ຊາວລາວຮ່ວມໃຈ ຊ່ວຍເຫລືອຊາວເມືອງອູຮັ່ນ ແລະ ປະຊາຊົນຈີນ

ສະມາຄົມມິດຕະພາບລາວ-ຈີນ ຮ່ວມກັບນະຄອນຫລວງວຽງຈັນ ຈັດງານລະດົມທຶນ ເພື່ອຊ່ວຍເຫລືອຜູ້ເຄາະຮ້າຍ ທີ່ຕິດເຊື້ອພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ຫລື ເຊື້ອໄວຣັດໂຄໂຣນາ ຢູ່ ສປ ຈີນ.

ເງິນທີ່ໄດ້ຈາກການລະດົມທຶນໃນຄັ້ງນີ້, ຈະນຳໄປຊື້ອຸປະກອນທີ່ຈຳເປັນ ເພື່ອນຳໄປຊ່ວຍເຫລືອປະຊາຊົນຈີນ ທີ່ໄດ້ຮັບຜົນກະທົບຈາກເຊື້ອໄວຣັດດັ່ງກ່າວ ເພື່ອສະແດງເຖິງນຳໃຈ, ຄວາມເປັນຫ່ວງເປັນໃຍ ແລະ ແບ່ງເບົາຄວາມທຸກໂສກຂອງເພື່ອນມິດ.

ສຳລັບ ບຸກຄົນໃດຫາກມີຄວາມຕ້ອງການຢາກຈະມີສ່ວນຮ່ວມໃນການບໍລິຈາກໃນຄັ້ງນີ້ ກໍ່ສາມາດໄປບໍລິຈາກໄດ້ທີ່ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ຫ້ອງວ່າການນະຄອນຫລວງວຽງຈັນ ສຳລັບ ຕ່າງແຂວງ ກໍ່ຊສາມາດໄປບໍລິຈາກໄດ້ທີ ພະແນກຕ່າງປະເທດ ແລະ ພະແນກພະລັງງານ ແລະ ບໍ່ແຮ່ ໃນຂອບເຂດທົ່ວປະເທດ.

ແຫຼ່ງຂໍ້ມູນ: ຂປລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...