Saturday, April 26, 2025
Kbank Laos โอน รับ จ่าย

ຊົມເຊີຍ! ນັກຮຽນລາວ ຄວ້າລາງວັນຫຼຽນຄຳ ຈາກງານ IPITEX 2020 ທີ່ປະເທດໄທ

ກຸ່ມນັກຮຽນ ສປປ ລາວ ໄດ້ເຂົ້າຮ່ວມງານແຂ່ງຂັນ Bangkok International, Intellectual, Property, Invention, Innovation, and Technology Exposition (IPITEX) ທີ່ປະເທດໄທ ໃນລະຫວ່າງວັນທີ 2 ຫາ 6 ກຸມພາ ປີ 2020. ການແຂ່ງຂັນແມ່ນຈັດໂດຍ the National Research Council of Thailand ຂອງປະເທດໄທ.

ການແຂ່ງຂັນ ຄັ້ງນີ້, ມີຜູ້ເຂົ້າຮ່ວມທັງໝົດຈຳນວນ 1.200 ຄົນ (ມີ 514 ໂຄງການ ສິ່ງປະດິດ) ທີ່ມາຈາກ 21 ປະເທດ ທົ່ວໂລກ.

ສຳລັບ ສປປ ລາວ ແມ່ນໄດ້ເຂົ້າຮ່ວມການແຂ່ງຂັນ ຄັ້ງທຳອິດ ເຊິ່ງແມ່ນ ນັກຮຽນຈາກໂຮງຮຽນ ເມຈິກພາມສ ແລະ ບໍລິສັດ ໄດ້ສົ່ງທັງໝົດ 11 ໂຄງການເຂົ້າຮ່ວມການແຂ່ງຂັນ. ໃນນັ້ນມີ 2 ໂຄງການທີ່ໄດ້ຮັບຫລຽນຄຳ, 2 ໂຄງການໄດ້ຮັບຫລຽນເງິນ ແລະ 2 ໂຄງການໄດ້ຮັບຫຼຽນທອງແດງ.

ຫລຽນຄຳທໍາອິດແມ່ນເປັນຂອງກຸ່ມນັກຮຽນ ທີ່ໄດ້ສ້າງລະບົບການບຳບັດນໍ້າເພື່ອກະສິກຳ ນຳໃຊ້ເຄື່ອງ ລີຊາຍເຄີຣ ມາສ້າງລະບົບບຳບັດນ້ຳເສຍເພື່ອໃຊ້ເຂົ້າໃນກະສິກຳ.

ກຸ່ມນັກຮຽນ ຊັ້ນມັດທະຍົມ1 ອາຍຸ 11 ປີ ລວມມີ ນາງ ອາໂລນາ ສີຈະເລີນ, ນາງ ອິນທິລາ ສີດສະຫວັດວົງ ແລະ ນາງ ປັນຍາພອນ ຟອງສະຫວັນ, ໄດ້ເຮັດວຽກຫຼາຍເດືອນເພື່ອກຽມໂຄງການເຂົ້າການແຂ່ງຂັນຄັ້ງນີ້.

ນາງ ອາໂລນາ ສີຈະເລີນ ຫົວໜ້າທີມຂອງກຸ່ມນັກຮຽນ ກ່າວວ່າ: ຕົນເອງມີຄວາມພູມໃຈຫຼາຍກັບຜົນສຳເລັດໃນການແຂ່ງຂັນຄັ້ງນີ້.

ນອກນັ້ນໂຄງການລະບົບບຳບັດນ້ຳເສຍເພື່ອໃຊ້ໃນກະສິກຳ ຍັງໄດ້ຮັບລາງວັນ the Young Innovator Award ຈາກ ອົງການ Citizen Innovation ປະເທດສິງກະໂປ.

ສຳລັບຫຼຽນທອງ ສອງ ຂອງປະເທດລາວແມ່ນ ເປັນຂອງ ກຸ່ມນັກຮຽນຊັ້ນມັດທະຍົມ 5 ທ້າວ ວິນນາກອນ ແລະ ທ້າວ ດວງສີ ແລະ ວິລະເດດ ສຸວັນທອງ ສຳລັບການເຮັດເຄື່ອງບົດຂີ້ເຫຍື້ອແບບທັນສະໄໝ.

ນອກນັ້ນ ໂຄງການທີ່ເຂົ້າຮ່ວມບາງໂຄງການຂອງລາວ ແມ່ນຍັງໄດ້ຮັບ ລາງວັນພິເສດຈາກປະເທດ ເກົາຫລີໃຕ້ ແລະ ຮອງກົງ.

ໂຮງຮຽນ ເມຈິກພາມສ ແລະ Sirena Technologies ໄດ້ຮັບລາງວັນສຳລັບການເຂົ້າຮ່ວມການແຂ່ງຂັນດັ່ງກ່າວ.

ບັນດາຄູຂອງໂຮງຮຽນ ເມຈິກພາມສ ມີຄວາມພາກພູມໃຈຫລາຍທີ່ໄດ້ນຳພານັກຮຽນເຂົ້າຮ່ວມການແຂ່ງຂັນ ແລະ ດີໃຈຕໍ່ຜົນສຳເລັດໃນການເຂົ້າຮ່ວມການແຂ່ງຂັນລະດັບສາກົນໃນຄັ້ງນີ້.

ໂຮງຮຽນ ເມຈິກພາມສ ແລະ Sirena Technologies ຈະສືບຕໍ່ເຮັດວຽກຮ່ວມກັບນັກຮຽນເພື່ອເຂົ້າຮ່ວມການແຂ່ງຂັນສາກົນໃນອະນາຄົດ.

ແຫຼ່ງຂໍ້ມູນ: zain_iqbal@hotmail.com

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາ “ພຣະກິ່ວ” ແຫ່ງນະຄອນຫຼວງພະບາງ

"ພຣະກິວ" ຕາມປະຫວັດຄວາມເປັນມາ ໄດ້ມາຈາກ ລຳນ້ຳກິວ ທີ່ຫລວງນ້ຳທາ ຊົນເຜົ່າລາວເທິງໄດ້ໄປຂຸດມັນ ຢູ່ນ້ຳກິວ ຫລວງນ້ຳທາ ໄດ້ເອົາສຽມໄປຂຸດ ແລະ ໄປທັ່ງໃສ່ແທ່ນພຼະ ແລະ ໄດ້ພົບເຫັນພຼະ ຫລັງຈາກນັ້ນໄດ້ຫາເອົາຜ້າຫໍ່ໄວ້.

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.