ສານປະຊາຊົນ ຕັດສິນຈຳຄຸກ ອະດີດພະນັກງານໄປສະນີລາວ 17 ຄົນ

ພາບປະກອບ

ສານປະຊາຊົນນະຄອນຫລວງວຽງຈັນ, ໄດ້ພິຈາລະນາຄະດີການສໍ້ລາດບັງຫລວງ ຕໍ່ອະດີດພະນັກງານ ບໍລິສັດ ລັດວິສາຫະກິດໄປສະນີລາວ ຈຳນວນ 17 ຄົນ, ໃນນັ້ນເປັນຄົນນອກ 3 ຄົນ ໃນຈຳນວນທັງໝົດ 29 ຄົນ, ໃນຂໍ້ຫາສົມຮູ້ຮ່ວມຄິດຍັກຍອກເງິນຂອງບໍລິສັດ ໂດຍຕັດສິນລົງໂທດ ສູງສຸດຈຳຄຸກ ຕະຫລອດຊີວິດ 1 ຄົນ, ສ່ວນຜູ້ອື່ນໄລ່ລຽງກັນໄປ 15 ປີ, 09 ປີ, 04 ປີ, 03 ປີ ແລະ 02 ປີ ຕາມສະຖານໜັກ ຫລື ເບົາ.

ພາບປະກອບ

ພ້ອມທັງປັບໄໝ ແລະ ໃຫ້ຊົດໃຊ້ ຄ່າເສຍຫາຍຄືນ ໃຫ້ແກ່ບໍລິສັດ ຕາມກົດໝາຍ ວ່າດ້ວຍການສໍ້ລາດບັງຫລວງ ສະບັບປັບປຸງໃໝ່ ປີ 2013, ສ່ວນທີ່ເຫລືອຍັງຢູ່ຂັ້ນຕອນການດຳເນີນຄະດີ ຂອງອົງການໄອຍະການປະຊາຊົນ ຈຳນວນ 12 ຄົນ.

ພາບປະກອບ

     
ການລົງໂທດ ຕໍ່ຜູ້ກະທຳຜິດດ້ວຍການສໍ້ລາດບັງຫລວງຄັ້ງນີ້, ແມ່ນປະຕິບັດຕາມໃບແຈ້ງການ ຂອງຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 1671/ຫສນຍ, ລົງວັນທີ 23 ກັນຍາ 2019

ພາບປະກອບ

ແລະ ເຫັນດີຕາມຜົນການກວດກາ ຂອງຄະນະກວດກາສູນກາງ ໂດຍສົມທົບກັບ ກະຊວງໄປສະນີ ໂທລະຄົມມະ ນາຄົມ ແລະ ການສື່ສານ ເຊິ່ງໄດ້ຕົກລົງໃຫ້ດຳເນີນຄະດີຕາມກົດໝາຍ ວ່າດ້ວຍການສໍ້ລາດບັງຫລວງ ຕໍ່ອະດີດພະນັກງານ ບໍລິສັດ ລັດວິສາຫະກິດໄປສະນີລາວ ຈຳນວນທັງໝົດ 29 ຄົນ.

ແຫຼ່ງຂໍ້ມູນ: ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...