Saturday, February 15, 2025

ລັດຖະບານ ເລີ່ມທົດລອງໃຫ້ບາງໂຮງຫມໍ ກຸ້ມຕົນເອງ ທາງດ້ານການເງິນ

ພາບປະກອບ

ກະຊວງສາທາລະນະສຸກ ແຈ້ງໃຫ້ຮູ້ວ່າ: 

ນັບແຕ່ປີ 2021-2026 ທາງກະຊວງຈະສຸມໃສ່ 3 ໜ້າວຽກທີ່ສໍາຄັນ ເພື່ອປັບປຸງວຽກງານຕ່າງໆທີ່ກ່ຽວກັບຂະແໜງສາທາລະນະສຸກໃຫ້ດີຂື້ນເທື່ອລະກ້າວທຽບເທົ່າສາກົນ.

ພາບປະກອບ

ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກໄດ້ກ່າວເນື່ອງໃນໂອກາດເຂົ້າຮ່ວມເປັນປະທານກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດໂຄງການ-ແຜນງານຄຸ້ມຄອງບໍລິຫານສາທາລະນະສຸກ ແລະ ວຽກງານກູ້ຢືມທຶນຈາກທະນາຄານພັດທະນາອາຊີ ທີ່ໄດ້ຈັດຂື້ນມື້ວານນີ້ ວັນທີ 14 ມັງກອນ 2020 ທີ່ນະຄອນຫຼວງວຽງຈັນວ່າ:

ພາບປະກອບ

ການຈັດຕັ້ງປະຕິບັດວຽກງານສາທາລະນະສຸກ 5 ປີຄັ້ງທີ IX (2021-2026) ນີ້ ກະຊວງສາທາຈະຕ້ອງໄດ້ສຸມໃສ່ 3 ໜ້າວຽກທີ່ສຳຄັນເປັນຕົ້ນຕໍ ເຊັ່ນ:  ປັບປຸງກົນໄກຄຸ້ມຄອງບໍລິຫານເພື່ອຍົກລະດັບຄຸນນະພາບຂະແໜງສາທາໃຫ້ສູງຂື້ນຢ່າງຕໍ່ເນື່ອງ, ເລັ່ງພັດທະນາພະນັກງານສາທາລະນະສຸກໃຫ້ມີຄວາມເຂັ້ມແຂງໃຫ້ບໍລິການສຸຂະພາບທີ່ມີຄຸນນະພາບ, ເລັ່ງປັບປຸງຄຸນນະພາບຂອງສະຖານທີ່ການບໍລິການໃຫ້ດີຂື້ນ ໂດຍປະຕິບັດຕາມນະໂຍບາຍສາມສ້າງ ສຸມໃສ່ຍົກສູງຄຸນນະພາບວຽກງານຮັກສາຄຸນນະພາບຂັ້ນຕົ້ນ ແລະ ອື່ນໆ.

ທ່ານ ບຸນກອງໄດ້ກ່າວຕື່ມວ່າ:

ພາບປະກອບ

ນັບແຕ່ປີ 2021 ຈະມີການເລີ້ມທົດລອງໃຫ້ບາງໂຮງໝໍກຸ້ມຕົນເອງເທື່ອລະກ້າວ, ພ້ອມທັງສຸມໃສ່ສ້ອມແປງ ແລະ ຍົກລະດັບສະຖາບັນການສຶກສາສາທາລະນະສຸກ, ການຂື້ນທະບຽນ, ອອກໃບອະນຸຍາດວິຊາຊີບປິ່ນປົວທີ່ຕິດພັນກັບການສ້າງຊຽ່ວຊານລົງເລິກວິຊາສະເພາະທາງ, ການຈັດຕັ້ງປະຕິບັດວຽກງານ 5 ດີ 1 ພໍໃຈ, ປັບປຸງລະບົບຂໍ້ມູນນໍາໃຊ້ລະບົບໄອທີຢູ່ສະຖານທີ່ບໍລິການສຸຂະພາບ ແລະ ອື່ນໆ.

ແຫຼ່ງຂໍ້ມູນ: ຂ່າວ: ສົມພາວັນ ພາບ: ເພັດໂພໄຊ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ໄດ້ຮັບກຽດເປັນ “ສາຍການບິນທີ່ມີລາຄາຕໍ່າສຸດໃນໂລກ” ອີກຄັ້ງໜຶ່ງໃນປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 13 ກຸມພາ 2025) – VietJet ໄດ້ຮັບການສະເໜີຊື່ອີກຄັ້ງໜຶ່ງໃຫ້ເປັນຜູ້ຊະນະລາງວັນສາຍການບິນລາຄາປະຢັດພິເສດສຳລັບປີ 2025 ໂດຍລາງວັນນີ້ຖືເປັນໝວດໝູ່ລາງວັນສາຍການບິນທີ່ດີທີ່ສຸດຂອງໂລກຈາກ AirlineRatings.com, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທີ່ໄດ້ຮັບການຍອມຮັບທົ່ວໂລກ.

ປະຢັດຄ່າປີ້ໂດຍສານໄປທ່ຽວປະເທດຫວຽດນາມ ດ້ວຍສ່ວນຫຼຸດ 50% ຂອງ Vietjet.

(ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2025) – ເລີ່ມຕົ້ນການເດີນທາງທີ່ໜ້າຕື່ນຕາຕື່ນໃຈຂອງລະດູໃບໄມ້ປົ່ງສຳລັບສາຍການບິນ Vietjet ທີ່ເປີດຕົວໂປຣໂມຊັນໃນອາທິດທອງ ເຊິ່ງມີສ່ວນຫຼຸດເຖິງ 50% ທຸກເສັ້ນທາງໃນລະຫວ່າງວັນທີ 10 – 16 ກຸມພາ 2025 ສຳລັບນັກທ່ອງທ່ຽວຈາກລາວທີ່ກຳລັງວາງແຜນຈະມາທ່ຽວຫວຽດນາມ ເພື່ອສຳຜັດທຳມະຊາດທີ່ງົດງາມ, ປະຫວັດສາດອັນຍາວນານ ຫຼື ເມືອງທີ່ມີຄວາມໜ້າຕື່ນຕາຕື່ນໃຈ ເຊິ່ງເໝາະກັບຊ່ວງເວລານີ້ທີ່ຈະວາງແຜນໄປທ່ອງທ່ຽວ.

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.