍ ແລະ ສົ່ງເສີມດ້ານອື່ນໆ ຕາມຄວາມເໝາະສົມບົນພື້ນຖານລະບຽບກົດໝາຍ.

ສໍາລັບມາດຕະການຕໍ່ຜູ້ລະເມີດນິຕິກໍາສະບັບນີ້ ແມ່ນຈະຖືກສຶກສາອົບຮົມ, ຖືກລະບຽບວິໄນ ແລະ ປັບໄໝລົງໂທດ ຕາມແຕ່ລະກໍລະນີທີ່ຕົນໄດ້ລະເມີດ.

ແຫຼ່ງຂໍ້ມູນ: ກົມການນໍາເຂົ້າແລະສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.