Monday, April 21, 2025

ປະຫວັດຊີວິດ ອາຈານ ດາວວຽງ ບຸດນາໂຄ ສິລະປິນດີເດັ່ນ ສາຂາວັນນະກຳ ນັກປະພັນ ນັກກະວີ ນັກແຕ່ງເພງຊື່ດັງ

ພາບປະກອບ

ນັກປະພັນເພງ ກາບກອນ ເລື່ອງສັ້ນ ສິລະປິນດີເດັ່ນຂອງຊາດ ສາຂາ ວັນນະກຳ

ເກີດປີ 1954 ທີ່ບ້ານຂີ້ນາກ ເມືອງໂຂງ ແຂວງຈຳປາສັກ ຮຽນຈົບວິທະຍາໄລຄູຈຳປາສັກແລ້ວກໍຂຶ້ນມາ “ສ່ຽງໂຊກຜະຈົນຊີວິດ” ທີ່ນະຄອນຫຼວງວຽງຈັນ ໂດຍເລີ່ມຕົ້ນຈາກການເປັນນັກຂ່າວສັງກັດໜັງສືພິມ “ສຶກສາໃໝ່”. ດ້ວຍອຸປະນິດໄສ ໃຈຮ້ອນບໍ່ຍອມຄົນ ແລະແນວຄິດເສລີຈຶ່ງໄດ້ລາຈາກວຽກລັດຖະການມາດຳເນີນຊີວິດແບບເສລີຊົນ, ລ້ຽງຊີບດ້ວຍການເປັນນັກຖ່າຍຮູບ, ການສ້າງຄ້າຍມວຍ, ການແຕ່ງບົດເລື່ອງສັ້ນ, ກະວີ, ບົດເພງ. ຜົນງານຮວມເຫຼັ້ມທີ່ເປັນເລື່ອງສັ້ນແລະບົດກະວີ: ທີ່ລະນຶກ (1990), ຂອງຝາກ, ປຣັຊຍາຫາງອື່ງ, ບັກໂຄນຄົນໄທໃຕ້(ຂຽນຮ່ວມ ປັນຍາ ພັນທະພານິດ), ເຝີຖ້ວຍສຸດທ້າຍ (ພາສາໄທ), ຊີວິດແລະບົດເພງ, ຫິ່ງຫ້ອຍ…

ພາບປະກອບ

ຂຽນເພງປະມານ 300 ເພງ 
(ມີຫຼາຍເພງດັງຊຶ່ງນັກຮ້ອງລາວແລະໄທນຳໄປຮ້ອງ).

ພາບປະກອບ

ຮາງວັນດ້ານການຂຽນ: ໄດ້ຮັບຫຼຽນນາມມະຍົດສິລະປິນດີເດັ່ນສາຂາວັນນະກຳ ໃນປີ 2011 ຈາກລັດຖະບານແຫ່ງສປປ.ລາວ ອຸດົມຄະຕິໃນຊີວິດ: “ ຄົນອື່ນເຂົາອາດຈະມີສຸກກັນດ້ວຍການມີເງິນຫຼາຍ, ມີເຮືອນຫຼັງໃຫຍ່, ມີລົດຄັນງາມໆຂີ່, ມີຖານະຕຳແໜ່ງດີ, ແຕ່ສ່ວນຕົວຂ້າພະເຈົ້າ ເມື່ອໃດໄດ້ຈັບຄັນປາກກາຂີດເນັ້ນໃສ່ໜ້າເຈ້ຍ-ຂຽນບົດປະພັນ,ກັ່ນເປັນກອນກະວີ, ຄົ້ນຄິດ, ອຸທິດປຣັຊຍາຊີວິດເພື່ອຄົນແລ້ວ, ຮູ້ຕົວວ່າຂ້າພະເຈົ້າເປັນສຸກທີ່ສຸດໃນໂລກ”. …………………..

