Thursday, November 13, 2025
Kbank Laos โอน รับ จ่าย

ວັດສີພູມ ວະຣາຣາມ ແຫ່ງເມືອງຊະນະຄາມ ສ້າງຂຶ້ນສະໄໝເຈົ້າໂພພິສາຣາດ ແຫ່ງອານາຈັກລາວລ້ານຊ້າງ

ພາບປະກອບ

ວັດສີພູມ ວະຣາຣາມ ເມືອງຊະນະຄາມ ແຂວງວຽງຈັນ ເປັນວັດເກົ່າແກ່ ສ້າງມາແຕ່ສະໄຫມຂອງ ສົມເດັດພຣະເຈົ້າໂພທິສາຣາຊ ພຣະມະຫາກະສັດ ແຫ່ງອານາຈັກລາວລ້ານຊ້າງ ພາຍໃນວັດແຫ່ງນີ້ແມ່ນຍັງມີວັດຖຸບູຮານ ທີມີຄຸນຄ່າ ນັ້ນກໍ່ຄືພຣະທາຕຸ ທີສ້າງຂຶ້ນມາແຕ່ປີ ຄສ 1538.

ພາບປະກອບ

ເຊິ່ງເມື່ອກ່ອນນັ້ນພຣະທາຕຸອົງນີ້ ແມ່ນມີຄວາມກວ້າງ 100 ແມັດມົນທົນ ແລະມີຄວາມສຸງ 45 ແມັດ ແລະມີຄວາມງົດງາມ ຕາມແບບສະບັບຕາມຮີດຕາມຄອງການສ້າງແບບສິລະປະລ້ານຊ້າງຕອນກາງ ເຊິ່ງອ້ອມຮອບໄປດ້ວຍກົມມະລຽນ ທັງ 4 ດ້ານ ແລະມີປະຕູເຂົ້າທັງ 4 ດ້ານ ປັດຈຸບັນມານີ້ເພິ່ນໄດ້ມີການ ບູຣະນະຂຶ້ນໃໝ່ ເຊິ່ງ ເຮັດໃຫ້ພຣະທາຕຸຈາກແຕ່ເດິມນັ້ນນ້ອຍລົງ, ຈົນເສຍຮູບຊົງໄປຫຼາຍເຕີບ,ເປັນຕາໜ້າເສຍດາຍ ອີຫລີ .

ພາບປະກອບ

ໃນບໍລິເວນດັ່ງກ່າວ ຍັງມີວັດຖຸທີມີຄ່າອີກຢ່າງຫນຶ່ງ ທີບັນທຶກການສ້າງນັ້ນກໍ່ຄື ເສົາສິລາເລກ ແມ່ນບັນທຶກເລື່ອງລາວກ່ຽວກັບການສ້າງພຣະທາຕຸອົງນີ້, ໂດຍອອກພຣະນາມ ສົມເດັດພຣະເຈົ້າໂພທິສາຣາຊເຈົ້າ ໃນການສ້າງພຣະທາຕຸແຫ່ງນີ້ .

ແຫຼ່ງຂໍ້ມູນແລະຮູບພາບ: ພຣະມະຫາ ດຣ.ບຸນທະວີ ວິໄລຈັກຣ໌

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.