ວິທີໃຊ້ໜີ້ພໍ່ແມ່ ຊີວິດຈະເລີນຮຸ່ງເຮືອງ

ພໍ່ແມ່ຄືບຸກຄົນສຳຄັນ ເປັນຕົນແບບຂອງການສອນລູກທຸກຄົນໃຫ້ເຕີບໂຕມາເປັນຄົນດີທີ່ສຸດ ບໍ່ວ່າເຮົາຈະເຮັດຜິດ, ເຄີຍຖຽງ ເຄີຍຕົວະພໍ່ແມ່ ແຕ່ຄົນທີ່ພ້ອມຈະໃຫ້ອະໄພລູກ ແລະ ເຂົ້າໃຈລູກດີທີ່ສຸດກໍຄືພໍ່ແມ່ ເຊິ່ງບຸນຄຸນພໍ່ແມ່ນນັ້ນຍິ່ງໃຫຍ່ຖ້ວມຫົວ ເຮົາຈະໃຊ້ໜີ້ແນວໃດກໍບໍ່ໝົດ ແຕ່ 7 ວິທີ່ນີ້ແມ່ນ 7ວິທີໃຊ້ໜີ້ພໍ່ແມ່ແລ້ວຊີວິດຈະເລີນ ທີ່ເຮົາຄວນປະຕິບັດຕໍ່ເພິ່ນໃນຊາດນີ້

  1. ຢ່າຄິດບໍ່ດີກັບພໍ່ແມ່ ພຽງແຕ່ຄິດວ່າເພິ່ນບໍ່ດີກໍຜິດແລ້ວ ສິ່ງທີ່ຄວນເຮັດຄືການຖອນາເວົ້າ ໄປຂໍຂະມາລາໂທດ
  2. ບາງຄົນຖຽງພໍ່ແມ່ ຈົນລືມຄິດໄປວ່າຄົນທີ່ເຮົາໃຊ້ວາຈາເຮັດໃຫ້ເພີ່ນເສຍໃຈນັ້ນຄືພໍ່ແມ່ເຮົາ ສອນລູກຫຼານຢ່າໃຫ້ຖຽງພໍ່ຖຽງແມ່, ຄົນຖຽງພໍ່ຖຽງແມ່ເຮັດກີນບໍ່ຂຶ້ນ ຢ່າຄິດບໍ່ດີກັບພໍ່ແມ່ບໍ່ສະນັ້ນຈະບໍ່ມີຄວາມກ້າວໜ້າ
  3. ໃຜທີ່ພໍ່ແມ່ເສຍໄປແລ້ວ ໃຫ້ໝັ່ນເຮັດບຸນອຸທິດສ່ວນບຸນກຸສົນໄປໃຫ້ ການເຮັດແບບນີ້ຖືວ່າໄດ້ບຸນ ທັງຝ່າຍຜູ້ໃຫ້ແລະ ຜູ້ຮັບ
  4. ໃຜກໍ່ຕາມທີ່ພໍ່ແມ່ຍັງມີຊີວິດຢູ່ ຫາກມີໂອກາດໃຫ້ກັບໄປກາບຕີນຂໍພອນຈາກເພີ່ນ ຈະໄດ້ມັ່ງມີສີສຸກ ສ່ວນຄົນທີ່ເຄີຍເຮັດບໍ່ດີໄວ້ ຫາກຄິດໄດ້ໃຫ້ໄປກາບຕີນເພີ່ນເພື່ອຂໍຂະມາລ້າງຕີນໃຫ້ເພິ່ນເປັນການຂໍຂະມາລາໂທດ
  5. ຂອງດີຂອງພໍ່ແມ່ ຂອງປູ່ຍ່າຕາຍາຍທີ່ມອບໃຫ້ດ້ວຍຄວາມຮັກຢ່າທຳລາຍ ເຖີງແມ່ນວ່າມັນອາດບໍ່ມີຄ່າ ໃຫ້ເຮົາຢາກເກັບໄວ້ເປັນທີ່ລະນຶກ ພໍ່ແມ່ໃຫ້ຫຍັງກໍ່ໃຫ້ຮັກສາໄວ້
  6. ຈົ່ງຈື່ໄວ້ເມື່ອອອກເຮືອນໄປມີຄອບຄົວແລ້ວ ຢ່າລືມກັບໄປຫາພໍ່ແມ່ ຫວ່າງເມື່ອໃດຕ້ອງໄປນົບໄປກາບເພີ່ນ
  7. ຢາກໃຫ້ຊີວິດຈະເລີນກ້າວໜ້າຕ້ອງເບິ່ງວ່າເຮັດບຸນກຸສົນພຽງພໍແລ້ວບໍ່ ຕ້ອງເພີ່ມກຸສົນອານິສົງຜົນບຸນນີ້ ສິ່ງສັກສິດທີ່ຄຸ້ມຄອງ, ຊີວິດຫນ້າທີ່ການງານຈະເລີນກ້າວໜ້າເງີນທອງໄຫຼມາເທມາ, ແຄ້ວຄາດຈາກອຸປະສັກທັງປວງ.
InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...