ພາບປະກອບ

ດາວວຽງ ບຸດ­ນາໂຄ. – ເປັນ­ນັກຂ່າວ ນັກ­ຂຽນເລື່ອງ­ສັ້ນ ບົດກະ­ວີການ­ກອນ 
– ໂຮມເຣື່ອງ­ສັ້ນ ແລະ­ກະ­ວີ ຊື່ “ທີ່ລະ­ນຶກ” ປີ ໑໙໙໐. – ໂຮມກະ­ວີຊຸດ “ສຸດ­ທີອ່າວ” ປີ ໑໙໙໒. – ໂຮມເຣື່ອງ­ສັ້ນ ຊື່ “ຂອງ­ຝາກ” ປີ ໑໙໙໒. – ປຣັຊຍາ ແສງ­ທຽນ­ຊີວິດ ໑໙໙໔. – ຂຽນເພງ­ລູກ­ທົ່ງ ໝໍລໍາ ຫຼາຍ­ກວ່າ ໕໐໐ ບົດ. ສາວດົງໂດກ, ສາວສີເມືອງ, ຈົດ­ໝາຍ­ລອຍ­ລົມ, ຊີວິດເດັກເສີບ, ຜູ້­ຊາຍ­ປາຍແຖວ, ຊື່ເຫຼົ່ານີ້ ເປັນ­ອາ­ຣະ­ບັ້ມເພງ­ທີ່­ມີຊື່­ສຽງ ແລະ­ເປັນ­ຕໍານານ.

ຊີວິດ­ຂອງເຂົາ – ເກີດເມື່ອວັນ­ທີ ໐໓/໐໘/໕໔ – ທີ່ບ້ານ­ຂີ້­ນາກ(ນາ­ຄະ­ບູຣີ) ເມືອງໂຂງ ແຂວງ­ຈໍາ­ປາ­ສັກ
– ພໍ່­ຊື່­ຫຼ່ຽມ ແສງ­ຣາ­ຕຣີ – ແມ່­ຊື່­ຄໍາ­ປິ່ນ ສີອັກ­ສອນ – ມີອ້າຍນ້ອງຮ່ວມ­ກັນ ໑໑ ຄົນr />- ຈົບ­ຊັ້ນປະ­ຖົມ­ປີ ໑໙໖໘ – ຈົບ­ວິຊາ­ຊີບຄຣູຊັ້ນ­ຕົ້ນ ປິ ໑໙໗໓ – ຈົບ­ວິຊາ­ຊີບຄຣູຊັ້ນ­ກາງ ປີ ໑໙໗໙ – ເປັນປະ­ທານສະ­ໂມ­ສອນ­ນັກ­ຂຽນ­ໜຸ່ມ ປີ ໑໙໘໘ – ເປັນ­ໜຶ່ງໃນຄະ­ນະ­ບໍຣິຫານ ສະ­ມາ­ຄົມ­ນັກປະ­ພັນ­ລາວ (ຊຸດ ໑) – ກະ­ວິ ໃນ­ດວງໃຈ (ສານ­ລີບພະ­ສູນ, ກອນຜະ­ຫຍາ­ພື້ນບ້ານ­ລາວ) – ນັກກະ­ວີໃນ­ດວງໃຈ (ລູງມະ­ຫາແກ້ວ ຫົວໂຂງພຣະ­ໃຫຍ່, ທ່ານ­ທອງ­ຄໍາ ອ່ອນມະ­ນີສອນ)

ພາບປະກອບ

ດາວວຽງ ບຸດນາໂຄ ເກີດປີ 1954 ທີ່ບ້ານຂີ້ນາກ ເມືອງໂຂງ ແຂວງຈຳປາສັກ
ຮຽນຈົບວິທະຍາໄລຄູຈຳປາສັກແລ້ວກໍຂຶ້ນມາ “ສ່ຽງໂຊກຜະຈົນຊີວິດ” ທີ່ນະຄອນຫຼວງວຽງຈັນ ໂດຍເລີ່ມຕົ້ນຈາກການເປັນນັກຂ່າວສັງກັດໜັງສືພິມ “ສຶກສາໃໝ່”. ດ້ວຍອຸປະນິດໄສ ໃຈຮ້ອນບໍ່ຍອມຄົນ ແລະແນວຄິດເສລີຈຶ່ງໄດ້ລາຈາກວຽກລັດຖະການມາດຳເນີນຊີວິດແບບເສລີຊົນ, ລ້ຽງຊີບດ້ວຍການເປັນນັກຖ່າຍຮູບ, ການສ້າງຄ້າຍມວຍ, ການແຕ່ງບົດເລື່ອງສັ້ນ, ກະວີ, ບົດເພງ.ຜົນງານຮວມເຫຼັ້ມທີ່ເປັນເລື່ອງສັ້ນແລະບົດກະວີ: ທີ່ລະນຶກ (1990), ຂອງຝາກ, ປຣັຊຍາຫາງອື່ງ, ບັກໂຄນຄົນໄທໃຕ້, ເຝີຖ້ວຍສຸດທ້າຍ (ພາສາໄທ), ຊີວິດແລະບົດເພງ, ຫິ່ງຫ້ອຍ… ຂຽນເພງປະມານ 300ເພງ (ມີຫຼາຍເພງດັງຊຶ່ງນັກຮ້ອງລາວແລະໄທນຳໄປຮ້ອງ).ຮາງວັນດ້ານການຂຽນ: ໄດ້ຮັບຫຼຽນນາມມະຍົດສິລະປິນດີເດັ່ນສາຂາວັນນະກຳ ໃນປີ 2011 ຈາກລັດຖະບານແຫ່ງສປປ.ລາວ

