Friday, July 11, 2025
Kbank Laos โอน รับ จ่าย

ປະຫວັດຄວາມເປັນມາ ເມືອງຫີນເຫີບ ເມືອງປະຫວັດສາດ ສັນຍາປອງດອງຊາດຂອງຜູ້ນໍາ 3 ຝ່າຍ

ພາບປະກອບ
  1. ບົດສະເໜີຂອງເມືອງຫີນເຫີບພາຍຫຼັງໄດ້ຮັບການສ້າງຕັ້ງ.
    1. ທີ່ຕັ້ງແລະຈຸພິເສດ.

ເມືອງຫີນເຫີບມີທີ່ຕັ້ງຢູ່ໃຈກາງຂອງແຂວງວຽງຈັນຈຸດຫຼັກ 94 ກິໂລແມັດຂອງເສັ້ນທາງເລກທີ 13 ເໜືອນັບແຕ່ນະຄອນຫຼວງວຽງຈັນ, ມີເຂດແດນຕິດຈອດກັບ 5 ຕົວເມືອງອ້ອມຂ້າງຄື: 

ເມືອງເຟືອງ, ເມືອງວັງວຽງ, ເມືອງແກ້ວອຸດົມ, ເມືອງໂພນໂຮງ, ເມືອງສັງທອງ (ນະຄອນຫຼວງວຽງຈັນ) ແລະກໍ່ແມ່ນຈຸດເລີ່ມຕົ້ນຂອງເສັ້ນທາງສາຍຍຸດທະສາດຂອງແຂວງ ເລກທີ 4501 ອອກສູ່ສາຍແດນປະເທດໄທໂດນຜ່ານເມືອງເຟືອງ, ເມືອງໜືນ, ເມືອງຊະນະຄາມ

ແລະກໍ່ຍັງເປັນເມືອງປະຫວັດສາດການກໍ່າເນີດສັນຍາປອງດອງຊາດຂອງຜູ້ນໍາ 3 ຝ່າຍຄື: ຝ່າຍແນວລາວສ້າງຊາດ, ຝ່າຍເປັນກາງ, ແລະຝ່ານວຽງຈັນທີ່ໄດ້ເຊັນສັນຍາຢູ່ກາງຂົວເຫຼັກຍາວຫີນເຫີບໃນວັນທີ 6/10/1962.

ເມືອງຫີນເຫີບແມ່ນໄດ້ແຍກເອົາພື້ນທີ່ການປົກຄອງແລະປະຊາກອນສ່ວນໜື່ງຈາກ 3 ຕົວເມືອງຂອງແຂວງວຽງຈັນຄື: 

ເມືອງເຟືອງ, ເມືອງວັງວຽງ, ເມືອງໂພນໂຮງ, ເຂົ້າກັນແລ້ວ ຈັດຕັ້ງເປັນເມືອງຫີນເຫີບຂື້ນເພີ່ມຈໍານວນຕົວເມືອງໃຫ້ແກ່ແຂວງວຽງຈັນພາຍຫຼັງແຍກອອກຈາກແຂວງ-ກໍາແພງນະຄອນອອກມາຕັ້ງຢູ່ຕາງຫາກໃນປີ1983 ເອີ້ນວ່າແຂວງວຽງຈັນໂດຍປະຕບັດຕາມດໍາລັດຂອງທ່ານນາຍຍົກລັດະມົນຕີແຫ່ງສປປລາວສະບັບເລກທີ 166/ນຍລົງວັນທີ 13/9/1996 ວ່າດ້ວຍການສ້າງຕັ້ງເມືອງຫີນເຫີບ ເພີ່ມຈໍານວນເມືອງໃຫ້ແຂວງວຽງຈັນແລະກໍ່ປະຕິບັດຕາມຄໍາແນະນໍາຂອງທ່ານເຈົ້າແຂວງວຽງຈັນສະບັບເລກທີ 14/ຈຂວຈ,ລົງວັນທີ 30/9/1996 ວ່າດ້ວຍການມອບ-ຮັບຈໍານວນປະຊາກອນແລະຂອບເຂດການປົກຄອງທີ່ຖືກແບ່ງໃຫ້ເມືອງຫີນເຫີບຄຸ້ມຄອງຊີ້ນໍາ

