ລວມກະສັດຂຶ້ນຄອງລາດ ອານາຈັກລ້ານຊ້າງ 33 ພຣະອົງ!!!

ອານາຈັກລ້ານຊ້າງ ຫລັງຈາກສົມເດັດພຣະເຈົ້າຟ້າງຸ່ມມະຫາຣາຊ ທ້ອນໂຮມແຜ່ນດີນໃຫ້ເປັນປືກແຜ່ນແລ້ວສະຖາປະນາເປັນອານາຈັກລ້ານຊ້າງ ໃນປີ ຄສ 1353

ພາບປະກອບ

ຈົນເຖີງວັນແຕກແຍກອອກເປັນ 3 ອານາຈັກ ໃນປີ ຄສ 1707 ເປັນເວລາ 353 ປີ ມີກະສັດຂື້ນຄອງລາດ ທັງໝົດ 33 ພຣະອົງ.

ພາບປະກອບ

1, ສົມເດັດພຣະເຈົ້າຟ້າງຸ້ມມະຫາຣາຊ 1354-1372.
2, ສົມເດັດພຣະເຈົ້າສາມແສນໄທໄຕພູວະນາດ 1373-1416.
3, ພຣະຍາລ້ານຄຳແດງ 1416-1428.
4, ເຈົ້າພົມມະທັດ 1428-1429.
5, ເຈົ້າຄຳເຕັມຊ້າ 1430.
6, ພະຍາໝື່ນບ້ານ 1430.
7, ເຈົ້າໄຄ້ບົວບານ 1431-1434.
8, ເຈົ້າກ້ອນຄຳ 1435.
9, ເຈົ້າຍຸຄົນ 1436.
10, ເຈົ້າຄຳເກີດ 1436-1438.
11, ນາງແກ້ວພີມພາ ຫຼື ມະຫາເທວີ 1438.
12, ເຈົ້າໄຊຍະ ຈັກກະພັດແຜ່ນແກ້ວ 1438-1480.
13, ເຈົ້າສຸວັນນະບັນລັງ 1480-1488.
14, ພຣະຍາຫລ້າແສນໄຕພູວະນາດ 1486-1496.
15, ເຈົ້າຊົມພູ 1496-1501.
16, ເຈົ້າວິຊຸນນະຣາຊ 1501-1520.
17, ເຈົ້າໂພທິສາລາດ 1520-1547.
18, ເຈົ້າກິດຈະທະນະວະຣາທິຣາຊ 1547-1548.
19, ສົມເດັດພຣະເຈົ້າໄຊຍະເສດຖາທິຣາຊມະຫາຣາຊ 1548-1571.
20, ພຣະຍາແສນສຸຣີນວິໄຊ 1571-1575.
21, ພຣະເຈົ້າສີວໍຣະວົງສາທິຣາຊ ຫຼື ມະຫາອຸປະຫລາດວໍຣະວົງ 1575-1580.
22, ພຣະຍາແສນສຸຣີນວິໄຊ(ຄັ້ງທີ່2) 1580-1582.
23, ພຣະຍານະຄອນນ້ອຍ 1582-1583.
24, ພຣະຍາໜໍ່ເມືອງ 1591-1596.
25, ພຣະຍາວໍຣະປິຕາ 1596-1613.
26, ພຣະວໍຣະວົງສາທຳມິກະຣາຊ 1613 – 1623.
27, ພະບັຍດີດ ໂພທິລາຣາຊ 1623 – 1627.
28, ພຣະເຈົ້າໝ່ອມແກ້ວ 1627 – 1633.
29, ເຈົ້າວິໄຊ 1633 – 1636.
30, ເຈົ້າຕ່ອນຄຳ 1636 – 1638.
31, ພຣະເຈົ້າສຸຣິຍະວົງສາທຳມິກະຣາຊ ມະຫາຣາຊ 1638 – 1695.
32, ພຣະຍາຈັນທະ ສີຫາຣາຊ ເມືອງແສນ 1695.
33, ເຈົ້ເໃຊຍະເສດຖາທິຣາຊທີ່2.
(ເຈົ້າໄຊອົງເວ້) 1698 – 1707.

ພາບປະກອບ

ໃນຈຳນວນມະຫາກະສັດທັ ງ33 ພະອົງ ພຣະເຈົ້າສຸຣິຍະວົງສາ ທຳມິກະຣາຊ ມະຫາຣາຊ ເປັນກະສັດທີ່ຂື້ນຄອງລາດຍາວນານທີ່ສຸດ ເຊີ່ງຂື້ນຄອງລາດເປັນເວລາ 57 ປີ ແລະໃນລາດຊະການຂອງພະອົງຖືວ່າ ອານາຈັກລ້ານຊ້າງຈະເລີນຫຸ່ງເຮືອງຫລາຍທີ່ສຸດພະອົງຊົງ ປົກຄອງບ້ານເມືອງ ປົກຄອງລາດຊະດອນ ດ້ວຍຄຸນນະທຳ ຈົນໄດ້ຮັບການຂະນານນາມຈາກປະຊາຊົນວ່າ ທຳມິກະຣາຊ ແປຄວາມໝາຍວ່າພຣະຣາຊທີ່ປ່ຽມໄປດ້ວຍຄຸນນະທຳ.
ໃຈຈຳນວນ 33 ພຣະອົງນີ້ ມີພຽງພະອົງດຽວທີ່ເປັນຜູ້ຍີງ ຄືມະຫາເທວີ ແກ້ວພິມພາ.

ອານາຈັກລ້ານຊ້າງ ໃນຊ່ວງປີ ຄສ 1583 – 1591 ເປັນເວລາ 8 ປີ ເຊິ່ງວ່າງຈາກກະສັດຄອງລາດ.

ແຫຼ່ງຂໍ້ມູນ: Souvanna Banlang

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

1 ຄວາມ​ຄິດ​ເຫັນ

  1. ຢາກຮູ້ວ່າຮູບແຕ້ມປະກອບແມ່ນທ່ານໃດແຕ້ມ ແລະ ແມ່ນຮູບກະສັດອົງໃດ ເພື່ອຈະນຳໄປໃຊ້ໃນການປະກອບການສອນໃຫ້ຈະແຈ້ງ ຂໍຂອບໃຈສຳລັບຂໍ້ມູນ

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,