ພາບປະກອບ

ອຸດົມຄະຕິໃນຊີວິດ:
ຄົນອື່ນເຂົາອາດຈະມີສຸກກັນດ້ວຍການມີເງິນຫຼາຍ, ມີເຮືອນຫຼັງໃຫຍ່, ມີລົດຄັນງາມໆຂີ່, ມີຖານະຕຳແໜ່ງດີ, ແຕ່ສ່ວນຕົວຂ້າພະເຈົ້າ ເມື່ອໃດໄດ້ຈັບຄັນປາກກາຂີດເນັ້ນໃສ່ໜ້າເຈ້ຍ-ຂຽນບົດປະພັນ, ກັ່ນເປັນກອນກະວີ, ຄົ້ນຄິດ, ອຸທິດປຣັຊຍາຊີວິດເພື່ອຄົນແລ້ວ, ຮູ້ຕົວວ່າຂ້າພະເຈົ້າເປັນສຸກທີ່ສຸດໃນໂລກ”.

ພາບປະກອບ

ທ່ານອາຈານ ດາວວຽງ ບຸດນາໂຄ 
ສິລະປິນດີເດັ່ນ ສາຂາວັນນະກຳ
ນັກປະພັນ ນັກກະວີ ນັກແຕ່ງເພງຊື່ດັງ
~ ຖ້າເອີ່ຍຊື່ເພງ: ສາວສີເມືອງ ສາວດົງໂດກ
ແລະ ເອີ່ຍຊື່ ທ່ານອາຈານ ດາວວຽງ ເຊື່ອວ່າ
ຫລາຍຄົນຄົງໄດ້ຍິນຊື່ນີ້, ແຕ່ຫລາຍຄົນຍັງ
ບໍ່ຮູ້ວ່າ ຫນ້າຕາ ຮູບຮ່າງ ເພິ່ນເປັນຄືແນວໃດ
ມື້ນີ້ ຈິ່ງຂໍນຳຮູບແຜ່ນນີ້ ມາຝາກເພື່ອນໆ.
~~~~~~~~~~~~~~
ທ່ານອາຈານ ຄືຜູ້ສອນຫລັກການແຕ່ງກະວີ, ແຕ່ງ
ເລື້ອງສັ້ນ, ແຕ່ງເພງ ແລະ ໃຫ້ຂໍ້ຄິດດີໆແກ່ຂ້ອຍ
ມາແຕ່ເລີ້ມຕົ້ນຕອນເຂົ້າສູ່ແວດວົງວັນນະກຳ
ກໍຄືຖະຫນົນຄົນຂຽນຫນັງສື.

ທ່ານອາຈານ:
~ ຄືຜູ້ໃຫ້ແຮງບັນດານໃຈ
~ ຄືຜູ້ຄອຍເຕີມເຊື້ອໄຟທາງປັນຍາ
~ ຄືຜູ້ຫລອມເຫລົາຄອງປາກກາ
~ ຄືຄຣູທີ່ລູກສິດລູກຫາ ສັດທາຕະຫລອດການ.

ເຖີງແມ່ນວ່າອາຈານດາວວຽງລາລັບໂລກໄກໂສກສົງສານ
ຫາກຈະເຫລືອພຽງອຸດົມການຜ່ານຜົນງານເອ້
ຫນື່ງກະວີຮຽມໄດ້ທອ່ງຂື້ນໃຈບໍ່ໃຫວຫວັ່ນດັ່ງນີ້:


ອຸດົມການບ່ອນມຸ້ງ ຊິນັ່ງໃຝ່ນອນຝັນເປັນລື
ມືບໍ່ຈັບບາຍແຫ ບໍ່ຫອ່ນເຫັນປາປີ້ງ
ປຽບດັ່ງນາຍພານເນື້ອ ເຫັນກວາງນຳ້ລາຍໂຢດ
ປືນບໍ່ແນແນບໂປ້ງ ບໍ່ຄອງຄຸ້ຍຕ່ອນແກງດອກນາ

ແຫຼ່ງຂໍ້ມູນ: ສຳນັກພິມ ລາວດວງເດືອນ ແລະ ວີກິພີເດຍ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.