ພ້ອມທັງໄດ້ຮັບການຈັດພິທີປະການສ້າງຕັ້ງເປັນທາງການຂື້ນໃນວັນທີ 4/2/1997 ເຊີ່ງຂັ້ນເທີງໄດ້ແຕ່ງຕັ້ງເອົາທ່ານບົວພາສັກດາວົງເປັນເລຂາພັກເມືອງເຈົ້າເມືອງໆຫີນເຫີບຜູ້ທໍາອິດຂອງປະຫວັດສາດທ້ອງຖີ່ນຫີນເຫີບໄດ້ຮັບການສະຖາປະນາຂື້ນເປັນເມືອງໜື່ງຂອງແຂວງວຽງຈັນ ຕໍ່ເນື້ອທີ່ການປະເມີນໃນເວລານັ້ນມີ 770 ກິໂລ ແມັດຕາມບົດບັນທືກການມອບ-ຮັບໃນເບື້ອງຕົ້ນແລ້ວກໍ່ໄດ້ມີການກວດແກ້ໃນປີ 2005-2006  ມີ 113.602 ເຮັກຕາ .

ການເຊັນມອບ – ຮັບປະຊາກອນແລະຂອບເຂດການປົກຄອງໃຫ້ເມືອງຫີນເຫີບເປັນຜູ້ຄຸ້ມຄອງບໍລິຫານຈາກ  3 ຕົວເມືອງດັ່ງນີ້:

ພາບປະກອບ

* ເຈົ້າເມືອງໆເຟືອງ ເຊີ່ງນໍາໂດຍທ່ານບຸນໂຕພິມມະສານໄດ້ເຊັນມອບ 2 ເຂດຄື: 

ເຂດຜ່າບ່ອງແລະເຂດຫີນເຫີບລວມມຮ 22 ບ້ານມີປະຊາກອນທັງໝົດ 70291 ຄົນໄດ້ເຊັນມອບຮັບໃນຄັ້ງວັນທີ 16/11/1996

* ເຈົ້າເມືອງໆວັງວຽງນໍາໂດຍທ່ານອຸ່ນຄໍາບຸນຍະແສງໄດ້ເຊັນມອບຈໍນວນ 6 ບ້ານຕາມເສັ້ນທາງເລກທີ 13 ເໜືອນັບແຕ່ສົ້ນຂົວຫ້ວຍປາມ້ອມລົງມາມີ 9 ບ້ານປະຊາກອນທັງໝົດ 2986 ຄົນມອບ-ຮັບໃນຄັ້ງວັນທີ 4/5/1996

* ເຈົ້າເມືອງໆໂພນໂຮງນໍາໂດຍທ່ານເຂົາແກ້ວສົມຈັນມະວົງໄດ້ເຊັນມອບປະຊາກອນ 2 ເຂດຟາກພູພະຄື: ເຂດຄອນແກ້ວແລະເຂດຄອນຊໍາລວມມີ 20 ບ້ານມີປະຊາກອນທັງໝົດ 10.483 ຄົນໄດ້ເຊັນມອບ-ຮັບໃນຄັ້ງວັນທີ 19/10/1996.

ພາບປະກອບ

2. ໄລຍະເຂດການຄຸ້ມຄອງມີເຂດແດນຕິດກັບບັນດາເມືອງອ້ອມຂ້າງແລະທີ່ຕັ້ງຂອງສໍານັກປົກຄອງເມືອງ.

ສໍານັກງານປົກຄອງເມືອງຫີນເຫີບຕັ້ງຢູ່ຈຸດໂຮງເລື່ອຍເກົ່າຕິດກັບເສັ້ນທາງເລກທີ 13 ເໜືອ ຫ່າງຈາກຂົວຫີນເຫີບແຫ່ງທີ່ 2 ຂື້ນທິດເໜືອປະມານ 100 ແມັດທາງທິດເໜືອຂອງເມືອງຕິດກັບເຂດແດນຂອງເມືອງວັງວຽງຊື່ງເລີ່ມແຕ່ສົ້ນຂົວຫ້ວຍປາມ້ອມເຍື້ອງໃຕ້ ເລັງໄປໃສ່ຈອມພູມືດທາງທິດຕາເວັນອອກຮອດຈຸດສູງ 918 ໄປຕາມສັນພູມືດທາງທິດຕາເວັນອອກຮອດຈຸດສູງ 819 ລົງໄປໃສ່ໝູ່ເກາະດອນເຂດຜ່າກຸບແຕ່ການຊີ້ນໍາຄຸ້ມຄອງ.

