ພະລັງຄວາມສາມັກຄີ! ປະຊາຊົນບ້ານແມດຮ່ວມແຮງສ້າງຂົວ ມູນຄ່າ 60 ລ້ານກວ່າກີບ

ປະຊາຊົນບ້ານແມດ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ຮ່ວມແຮງຮ່ວມໃຈສາມັກຄີສ້າງຂົວຂ່າມນໍ້າເພື່ອໄປນາ, ໄປສວນ ສ້າງຄວາມສະດວກສະບາຍໃຫ້ທຸກຄົນພາຍໃນບ້ານ ລວມມູນຄ່າ 60 ລ້ານກວ່າກີບ.

ຕາມການລາຍງານຂອງທ່ານ ບຸນທັນ ເພັດສູນທອນ ນາຍບ້ານໆແມດ ໃນຄັ້ງວັນທີ 13 ມັງກອນ ປີ 2020 ໃຫ້ຮູ້ວ່າ:

ໃນໄລຍະທ້າຍປີ 2019 ທີ່ຜ່ານມາ ທາງຄະນະອຳນາດການປົກຄອງບ້ານ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ພ້ອມພຽງກັນເຮັດບຸນຮັບກອງຜ້າປ່າ ແລະ ບຸນສົມໂພດພະ ຢູ່ທີ່ວັດຂອງບ້ານ ໂດຍໄດ້ຍອດເງິນທັງໝົດ 150 ລ້ານກວ່າກີບ.

ດັ່ງນັ້ນ ອຳນາດການປົກຄອງບ້ານ ແລະ ພາກສ່ວນກ່ຽວຂ້ອງຈຶ່ງໄດ້ຕົກລົງເປັນເອກະພາບກັນ ແບ່ງເງິນດັ່ງກ່າວອອກເປັນ 3 ສ່ວນເພື່ອພັດທະນາບ້ານຄື:

1 ປະຕິສັງຄອນວັດວາອາຮາມ ແລະ ເທພື້ນເດີ່ນວັດ, 2 ສ້າງສະໂມສອນໂຮງຮຽນປະຖົມພາຍໃນບ້ານ ແລະ 3 ສ້ອມແປງເສັ້ນທາງ ແລະ ກໍ່ສ້າງຂົວຂ້າມຫ້ວຍທະນີ ຂຶ້ນໃໝ່ໃນມູນຄ່າ 60 ລ້ານກວ່າກີບ ສໍາລັບຊື້ວັດຖຸອຸປະກອນ ແລະ ເຄື່ອງຮັບໃຊ້ໃນການສ້ອມແປງ ແລະ ກໍ່ສ້າງ ສ່ວນແຮງງານແມ່ນຈະໄດ້ລະດົມນຳປະຊາຊົນພາຍໃນບ້ານປະກອບສ່ວນມື້ລະ 2 ໜ່ວຍ ຫຼື ປະມານມານ ມື້ລະ 20-30 ແຮງງານ ມາເຮັດຂົວ ພ້ອມນີ້ກໍ່ຈະໄດ້ສະເໜີໃຫ້ນັກວິຊາການຂອງເມືອງລົງມາຊີ້ນຳວຽກງານກໍ່ສ້າງຈົນກວ່າຈະສຳເລັດ.

ທັງນີ້, ເສັ້ນທາງທີ່ຈະສ້າງ ມີຄວາມຍາວປະມານ 100 ກວ່າແມັດ, ກ້ວາງ 4 ແມັດ, ສ່ວນຂົວທີ່ຈະສ້າງໃໝ່ ແມ່ນຈະສ້າງໃນລັກສະນະຂົວນ້ຳລົ້ນ ໂດຍຈະໃສ່ທໍ່ພີ 100 ຈຳນວນ 30 ທໍ່ມາວາງລຽນກັນ ເຮັດເປັນ 5 ແຖວແລ້ວເທປົກດ້ວຍປູນເສີມເຫຼັກ, ເຊິ່ງການກໍ່ສ້າງເລິ່ມລົງມືໃນວັນທີ 10 ມັງກອນ ປີ 2020 ແລະ ຄາດວ່າຈະສຳເລັດ ໃນທ້າຍເດືອນມັງກອນນີ້.

ນອກຈາກນີ້, ທ່ານນາຍບ້ານໆແມດ ຍັງໃຫ້ຮູ້ອີກວ່າ:

ຖ້າຫາກຂົວແຫ່ງນີ້ສ້າງສຳເລັດ ມັນຈະສ້າງຄວາມສະດວກສະບາຍໃນການທຳມາຫາກິນ ໂດຍສະເພາະແມ່ນການເຮັດນາປູກເຂົ້າ, ປູກພືດຜັກ, ລ້ຽງສັດ ແລະ ຄ້າຂາຍ ເພື່ອສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດແກ່ປະຊາຊົນພາຍໃນບ້ານ ເພາະເສັ້ນທາງດັ່ງກ່າວ ແມ່ນສາມາດເຊື່ອມຕໍ່ໄປຮອດບ້ານໂພນຜາງ ເມືອງອາດສະພັງທອງ.

ແຫຼ່ງຂໍ້ມູນ: ຫ້ອງການ ຖວທ ເມືອງອຸທຸມພອນ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,