ງາມຄັກ!!! ຕາດຄູ່ ທີ່ເນລະມິດຈາກຫ້ວຍໝາກຈັນ ບ້ານ​ອຸປະຊາ ເມືອງປາກຊ່ອງ ແຂວງ​​ຈໍາ​ປາ​ສັກ

ມີ​ສອງ​ເສັ້ນທາງ​ໄປ​ຫາ​ສະຖານ ທີ່​ທ່ອງ​ທ່ຽວ​ນີ້​ຄື​​ໜ່ຶງ​ຈາກ​ແຂວງ​ເຊ​ກອງ​ມຸ່ງ​ໜ້າ​ສູ່​ບ້ານ​ຫລັກ 52 ເມືອງ​ໄຊ​ເສດ​ຖາ ແຂວງ​ອັດ​ຕະ​​ປື​ ແລ້ວ​ລ້ຽວ​ຂວາ​ໄປ​ກວ່າ 50 ກິໂລແມັດ ແລະ ອີກ​ເສັ້ນທາງ​ໜຶ່ງຈາກ​ນະ ຄອນປາກ​ເຊ​ ສູ່​ເມືອງ​ປາກ​ຊ່ອງ ເຊິ່ງ​ຈະ​ມີ 3 ເສັ້ນ​ຄື​ເສັ້ນທາງ​ຊ້າຍ​ໄປ​ແຂວງ​ເຊ​ກອງ.

ສ່ວນ​ເສັ້ນທາງ​ຂວາ​ກະ​ບໍ່​ຮູ້​ວ່າ​ໄປ​ເຖິງ​ເຂດ​ໃດ ແລະ ເສັ້ນ​ກາງ​ມຸ່ງ​ໜ້າ​ໄປ​ສູ່​ຫ້ວຍ​ກອງ​ອອກ​ສູ່​ບ້ານ​ຫລັກ 52 ແຂວງ​ອັດ​ຕະ​​ປື​ ໂດຍ​ຈາກ​ປາກ​ຊ່ອງ ​ກວ່າ 30 ກິໂລແມັດ ກໍ​ໄປ​ເຖິງ​ບ້ານ​ໜອງ​ອີ​ໂອຍ ​ແລ້ວ​ລ້ຽວ​ຂວາ​ໄປ​ສູ່​ບ້ານ​ອຸປະຊາ ເຊິ່ງ​ເປັນ​ທີ່​​ຕັ້ງ​ຂອງ​ສະຖານ ທີ່​ທ່ອງ​ທ່ຽວ ຕາດ​ຄູ່.

ຕາດ​ນີ້​ຄົ້ນ​ພົບ​ເຫັນ​ດົນ​ແລ້ວ, ແຕ່​ຫາ​ກໍ​ປັບປຸງ ຈັດ​ສັນ​ໃຫ້​ເປັນ​ແຫລ່ງ​ທ່ອງ​ທ່ຽວ​ເມື່ອ​ສອງ​ສາມ​ປີ​ຫລັງ​ຜ່ານ​ມາ ເຊິ່ງ​ມື້​ນັ້ນ​ພົບ​ຄວາມ​ລຳບາກ​ບໍ່​ໜ້ອຍ​ຍ້ອນ​ຟ້າ​ຝົນ-ຕົກ​ລັດ​ທາງ ທາງກໍ​ເປັນ​ທາງ​ດິນ​ແດງ​ແດ່​ຈຶ່ງ​ບໍ່​ແປກ ​ທີ່​ຫລາຍ​ຍ່ານ​ຂອງ​ເສັ້ນທາງ​ນີ້​ມີ​ຂຸມ​ນ້ອຍ​ຂຸມ​ໃຫຍ່​ພໍ​ໃຫ້​ໄດ້​ຫວນ​ຄືນ​ເຖິງ​ອະດີດ​ທີ່​ເຄີຍ​ກິນ​ເຂົ້າ​ລີງ​ຕອນ​ລົດ​ຄາ.

