ເຊັນ​ສັນ­ຍາສະໜອງທຶນ 500 ລ້ານ​ກີບ ປ້ອງກັນສະພາບນ້ຳຖ້ວມຂັງໃນ​ນະ­ຄອນຫຼວງ​ວຽງ​ຈັນ

ພິ­ທີ​ເຊັນ​ສັນ­ຍາ ສະ­ໜອງ​ທຶນ​ໃຫ້​ໂຄງ­ການ​ປ້ອງ​ກັນ​ສະ­ພາບ​ນ້ຳ​ຖ້ວມ​ອັ່ງ​ຂັງ​ໃນ​ຕົວ​ເມືອງ ໂດຍ​ການ​ອະ­ນາ­ໄມ​ລວງ​ຮ່ອງ​ລະ­ບາຍ​ນ້ຳ​ແຄມ​ທາງ ແລະ ຮ່ອງ­ນ້ຳ​ສາຍ​ຫຼັກ​ຕ່າງໆ​ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ທີ່​ໄດ້​ຮັບ​ທຶນ​ຊ່ວຍ­ເຫຼືອ​ຈາກ​ກອງ​ທຶນ​ປົກ​ປັກ​ຮັກ­ສາ​ສິ່ງ­ແວ­ດລ້ອມ (ກປສ) ມູນ​ຄ່າ 500 ລ້ານ​ກີບ ທີ່​ຫ້ອງ­ການ​ຄຸ້ມ​ຄອງ ແລະ ບໍ­ລິ­ການ​ຕົວ​ເມືອງ​ວຽງ​ຈັນ (ຄບຕ)

ລະ­ຫວ່າງ ທ່ານ ສີ​ພັນ​ດອນ ສີ​ຫາ​ວົງ ຫົວ­ໜ້າ​ຫ້ອງ­ການ ກປສ ແລະ ທ່ານ ບຸນ​ຈັນ ແກ້ວ​ສີ​ທຳ​ມະ ຫົວ­ໜ້າ​ຫ້ອງ­ການ ຄບຕ ມີ​ທ່ານ ພູ​ວົງ ຫຼວງ​ໄຊ­ຊະ­ນະ ຫົວ­ໜ້າ​ກົມ​ແຜນ­ການ ແລະ ການ​ເງິນ ກະ­ຊວງ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ ສິ່ງ­ແວ­ດລ້ອມ ພ້ອມ​ດ້ວຍ​ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ການ​ປະ­ຕິ­ບັດ​ໂຄງ­ການ​ດັ່ງ­ກ່າວ ຄບຕ ຈະ​ປະ­ຕິ­ບັດ​ເດືອນ​ກຸມ­ພາ-ທັນ­ວາ 2020 ໃຫ້​ສຳ­ເລັດ ເພື່ອ​ປ້ອງ​ກັນ ແລະ ສະ­ກັດ​ກັ້ນ​ສະ­ພາບ​ນ້ຳ​ຖ້ວມ​ຂັງ​ໃນ​ຕົວ​ເມືອງ ໂດຍ​ສະ­ເພາະ ໃນ 10 ຖະ­ໜົນ​ສາຍ​ຫຼັກ ແລະ ຮ່ອງ­ນ້ຳ​ສາຍ​ຕ່າງໆ​ໃນ ນວ ເປັນ­ຕົ້ນ ຮ່ອງ​ແຊງ ແລະ ຮ່ອງ­ນ້ຳ​ສາ­ຂາ​ທີ່​ເຊື່ອມ​ຕໍ່​ລົງ​ຫາ​ຫ້ວຍ​ໝາກ​ຮຽວ ເຊິ່ງ​ກວມ​ເອົາ​ເນື້ອ­ທີ່ 6 ເມືອງ ເຊັ່ນ:

ເມືອງ​ຈັນ­ທະ​ບູ​ລີ ໄຊ​ເສດ​ຖາ ສີ​ໂຄດ​ຕະ­ບອງ ສີ​ສັດ­ຕະ​ນາກ ໄຊ​ທາ­ນີ ແລະ ເມືອງ​ຫາດ​ຊາຍ​ຟອງ ທັງ​ນີ້​ເພື່ອ​ຮັບ­ປະ­ກັນ​ເຮັດ​ໃຫ້ ນວ ໃນ​ໄລ­ຍະ​ລະ­ດູ­ຝົນ​ບໍ່​ໃຫ້​ມີ​ສະ­ພາບ​ນ້ຳ​ຖ້ວມ​ຂັງ ໂດຍ​ສະ­ເພາະ ເຂດ​ບ້ານ​ເຮືອນ​ປະ­ຊາ­ຊົນ​ທີ່​ເປັນ​ຊຸມ​ຊົນ ສະ­ຖານ­ທີ່​ຂອງ​ລັດ ແລະ ອື່ນໆ ໃຫ້​ມີ​ຄວາມ​ສະ­ອາດ​ຈົບ­ງາມ ຕາມ​ທິດ​ທາງ​ພັດ­ທະ­ນາ​ສີ­ຂຽວ ແລະ ຍືນ​ຍົງ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: