Friday, April 18, 2025

ປະຫວັດຄວາມເປັນມາ ວັດຄີລີ ຫຼື ວັດສຸວັນນະຄີລີ ແຫ່ງເມືອງມໍລະດົກໂລກ ຫຼວງພະບາງ

ພາບປະກອບ

ວັດຄີລີ ຫຼື ວັດສຸວັນນະຄີລີ ຕາມຕຳນານກ່າວວ່າວັດນີ້ ສ້າງໂດຍຊາວພວນຈາກເມືອງຊຽງຂວາງ ເມື່ອປີ ພ.ສ 2316 ຄ.ສ 1773 ຢູ່ເທິ່ງເນີນທີ່ເປັນຫໍເຈົ້າຟ້າດອກໄສ້ເດື່ອ ເພື່ອອຸທິດໃຫ້ແກ່ທະຫານຊາວພວນທີ່ໄດ້ເສຍຊີວິດ ໃນການມາຊ່ວຍສູ້ຮົບ ກັບທະຫານພະມ້າ ວັດແຫ່ງນີ້ ເປັນສີ່ງກໍ່ສ້າງໜຶ່ງທີ່ຢືນຢັນເຖິງຄວາມສຳພັນອັນດີ ລະຫວ່າງຊາວພວນຊຽງຂວາງ ແລະ ຊາວຫລວງພະບາງ.

ພາບປະກອບ

ເນື່ອງຈາກ ເຈົ້າຊາຍຊາວພວນ ທີ່ມີນາມວ່າ:

ພາບປະກອບ

ເຈົ້າຄຳສັດທາ ໄດ້ມາອະພິເສກສົມຣົດກັບ ເຈົ້ານາງແວ່ນແກ້ວສາມຜິວ ຜູ້ເປັນພຼະຣາຊະທິດາຂອງ ເຈົ້າອິນທະໂສມ ແຫ່ງນະຄອນຫລວງພະບາງ ແລະໄດ້ສົ່ງກອງກໍາລັງທະຫານມາຊ່ວຍສົມເດັດພຼະເຈົ້າສຸລິຍະວົງ ຜູ້ເປັນພຼະເຊດຖາຂອງຂອງພຼະຊາຍາ (ອ້າຍຂອງເມຍ) ທີ່ມາສູ້ຮົບກັບກອງທັບຂອງ ພະຍາໂປ່ສຸພະລະ ແມ່ທັບພະມ້າທີ່ຄຸມກຳລັງພົນມາຕີເມືອງຫລວງພະບາງ ຈຳນວນເຖິງ 5,000 ຄົນ.

ພາບປະກອບ

ໃນຄັ້ງນັ້ນ ໄດ້ສູ້ຮົບກັນເຖິງ 15 ວັນ 15 ຄືນ, ກອງທັບພະມ້າຕີໄດ້ເມືອງຫລວງພະບາງແຕກ ແລະ ພຼະເຈົ້າສຸລິຍະວົງ ຕ້ອງຍອມສະຫວາມິພັກຜູກສຳພັນກັບ ກຸງອັງວະ ພະມ້າ…

ເຊີ່ງຄຳວ່າ ສຸວັນ ແປວ່າ: ທອງຄຳ ແລະ ຄີລິ ແປວ່າ ພູເຂົາ ເຊີ່ງລວມກັນແລ້ວ ວັດສຸວັນນະຄີລີ ກໍ່ແປວ່າ: ວັດພູເຂົາທອງຄຳ ແລະ ສ່ວນບ້ານຫໍເຈົ້າຟ້າດອກໄສ້ເດື່ອ ກໍ່ໄດ້ປ່ຽນມາເປັນ ບ້ານຄີລີ ຕາມຊື່ວັດ ແຫ່ງນີ້.

ພາບປະກອບ

(ປະຈຸບັນແມ່ນ ບ້ານຄີລີຊຽງທອງ)

ປະຈຸບັນຍັງຮັກສາໂຄງສ້າງ ແລະ ລວດລາຍອັນໂດດເດັ່ນປະດັບປະດາທີ່ມີຢູ່ດັ່ງເດີມໄວ້ ເທິງຫລັງຄາບໍ່ມີຍອດຊໍ່ຟ້າ ດ້ານຫລັງຂອງພຣະພັດທະສີມມາ ມີພະທາດຊົງແປດຫລ່ຽມຕັ້ງຢູ່ເທິງຖານສີ່ຫຼ່ຽມງາມສະຫງ່າຄຽງຄູ່ກັນມາຊ້ານານ…

ແຫຼ່ງຂໍ້ມູນ: ຮຽບຮຽງໂດຍ: Anousone Manisouk, ຕຳນານວັດ ເມືອງຫລວງພະບາງ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.

VietJet ລົງນາມໃນຂໍ້ຕົກລົງ 300 ລ້ານໂດລາສະຫະລັດ ເພື່ອສົ່ງເສີມການຂະຫຍາຍຕົວຂອງກອງທັບເຮືອ, ລວມຍອດມູນຄ່າການຄ້າຂອງອາເມລິກາເຖິງ 64 ຕື້ໂດລາສະຫະລັດ

(ນະຄອນຫຼວງວຽງຈັນ, 11 ເມສາ 2025) – ສາຍການບິນ VietJet ແລະ AV Air Finance ໄດ້ລົງນາມໃນຂໍ້ຕົກລົງດ້ານການເງິນລວມມູນຄ່າ 300 ລ້ານໂດລາສະຫະລັດ. ພິທີລົງນາມຄັ້ງນີ້ໄດ້ມີການພົບປະຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ Ho Duc Phuc  ແລະ ບັນດາເຈົ້າໜ້າທີ່ຂັ້ນສູງລັດຖະບານຫວຽດນາມ ເພື່ອແນ່ໃສ່ເພີ່ມທະວີການພົວພັນດ້ານເສດຖະກິດ ແລະ ການຄ້າຂອງ ຫວຽດນາມ - ອາເມລິກາ.