ປະຊາກອນໃນເຂດນີ້ເຫັນວ່າມີຄວາມຫຍຸ້ງຍາກຫລາຍ ຈຶ່ງມອບໃຫ້ເມືອງວັງວຽງຄືເກົ່າທີ່ຈະມີຄວາມສະດວກກ່ວາສໍາລັບທາງຕາເວັນຕົກ ນັບແຕ່ສົ້ນຂົວຫ້ວຍປາມ້ອມເຍື້ອງໃຕ້ ເລັງໄປຕາມຄູຄອງນໍ້າໄປຮອດເຄື່ອນນໍ້າຊອງລັດໃສ່ນໍ້າແກນລຽບຕາມສາຍນໍ້າແກ່ນ ຂື້ນສຸດຍອດຕໍ່ແດນເມືອງເຟືອງທາງທິດຕາເວັນອອກສຽງເໜືອ ທາງທິດໃຕ້ຕິດກັບເມືອງໂພນໂຮງ ຊື່ງກໍານົດເອົາຕາມສາຍພູພະນັງໄປທາງທິດໃຕ້ຮອດເມືອງສັງທອງທາງທິດຕາເວັນອອກ ຕິດກັບເມືອງແກ້ວອຸດົມ ຊື່ງກໍານົດຕາມສັນພູໄກ່ຄອນລົງໃສ່ແກ້ງກະຈາງຂື້ນໃສ່ພູມືດເລັງໃສ່ຕໍ່ແດນເມືອງວັງວຽງທາງທິດຕາເວັນອອກສຽງໃຕ້ ທາງທິດຕາເວັນຕົກສຽງໃຕ້ຕິດກັບແດນເມືອງສັງທອງ (ນະຄອນຫຼວງວຽງຈັນ).

ຊຶ່ງເລີ່ມແຕ່ແດນເມືອງໂພນໂຮງຢູ່ຈຸດພູພະນັງລັດລົງໄປທາງທິດຕາເວັນຕົກລົງໄປຈຸດຕາດກົ້ວ (ນໍ້າຕອນ) ເລັງໄປໃສ່ນໍ້າສົມພູຢູ່ຈຸດປາກຫ້ວຍປາສູດລຽບຕາມຫ້ວຍປາສູດ ຂື້ນຮອດຍອດກວມເອົາເຂດປຸງບອນໄປໃສ່ຍອດນໍ້າງາ ລົງໄປໃສ່ຫ້ວຍກົກກອກໄປຕາສາຍຫ້ວຍກົກກອກລົງຮອດນໍ້າຕີນ ຖັນໄປໃສນໍ້າມອນຕອນລຸ່ມຈົນໄປຮອດຈຸດປາກນໍ້າໄພຕໍ່ໃສ່ແດນເມືອງເຟືອງ ທາງທິດຕາເວັນຕົກຕິດກັບເຂດເມືອງເຟືອງ  ນັບແຕ່ຈຸດປາກນໍ້າໄພຂື້ນໄປຕາມສາຍນໍ້າໄພຂື້ນໄປຮອດຈອມພູອິນຖີ່ນແລ້ວ ລັດມາໃສ່ທາງໄປເມືອງເຟືອງຢູ່ຈຸດຫຼັກ 18 (ຫ້ວຍເສືອໂດດ) ລັດໄປໃສ່ແກ້ງປືນນໍ້າລີກລຽບນໍ້າປືນຂື້ນຫາຈຸດຜານົກກົກລັດໃສ່ນໍ້າງົວຕອນກາງລຽບນໍ້າງົວຮອດຍອດໄປກວມເອົາພູ 1.800 ຕໍ່ໃສ່ແດນເມືອງວັງວຽງ.