ຕາດ​ຄູ່ ບ້ານ​ອຸປະຊາ ເມືອງປາກຊ່ອງ ແຂວງ​​ຈໍາ​ປາ​ສັກ ເຊິ່ງ​ນອກ ຈາກ​ເປັນ​​ນໍ້າ​ໂຕນ​ຕາດ ​ທີ່​ເກີດ​ຈາກ​ທຳ​ມະ​ຊາດ ບໍ່​ສູງ​ພໍ​ເທົ່າໃດ​ກໍ​ດີ, ​ຜູ້​ສຳ​ປະທານ ໄດ້​ຕົກແຕ່ງ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ທີ່​ມາ​ຮອດ​ຈອດ​ເຖິງ​ບໍ່​ວ່າ​ຈະ​ເປັນ​ການ​ປຸກ​ຕູບ​ຖາວອນ ແລະ ຕູບ​ຊາມຊາ​​ຕັ້ງ​ຢູ່​ແຄມ​ໜອງ ແລະ ກາງ​​ນໍ້າ​ໂຕນ ອ່າງ​ລອຍ​​ນໍ້າ​ສຳລັບ​ເດັກນ້ອຍ ຫ້ອງນໍ້າ ​ທີ່​ສະອາດ ບ່ອນ​ຖ່າຍຮູບ ແລະ ອື່ນໆ ເຊິ່ງ​ຕ້ອງ​ບອກວ່າ​ງາມ​ສົມຈິງ​ ດັ່ງ​ທຳ​ມະ​ຊາດ.

ສ່ວນ​ອາຫານ​ການ​ກິນ​ກໍ​ພໍ​ຮັບ​ໄດ້​ບໍ່​​ແ​ແພງ​ເກີນ​ໄປ ຄ່າ​ນັ່ງ​ຕູບ ສາມ​ສິບພັນກີບ ຄ່າ​​ຜ່ານ​ປະຕູ​ເຂົ້າ​ແຫ​ລ່ວງ​ທ່ອງ​ທ່ຽວ ຫ້າ​ພັນ​ກີບ​ຕໍ່​ຄົນ ແລະ ​​ທີີ່​ປະທັບ​ໃຈ​ທີ່​ພາກພູມ​ໃຈ​ທັງ​ໄດ້​ບຸນ​ຕື່ມ​ອີກ​ຄື​ການ​ໄດ້​​ນໍາ​ເອົາ​ເສດ​ອາຫານ ຫລື ຂະໜົມ ເກືອ​ປາ​ນ້ອຍ​ປາ​ໃຫຍ່​ທີ່​ລອຍ​ລ່ອງ​ໄປ​ມາ​ໃນ​ໜອງ​ຢ່າງ​ຫລວງ​ຫລາຍ. ເຖິງວ່າ​ໄລຍະນີ້ເປັນ ​ຍາມ​ຝົນ​ກໍ​ດີ, ແຕ່​ການ​ໄດ້​ມາ​ສຳຜັດ ມາ​ສູບ​ດົມ​ເອົາ​ອາກາດ​ທີ່ແສນ​ບໍລິສຸດ ມາ​ເຫັນ​ວິຖີ​ຊີວິດ​ຂອງ​ປະຊາ ຊົນບັນດາເຜົ່າ​ຢູ່​ອ້ອມແອ້ມ​ສະຖານ ທີ່​ທ່ອງ​ທ່ຽວ​ແຫ່ງ​ນີ້​ນັບ​ວ່າ​ມ່ວນ ມີ​ຄວາມສຸກ​ຢ່າງ​ແທ້​ຈິງ.

ແຫຼ່ງຂໍ້ມູນ: ສຳນັກຂ່າວສານປະເທດລາວ ບົດຄວາມຖືກຮຽບຮຽງຂຶ້ນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...