ພົບອີກແລ້ວ!!! ແຫຼ່ງໄຫຫີນແຫ່ງໃໝ່ ຢູ່ບ້ານຜາແກ້ວ ເມືອງແປກ ແຂວງຊຽງຂວາງ

ເມືອງລາວຍັງມີສິ່ງອັນສະຈັນຫຼາຍແຫລ່ງທີ່ບໍ່ທັນຄົ້ນພົບ, ຍ້ອນປະເທດເຮົາມີພົນລະເມືອງບໍ່ຫຼາຍ ພື້ນທີ່ດິນກວ້າງຂວາງ ວັດຖຸບູຮານສິ່ງຂອງຕ່າງໆຈິ່ງຍັງຄົງໄວ້ຢູ່ຕາມທຳມະຊາດ ແລະທະຍອຍປະກົດໃຫ້ເຫັນຕາມວັນເວລາ ແລະການຂະຫຍາຍຕົວທາງເສດຖະກິດ-ສັງຄົມ

ຫຼ້າສຸດນີ້ແມ່ນໄດ້ພົບໄຫຫີນຊຸມໃໝ່ ຢູ່ໃນເມືອງແປກເມືອງເກົ່າເມືອງເດີມທີ່ທຸກຄົນຮູ້ດີວ່າມີໄຫຫີນຕັ້ງຢູ່ນີ້ລະ ຕ່າງແຕ່ວ່າຍັງບໍ່ທັນໄດ້ເປີດເຜີຍຢູ່ບ່ອນໃດມາກ່ອນ.

ແລະຂ່າວດີສຳລັບໄຫຫີນໃໝ່ນີ້ຫາກໍ່ໄດ້ເຫັນປະກົດສູ່ສາຍຕາປະຊາຊົນ ໃນວັນທີ 19 ທັນວາຜ່ານມາ ພາຍັງເຈົ້າໜ້າທີ່ກ່ຽວຂ້ອງໄດ້ສຳເລັດພາລະກິດຕິດຕາມກວດກາແຫຼ່ງໄຫຫີນ 12-52 ບ້ານຜາແກ້ວ ເມືອງແປກ ແຂວງຊຽງຂວາງໃນລະດູຫນາວ .

ໄຫຫີນເມືອງລາວມາຮອດປະຈຸບັນແມ່ນມີຢູ່ຫຼາຍບ່ອນ ແຕ່ຈຸດທີ່ໃຫຍ່ສຸດແມ່ນໄຫຫີນ1 ທີ່ທົ່ງໄຫຫີນ ຮອງລົງມາໄຫຫີນສອງ ນອກຈາກນີ້ຍັງພົບຢູ່ເມືອງຄູນ, ພົບຢູ່ແຂວງໄຊສົມບູນອີກ.

ແຫຼ່ງຂໍ້ມູນ: Soupsip Update ແລະ ຮູບພາບ Paxa Nyordsavanh 

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...