ພາບປະກອບ

3. ຈໍານວນບ້ານແລະປະຊາກອນທີ່ຂື້ນກັບເມືອງຫີນເຫີບ

 – ອີງຕາມ: ຄໍາແນະນໍາຂອງທ່ານເຈົ້າແຂວງໆວຽງຈັນສະບັບເລກທີ 14/ຈຂວຈ, ລົງວັນທ 30 ກັນຍາ 1996 ວ່າດ້ວຍການໃຫ້ 3 ຕົວເມືອງຄື: ເມືອງໂພນໂຮງ, ເມືອງເຟືອງແລະເມືອງວັງວຽງມອບເຂດການຄຸ້ມຄອງແລະປະຊາກອນສ່ວນໜື່ງໃຫ້ແກ່ເມືອງຫີນເຫີບ.

 – ອີງຕາມ: ບົດບັນທືກການມອບ-ຮັບເຂດແດນການຄຸ້ມຄອງແລະປະຊາກອນລະຫວ່າງເມືອງຫີນເຫີບແລະການນໍາຂອງ 3 ຕົວເມືອງຕາມທີ່ໄດ້ກ່າວມາໃນໂລແມັງ I ແລະຂໍ້ 1 ຜ່ານມາ.

ຈໍານວນບ້ານແລະປະຊາກອນທີ່ 3 ຕົວເມືອງໄດ້ເຊັນມອບໃຫ້ເມືອງຫີນເຫີບໃນທ້າຍປີ 1996 ກ່ອນການປະກາດສ້າງຕັ້ງເມືອງມີຈໍານວນ 48 ບ້ານ, ມີປະຊາກອນທັງໝົດ 20.670 ຄົນໃນນີ້ຊົນເຜົ່າລາວມີ 9.116 ຄົນເທົ່າກັບ44,10%, ຊົນເຜົ່າຂະມຸມີ 10.439 ຄົນເທົ່າກັບ 50,510% ແລະຊົນເຜົ່າມົ້ງມີ 1.115 ຄົນເທົ່າກັບ 5.4% ຂອງຈໍານວນປະຊາກອນທັງໝົດທີ່ໄດມອບໃຫ້ຄະນະນໍາຂອງເມືອງຫີນເຫີບເປັນຜູ້ຄຸ້ມຄອງນັບແຕ່ມືລົງລາຍເຊັນການມອບ-ຮັບ.

ມາຮອດປີ 2004 ໄດ້ປະກາດສ້າງຕັ້ງບ້ານໜອງຫຼວງເພີ່ມຕື່ມ 1 ບ້ານຊື່ງເປັນຊົນເຜົ່າມົ້ງທີ່ຍົກຍ້າຍອອກຈາກເຂດ 516 ທີ່ໜ້າເຂື່ອນນໍ້າງື່ມ 1 ເຂົ້າມາຕັ້ງຖີ່ນຖານໃໝ່ແລ້ວເມືອງຫີນເຫີບກໍ່ໄດ້ຈໍານວນບ້ານເພີ່ມຂື້ນຕື່ມເປັນ 49 ບ້ານມາຮອດປີ 2007 ໄດ້ໂຮງບ້ານນ້ອຍໃຫ້ເປັນບ້ານໃຫຍ່ຈື່ງເຫຼືອພຽງ 43 ບ້ານມີປະຊາ ກອນ 27.618 ຄົນມາຮອດປີ 2013 ປະຊາກອນເພີ່ມຂື້ນເປັນ 30.579 ຄົນມີ 5.334 ຫຼັງຄາມີ 6.322 ຄອບຄົວຊົນເຜົ່າລາວກວມເອົາ 42.23% ເຜົ່າກືມໝຸກວມເອົາ 50.63% ແລະຊົນເຜົ່າມົ້ງກວມເອົາ 7.12% ຂອງປະຊາກອນທົ່ວເມືອງ.

ແຫຼ່ງຂໍ້ມູນ: ເວບໄຊແຂວງວຽງຈັນ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.