Saturday, November 8, 2025
Kbank Laos โอน รับ จ่าย

ສຳເລັດແລ້ວ! 75% ໂຄງການສ້າງຂົວຂ້າມນໍ້າຮຸ່ງ 2 ແຫ່ງ ແຂວງທີ່ໄຊຍະບູລີ

ໂຄງການກໍ່ສ້າງຂົວຂ້າມນໍ້າຮຸ່ງ 2 ແຫ່ງຄື:

ຈຸດບ້ານທ່ານາຫາບ້ານນາຍາວ ແລະ ຈຸດບ້ານນາເລົາຫາບ້ານນາຕໍໃຫຍ່ເມືອງ ແລະ ແຂວງໄຊຍະບູລີ ມີຄວາມຄືບໜ້າສໍາເລັດໄປແລ້ວ 75,30% ແລະ ຄາດວ່າການກໍ່ສ້າງຂົວ 2 ແຫ່ງນີ້ຈະສໍາເລັດກ່ອນກໍານົດນັບປີໂດຍຈະສໍາເລັດໃນເດືອນ ມິຖຸນາ 2020 ນີ້

ພ້ອມຈະໃຫ້ພໍ່ແມ່ປະຊາຊົນຊາວແຂວງໄຊຍະບູລີ ກໍຄືແຂກພາຍໃນ ແລະຕ່າງປະເທດ ທີ່ມາທ່ຽວໃນງານມະຫາກໍາບຸນຊ້າງທີ່ຈະເປີດຂຶ້ນໃນລະຫວ່າງວັນທີ 22 ກຸມພາ ປີ 2020 ນີ້ ໄດ້ທົດລອງໃຊ້ບໍລິການເປັນເວລາ 3 ວັນ.

ທ່ານ ສົມບູນ ບຸນຈະເລີນ ຫົວໜ້າໂຄງການກໍ່ສ້າງຂົວຂ້າມນໍ້າຮຸ່ງເປີດເຜີຍວ່າໂຄງການກໍ່ສ້າງຂົວຂ້າມນໍ້າຮຸ່ງບ້ານທ່ານາ ແລະບ້ານນາຕໍແມ່ນໂຄງການບູລິມະສິດໃນແຜນພັດທະນາຂອງ ແຂວງໄຊຍະບູລີ ປີ 2015-2020 ໂດຍແມ່ນກົມຂົວທາງກະຊວງໂຍທາທິການ ແລະ ຂົນສົ່ງເປັນເຈົ້າຂອງໂຄງການພະແນກ ຍທຂ ແຂວງໄຊຍະບູລີ ເປັນວິສະວະກອນປະຈໍາສະໜາມ, ບໍລິສັດຮັບເໝົາຫຼັກແມ່ນ MCE ຈາກປະເທດໂອຕິດ ແລະຜູ້ຮັບເໝົາຕໍ່ຊ່ວງແມ່ນລັດວິສະຫະກິດກໍ່ສ້າງຄົມມະນາຄົມ (SECC) ການກໍ່ສ້າງຂົວທັງສອງແຫ່ງມູນຄ່າທັງໝົດ 6 ລ້ານ 1 ແສນເອີໂລ ແມ່ນລັດຖະບານ ສປປ ລາວ ກູ້ຢືມຈາກລັດຖະບານໂອຕິດໂດຍບໍ່ມີດອກເບ້ຍຜ່ານທະນາຄານຢູນີ ເຄຣດິດຂອງໂອຕິດ.

ໂຄງການກໍ່ສ້າງຂົວທັງ 2 ແຫ່ງເປັນຂົວປະສົມເຫຼັກ ແລະຄອນກຼີດເສີມເຫຼັກພາກສ່ວນລຸ່ມເປັນຄອນກຼີດເສີມເຫຼັກພາກສ່ວນເທິງເປັນຂາງເຫຼັກ (ອຸປະກອນແມ່ນນໍາເຂົ້າຈາກປະເທດໂອຕຼິດ) ຍຶດດ້ວຍຄອນກຼີດເສີມເຫຼັກໜ້າຂົວປູຢາງ 2 ຊັ້ນຄວາມກວ້າງຂອງຂົວ 10 ແມັດກວ່າ,ປະກອບມີ 2 ຊ່ອງຈໍລະຈອນແຕ່ລະຊ່ອງກວ້າງ 3,75 ແມັດ,ມີທາງຍ່າງສອງເບື້ອງໆລະ 1,5 ແມັດ,ລວງຍາວຂອງຂົວ 100 ກວ່າແມັດ,ປະກອບມີ 3 ໄລຍະ 2 ເສົາກາງນໍ້າເຊັ່ນ: ໄລຍະຍາວ 28,5 ແມັດ, ໄລຍະ 46,4 ແມັດ ແລະໄລຍະ 28,5 ແມັດ.

ປະຈຸບັນຂົວສອງແຫ່ງນີ້ພວມຕິດຕັ້ງຮາວກັນຕົກ, ຮາວພະນັກ, ເທຄອນກຼີດທາງຍ່າງຮາວພະນັກ-ລົງໜ້າທາງເທເບດຄອດທາງເຂົ້າຂົວ, ສະເລ່ຍຄວາມຄືບໜ້າປະ ມານ 75,30% ຄາດວ່າຈະໃຫ້ສໍາເລັດ ແລະນໍາໃຊ້ໃນເດືອນ ມິຖຸນາ ປີ 2020 ນີ້ຖ້າຂົວທັງ2 ແຫ່ງເປີດນໍາໃຊ້ຈະສ້າງຄວາມສະດວກໃຫ້ຊາວແຂວງໄຊຍະບູລີໄປມາ ຫາສູ່ແລກປ່ຽນຊື້ຂາຍມີຄວາມສະດວກວ່ອງໄວຂຶ້ນ.

ແຫຼ່ງຂໍ້ມູນ: ຂຽນໂດຍ: ບຸນທີ, ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.