Friday, March 21, 2025

ການບວດປ່າ: ວິຖີທາງໃນການຮັກສາປ່າໄມ້ ແລະ ທໍາມະຊາດໃຫ້ຍືນຍົງຕະຫຼອດໄປ

ພາບປະກອບ

ການບວດປ່າ ຫຼື ບວດຕົ້ນໄມ້ ແມ່ນ ມີການປະຕິບັດກັນມາຊ້ານານ ເພື່ອເປັນຍັບຢັ້ງການລັກລອບການຕັດໄມ້ທໍາລາຍປ່າ. ຫາກຕົ້ນໄມ້ໃດທີ່ໄດ້ຮັບການບວດແລ້ວ ຊາວບ້ານກໍ່ຈະບໍ່ຕັດຕົ້ນໄມ້ດັ່ງກ່າວເດັດຂາດ ເພື່ອເຊື່ອວ່າ ການບວດຕົ້ນໄມ້ ກໍ່ຄື ກັນກັບ ຄົນທີ່ບວດ, ສະນັ້ນຊາວບ້ານຈະນັບຖື ແລະ ບູຊາຕົ້ນໄມ້ທີ່ບວດແລ້ວ.

ພາບປະກອບ

ເພາະເຊື່ອວ່າ ຕົ້ນໄມ້ທີ່ຜ່ານການບວດ ຈະຄຸ້ມຄອງຮັກສາຕົ້ນໄມ້ຕ່າໆໃນບໍລິເວນໃກ້ຄຽງນັ້ນໆ ເຊິ່ງມີຜົນເຮັດໃຫ້ນໍ້າບໍ່ບົກແຫ້ງ, ຝົນຕົກຕາມລະດູການ ເຊິ່ງຖືວ່າເປັນການຍັບຢັ້ງການທໍາລາຍທໍາມະຊາດ ແລະ ຊ່ວຍໃນການອະນຸລັກສິ່ງແວດລ້ອມ ພ້ອມທັງຮັກສາປ່າໄມ້ ທີ່ເປັນຕົ້ນນໍ້າໃຫ້ມີຄວາມອຸດົມສົມບູນ ແລະ ທີ່ສໍາຄັນແມ່ນເປັນການສ້າງຈິດສໍານຶກໃຫ້ແກ່ຊຸມຊົນໃນການດູແລຮັກສາສະພາບທໍາມະຊາດ.

ພາບປະກອບ

ການບວດປ່າມີການປະຕິຢ່າງແຜ່ຫຼາຍໃນປະເທດໄທ, ກໍາປູເຈຍ, ບາງພື້ນທີ່ໃນປະເທດລາວ, ມຽນມາ ແລະ ປະເທດສີລັງກາ

ແຫຼ່ງຂໍ້ມູນອ້າງອີງຈາກ: https://bit.ly/2FKd6zo

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່