ປຶກສາຫາລືກະກຽມສະເໜີ ສວນອຸທິຍານແຫ່ງຊາດ ຫີນໜາມໜໍ່ ເປັນມໍລະດົກໂລກທາງທຳມະຊາດ ແຫ່ງທຳອິດໃນ ສປປ ລາວ

ພາບປະກອບ

ກອງປະຊຸມໜ່ວຍງານສະເພາະກິດວ່າດ້ວຍການກະກຽມຮ່າງຄຳຮ້ອງສະເໜີ ສວນອຸດທິຍານແຫ່ງຊາດຫີນ ໜາມໜໍ່ ເມືອງບົວລະພາ ເປັນ ມໍລະດົກໂລກທາງທຳມະຊາດ ຈັດຂຶ້ນທີ່ຫ້ອງວ່າການ ແຂວງຄຳມ່ວນ ໃນວັນທີ 11 ກຸພາ 2020 ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ຮອງເຈົ້າແຂວງຄຳມ່ວນ, ມີບັນດາຫົວໜ້າກົມ ຈາກກະຊວງທີ່ກ່ຽວຂ້ອງ, ມີຜູ້ຕາງໜ້າຈາກກະຊວງການຮ່ວມມື ສະຫະພັນເຢຍລະມັນ, ບັນດາຊ່ຽວຊານ, ຕາງໜ້າ ອົງການຈັດຕັ້ງສາກົນ, ພະແນກການ, ຂະແໜງການອ້ອມຂ້າງແຂວງເຂົ້າຮ່ວມ.

ພາບປະກອບ

ກອງປະຊຸມໄດ້ຮັບຟັງການລາຍງານຄວາມຄືບໜ້າໃນການກະກຽມຄຳຮ້ອງສະເໜີສວນອຸດທິຍານແຫ່ງຊາດ ຫີນໜາມໜໍ່ເຂົ້າເປັນມໍລະດົກໂລກ ຈາກກົມມໍລະດົກໂລກ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເປັນ ຕົ້ນແມ່ນ:

ການກຳນົດຊື່ເຂດພື້ນທີ່ມໍລະດົກໂລກ, ແຜນທີ່, ຈຸດພິກັດ, ດິນຟ້າອາກາດ, ມຸນມອງທາງຊີວະພາບ-ພືດ, ຂະ ບວນການທາງນິເວດວິທະຍາ ແລະ ຊີວະວິທະຍາ, ເສດຖະກິດ-ສັງຄົມ, ການຊີ້ແຈງອ້າງອີງສຳລັບຂະບວນການນຳ ສະເໜີເຂົ້າຢູ່ໃນບັນຊີມໍລະດົກໂລກ, ຄວາມຈຳເປັນສຳລັບການປ້ອງກັນ ແລະ ການຄຸ້ມຄອງ, ສະພາບການອະນຸລັກ, ປັດໃຈຕ່າງໆທີ່ສົ່ງຜົນຕໍ່ພື້ນທີ່ມໍລະດົກໂລກ, ຄວາມເປັນເຈົ້າການ, ການກຳນົດເຂດປ້ອງກັນ, ຮູບແບບການປະຕິບັດ ມາດຕະການປ້ອງກັນ, ແຜນການຄຸ້ມຄອງ, ການເງິນ, ຄວາມສຳນິສຳນານ ແລະ ການຝຶກອົບຮົມ, ສິ່ງອຳນວຍຄວາມ ສະດວກສຳລັບນັກທ່ອງທ່ຽວ, ນະໂຍບາຍ ແລະ ກິດຈະກຳຕ່າງໆ

ພາບປະກອບ

ສຳລັບການນຳສະເໜີ ແລະ ການໂຄສະນາ, ບັນດາຕົວຊີ້ວັດ ແລະ ການຈັດລຽງການບໍລິຫານຕ່າງໆສຳລັບການກວດກາຕິດຕາມເຂດພື້ນທີ່ມໍລະດົກ, ພ້ອມນັ້ນຍັງໄດ້ ຮັບຟັງທັກສະຄວາມຄິດເຫັນຂອງລັດຖະບານເຢຍລະມັນ ຕໍ່ຮ່າງຄຳຮ້ອງສະເໜີສວນອຸດທະຍານແຫ່ງຊາດຫີນໜາມໜໍ່ ເຂົ້າເປັນ ມໍລະດົກໂລກ, ການລາຍງານຄວາມຄືບໜ້າຂອງກົມປ່າໄມ້ ໃນການສ້າງຕັ້ງຫ້ອງການສວນອຸດທິຍານແຫ່ງຊາດ ໂດຍສະເພາະທາງດ້ານບຸກຄະລາກອນ ແລະ ລະບຽບການສວນອຸດທິຍານແຫ່ງຊາດ, ອິດສະຫຼະພາບ ແລະ ການເຫັນດີເບື້ອງຕົ້ນຂອງປະຊາຊົນ. ພ້ອມທັງຜ່ານຂໍ້ຕົກລົງແຕ່ງຕັ້ງຄະນະກຳມະການຊີ້ນຳ, ກອງເລຂາຂັ້ນແຂວງ, ຂັ້ນເມືອງ.

ພາບປະກອບ

ຈາກນັ້ນພາກສ່ວນຕ່າງໆທີ່ເຂົ້າຮ່ວມກໍ່ໄດ້ປຶກສາຫາລື ແລະ ປະກອບຄຳຄິດເຫັນ ເພື່ອເຮັດໃຫ້ຮ່າງຄຳຮ້ອງ ການສະເໜີສວນອຸດທິຍານແຫ່ງຊາດ ຫີນໜາມໜໍ່ເຂົ້າເປັນມໍລະດົກໂລກ ທາງທຳມະຊາດ ແຫ່ງທຳອິດໃນ ສປປ ລາວ ໃຫ້ມີເນື້ອໃນຄົບຖ້ວນສົມບູນ ເພື່ອສະເໜີຕໍ່ອົງການ UNESCO ຄົ້ນຄວ້າຮັບຮອງເອົາ ເຂົ້າເປັນມໍລະດົກໂລກ.

ແຫຼ່ງຂໍ້ມູນ: ມີເດຍລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...