Tuesday, February 11, 2025

ນາຍົກລັດຖະມົນຕີ ເນັ້ນໃຫ້ຂະແໜງພະລັງງານ ແລະບໍ່ແຮ່ ມີການພັດທະນາກ້າວໜ້າຢ່າງກະໂດດຂັ້ນ

ພາບປະກອບ

ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີໄດ້ໃຫ້ກຽດພົບປະໂອ້ລົມ ແລະຊີ້ນຳຕໍ່ກອງປະຊຸມເປີດກວ້າງສະຫຼຸບຕີລາຄາ, ຖອດຖອນບົດຮຽນການຈັດຕັ້ງປະຕິບັດແຜນພັດທະນາພະລັງງານ ແລະ ບໍ່ແຮ່ໃນໄລຍະ 5 ປີ ຄັ້ງທີ VIII (2016-2020) ແລະ ທິດທາງແຜນການພັດທະນາພະລັງງານ ແລະບໍ່ແຮ່ 5 ປີ ຄັ້ງທີ IX.

ກອງປະຊຸມດັ່ງກ່າວໄດ້ດຳເນີນມາແຕ່ຕອນເຊົ້າຂອງວັນທີ 4 ກຸມພາ 2020 ໂດຍໄດ້ຄົ້ນຄວ້າ, ປຶກສາຫາລື ແລະພິຈາລະນາຮັບຮອງເອົາເນື້ອໃນສຳຄັນຕ່າງໆ ຫຼາຍບັນຫາ.

ໃນໂອກາດສຳຄັນຄັ້ງນີ້, ທ່ານນາຍົກລັດຖະມົນຕີໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມໂດຍໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານພະລັງງານ ແລະບໍ່ແຮ່ໃນໄລຍະ 5 ປີທີ່ ຜ່ານມາ, ເວົ້າສະເພາະຜົນໄດ້ຮັບຈາກການດຳເນີນກອງປະຊຸມຄັ້ງນີ້ທີ່ດຳເນີນໄປດ້ວຍບັນຍາກາດອັນດີ,ມີການປະກອບຄຳຄິດເຫັນທີ່ສ້າງສັນ ແລະກົງໄປກົງມາ, ມີການລົງເລິກບັນຫາຕົວຈິງ, ສະເໜີວີທີການແກ້ໄຂ ແລະພ້ອມກັນກຳນົດທິດທາງແຜນການໃນຕໍ່ໜ້າ.

ພາບປະກອບ

ພ້ອມກັນນັ້ນທ່ານໄດ້ໃຫ້ຄຳເຫັນວ່າໃນໄລ ຍະຜ່ານມາຂະແໜງພະລັງງານ ແລະບໍ່ແຮ່ໄດ້ມີຄວາມບຸກບືນ ແລະ ມີຄວາມກ້າວໜ້າພໍສົມຄວນ ແລະ ມີບົດບາດຄວາມສໍາຄັນໃນການປະກອບສ່ວນເຂົ້າໃນການພັດທະ ນາເສດຖະກິດ ແລະສັງຄົມແຫ່ງຊາດ, ແຕ່ກໍ່ຍັງມີບາງຈຸດອ່ອນຂໍ້ຄົງຄ້າງທີ່ຕ້ອງໄດ້ສືບຕໍ່ແກ້ໄຂ ຊຶ່ງຈິດໃຈຂອງລັດຖະບານແມ່ນຕ້ອງການໃຫ້ຂະແໜງພະລັງງານ ແລະບໍ່ແຮ່ມີການພັດທະນາກ້າວໜ້າຢ່າງກະໂດດຂັ້ນ, ຕ້ອງໃຫ້ໄປໄກກວ່ານີ້.

ສະນັ້ນເພື່ອຫັນຂະແໜງການດັ່ງກ່າວໃຫ້ໄປສູ່ລວງເລິກການພັດທະນາຢ່າງແທ້ຈິງ, ສາມາດນຳເອົາຜົນປະໂຫຍດມາໃຫ້ປະເທດຊາດບ້ານເມືອງ ແລະກາຍເປັນກຳລັງແຮງຫຼັກໃຫ້ແກ່ແຫຼ່ງງົບປະມານ-ການເງິນຂອງປະເທດພວກເຮົາຕ້ອງໄດ້ເອົາໃຈໃສ່ສຶກສາຄົ້ນຄວ້າ,ວິເຄາະວິໄຈໃຫ້ເຫັນບັນຫາຢ່າງແທ້ຈິງ ແລະສາມາດວາງແຜນການຄຸ້ມ ຄອງ ແລະນຳໃຊ້ໄດ້ຢ່າງຖືກຕ້ອງ.

ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີຍັງໄດ້ຕັ້ງບາງບັນຫາຂຶ້ນເພື່ອໃຫ້ຂະແໜງພະລັງງານ ແລະບໍ່ແຮ່ທຸກຂັ້ນນຳເອົາໄປຄົ້ນຄວ້າຫາຄຳຕອບ ແລະເປັນພື້ນຖານໃນການກຳນົດທິດທາງແຜນການ ໃນ 5 ປີຕໍ່ໜ້າເປັນຕົ້ນກ່ຽວກັບການພັດທະນາຂອງຂະແໜງການຕົນແມ່ນຢູ່ຂັ້ນໃດ,ຈັງຫວະການເຕີບໃຫຍ່ຂະຫຍາຍຕົວແນວໃດ, ທັນ ສະໄໝແລ້ວບໍ່? ການນຳໃຊ້ຊັບພະຍາກອນ ຮັບປະກັນສ້າງຮັ່ງ ຄູນມີໃຫ້ປະເທດຊາດ, ການຂຸດຄົ້ນຊັບພະຍາກອນມາເປັນສິນຄ້າ, ປະລິມານຂອງຊັບພະຍາກອນແຕ່ລະປະເພດ, ທ່າແຮງ ແລະຄວາມທ້າທາຍໃນຕໍ່ໜ້າ ແລະອື່ນໆ.

ຈາກສະພາບ ແລະ ບັນຫາດັ່ງກ່າວຕ້ອງ ໄດ້ມີການຄົ້ນຄວ້າ, ວິເຄາະ, ວິໄຈໃຫ້ຊັດເຈນບົນພື້ນຖານຄວາມເປັນຈິງ, ຫຼັກວິທະຍາສາດ, ຫຼັກວິຊາການ, ຫຼັກເສດຖະສາດ ແລະມີລະດັບຄາດໝາຍດ້ານຕ່າງໆຢ່າງຈະແຈ້ງ.

ພາບປະກອບ

ະເພາະຜູ້ເຮັດໜ້າທີ່ຄຸ້ມຄອງ ແລະນຳໃຊ້ຊັບພະຍາ ກອນຂອງຊາດຕ້ອງເອົາໃຈໃສ່ປະຕິບັດໃຫ້ໄປຕາມຄຳຂວັນທີ່ວ່າ “ຄິດໃຫ້ເລິກ, ເບິ່ງໃຫ້ໄກ, ໄປໃຫ້ຖືກ”, ຄຸ້ມຄອງ ແລະນຳໃຊ້ຊັບພະຍາກອນທຳມະຊາດທີ່ມີຢູ່ຈຳກັດຢ່າງປະຢັດ, ໃຫ້ເກີດປະສິດທິຜົນສູງສຸດ ແລະຍັງມີເຫຼືອໄວ້ໃຫ້ລູກຫຼານພວກເຮົາຕໍ່ໄປ.

ອັນສຳຄັນ, ທ່ານ ທອງລຸນ ສີສຸລິດ ໄດ້ມີຄຳເຫັນເນັ້ນໜັກຕໍ່ກອງປະຊຸມໃຫ້ເອົາໃຈໃສ່ຕື່ມບາງດ້ານເປັນຕົ້ນຕ້ອງມີການວາງແຜນທີ່ດີໃນການສືບຕໍ່ພັດທະນາຂະແໜງພະລັງງານ ແລະ ບໍ່ແຮ່ໄປຕາມທິດຫັນເປັນອຸດສາຫະກຳ, ທັນສະໄໝ ແລະເປັນມິດກັບສິ່ງແວດລ້ອມ;

ແກ້ໄຂໂຄງການລົງທຶນທີ່ບໍ່ມີປະສິດທິຜົນຕິດພັນກັບການແກ້ໄຂບັນຫາໜີ້ສິນຂອງພາກສ່ວນທີ່ກ່ຽວຂ້ອງ;

ປັບປຸງລາຄາໄຟຟ້າໃຫ້ສອດຄ່ອງກັບສະພາບເສດຖະກິດ-ສັງຄົມ, ມີຄວາມຍຸຕິທຳ ແລະສົມເຫດສົມຜົນ;

ຮີບຮ້ອນຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງການຊື້-ຂາຍໄຟຟ້າກັບບັນດາປະເທດທີ່ໄດ້ເຊັນສັນຍາໄປແລ້ວນັ້ນໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້;

ໃຫ້ຄຸ້ມຄອງດ້ານການອອກແບບ, ມາດຖານເຕັກ ນິກການກໍ່ສ້າງເຂື່ອນຕ່າງໆຢ່າງເຄັ່ງຄັດເພື່ອປ້ອງກັນບໍ່ໃຫ້ເກີດບັນຫາຄືຜ່ານມາ;

ສືບຕໍ່ຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍ ແລະລະບຽບການຕ່າງໆ ໂດຍສະເພາະດ້ານພະລັງງານ ແລະບໍ່ແຮ່ໃຫ້ມີຄວາມເຂັ້ມງວດ;

ສົ່ງເສີມການພັດທະນາພະລັງງານທາງເລືອກທີ່ປະເທດເຮົາມີເງື່ອນໄຂ ແລະທ່າແຮງ;

ສືບຕໍ່ປັບປຸງກົງຈັກການຈັດຕັ້ງ, ປັບປຸງລັດວິສາຫະກິດທີ່ຂຶ້ນກັບຂະແໜງພະລັງງານ ແລະບໍ່ແຮ່ໃຫ້ມີປະສິດທິຜົນດີຂຶ້ນ.

ແຫຼ່ງຂໍ້ມູນ: ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: