ແຂວງວຽງຈັນ ຄັດເລືອກນັກຮຽນເຂົ້າຮ່ວມສອບເສັງນັກຮຽນເກັ່ງລະດັບຊາດ

ແຂວງວຽງຈັນ ຄັດເລືອກໄດ້ນັກຮຽນເກັ່ງ ຊັ້ນປ5, ມ4 ແລະ ມ7 ປະຈໍາສົກຮຽນ 2019-2020 ເພື່ອເປັນຕົວແທນຂອງແຂວງເຂົ້າຮ່ວມສອບເສັງນັກຮຽນເກັ່ງລະດັບຊາດ

ພະແນກສຶກສາທິການ ແລະ ກິລາແຂວງວຽງຈັນ ໄດ້ຈັດພິທີສອບເສັງຄັດເລືອກນັກຮຽນເກັ່ງ ຊັ້ນປະຖົມ ປ5, ມັດທະຍົມສຶກສາ ມ4 ແລະ ມ7 ຂື້ນທີ່ໂຮງຮຽນມສໂພໝີ ໂດຍພາຍໃຕ້ ການເປັນປະທານຂອງ ທ່ານ ອ໊ອດ ແສງພິມ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງວຽງຈັນ, ມີ ທ່ານ ຈັນສົມ ແກ້ວມະນີວົງ ຫົວໜ້າສູນສຶກສານິເທດມັດທະຍົມ, ທ່ານ ປອ ຄໍາ ຂັນທະວີວອນ ຫົວໜ້າຂະແໜງສາມັນສຶກສາ, ພ້ອມດ້ວຍພະນັກງານວິຊາການ ຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ 400 ກວ່າຄົນ.

ທ່ານ ອ໊ອດ ແສງພິມ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ກ່າວວ່າ: ການສອບເສັງໃນຄັ້ງນີ້ແມ່ນເປັນການວັດແທກຄວາມຮູ້-ຄວາມສາມາດ ແລະ ພອນສະຫັວນຂອງນັກຮຽນ, ເປັນການປະເມີນລະດັບການຮຽນຂອງນັກຮຽນ ແລະ ການສິດສອນຂອງຄູ-ອາຈານ ເຊີ່ງມີນັກສອບເສັງເຂົ້າຮ່ວມທັງໝົດ 482 ຄົນ,ຍິງ 163 ຄົນ ແລະ ເປັນການສອບເສັງຄັດເລືອກນັກຮຽນເກັ່ງຜູ້ທີ່ໄດ້ທີ 1 ຂອງແຕ່ລະວິຊາ ຂອງຊັ້ນ ມ4 ແລະ ມ7 ເພື່ອເປັນຕົວແທນໃຫ້ແກ່ແຂວງວຽງຈັນ ໄປແຂ່ງຂັນໃນລະດັບທົ່ວປະເທດ ທີ່ກະຊວງສຶກສາທິການ ແລະ ກິລາ ຈັດຂື້ນ.

– ຜ່ານການສອບເສັງຜູ້ຕິດອັນດັບ ທີ 1, 2 ແລະ ທີ 3 ໃນແຕ່ລະຊັ້ນ, ແຕ່ລະວິຊາລະອຽດດັ່ງລຸ່ມນີ້:

+ ຂັ້ນ ປະຖົມ ປ5
ວິຊາພາສາລາວ
ທີ 1 ໄດ້ຄະແນນ 6.9 ໄດ້ແກ່ ນາງ ພູເພັດເຮືອງ ຢ່າທ້າວຕູ້
ທີ 2 ໄດ້ຄະແນນ 6.5 ໄດ້ແກ່ ນາງ ຈອມຂວັນ ລ່ຽມພະຈັນ ປຖ ເມືອງເກົ່າ ເມືອງວຽງຄຳ
ທີ 3 ໄດ້ຄະແນນ 6 ໄດ້ແກ່ ນາງ ວຽງຄອນ ອໍລະສາ ປຖ ນາມອຍ ມ.ຊະນະຄາມ

ວິຊາ ຄະນິດສາດ
ທີ 1 ໄດ້ຄະແນນ 7.5 ໄດ້ແກ່ ທ້າວ ວັນນະຄອນ ສຸລິວົງ ປຖ ໂນນສະຫວ່າງ, ເມືອງວຽງຄຳ
ທີ 2 ໄດ້ຄະແນນ 7.25 ໄດ້ແກ່ ນາງ ທິລະວັນ ພັນທະວົງ, ປຖ ໂນນສະຫວ່າງ, ເມືອງວຽງຄຳ
ທີ 3 ໄດ້ຄະແນນ 6.5 ໄດ້ແກ່ ນາງ ນູນີ ວົງບຸບໄຕ ມາຈາກ ປຖ ໂນນສະຫວ່າງ, ເມືອງວຽງຄຳ

ວິຊາ ໂລກອ້ອມຕົວ
ທີ 1 ໄດ້ຄະແນນ 7.65 ໄດ້ແກ່ ທ້າວ ນາກຕະສິນ ອານຸລັກ ປຖ ໂນນສະຫວ່າງ, ເມືອງວຽງຄຳ
ທີ 2 ໄດ້ຄະແນນ 6.9 ໄດ້ແກ່ ນາງ ດວງມະນີ ພັນທະນາໄລ ປຖ ທິບພະກອນ, ເມືອງວຽງຄຳ
ທີ 3 ໄດ້ຄະແນນ 6.85 ໄດ້ແກ່ ນາງ ສີລິສອນ ສີບູນເຮືອງ ມາຈາກ ປຖ ໄຊນະຄາມ ມ.ຊະນະຄາມ

+ ຂັ້ນ ມ4
ວິຊາພາສາລາວ – ວັນນະຄະດີ
ທີ 1 ໄດ້ຄະແນນ 7 ໄດ້ແກ່ ນາງ ອຸ້ງອິ້ງ ສຸລິເດດ ມາຈາກ ມສ ໂພນໝີ, ເມືອງວຽງຄຳ
ທີ 2 ໄດ້ຄະແນນ 6.25 ໄດ້ແກ່ ນາງ ອຶທໍ ມາຈາກ ມສ ແສນຈະເລີນ ເມືອງຊະນະຄາມ
ທີ 3 ໄດ້ຄະແນນ 6 ໄດ້ແກ່ ນາງ ເມລິນີ ແກ້ວມະນີ ມາຈາກ ມສ ປາກແຈ້ງ, ເມືອງວຽງຄຳ

ວິຊາ ເຄມີສາດ
ທີ 1 ໄດ້ຄະແນນ 9.25 ໄດ້ແກ່ ນາງ ປາຢີເຮີ, ມສ ໂຊກໄຊ ເມືອງໂພນໂຮງ
ທີ 2 ໄດ້ຄະແນນ 7.5 ໄດ້ແກ່ ນາງ ລີຢ່າງ, ມສ ນ້ຳຮອນ ມາຈາກ ເມືອງໝືນ
ທີ 3 ໄດ້ຄະແນນ 7.25 ໄດ້ແກ່ ທ້າວ ພັນເຊ ຢ່າງ ມາຈາກ ມສ ຜາສັງ ເມືອງເຟືອງ

ວິຊາ ຄະນິດສາດ
ທີ 1 ໄດ້ຄະແນນ 6 ໄດ້ແກ່ ທ້າວ ໂອບີ ລໍ ມາຈາກ ມສ ຫຼັກ 52, ເມືອງໂພນໂຮງ
ທີ 2 ໄດ້ຄະແນນ 5.75 ໄດ້ແກ່ ທ້າວ ມົວຈິລໍ ໄຟຈົງ ມາຈາກ ມສ ຫຼັກ 52, ເມືອງໂພນໂຮງ
ທີ 3 ໄດ້ຄະແນນ 4.5 ໄດ້ແກ່ ທ້າວ ຄຳຫຼ້າ ວ່າງ ມາຈາກ ມສ ນ້ຳຮອນ ມາຈາກ ເມືອງໝືນ

ວິຊາ ຟີຊິກສາດ
ທີ 1 ໄດ້ຄະແນນ 5.5 ໄດ້ແກ່ ທ້າວ ເພັງ ມົງລີ ມສ ຫີນເຫີບ ເມືອງຫີນເຫີບ
ທີ 2 ໄດ້ຄະແນນ 4.5 ໄດ້ແກ່ ທ້າວ ເກົ້າລີ ມາຈາກ ມສ ຊົນເຜົ່າ, ເມືອງວັງວຽງ
ທີ 3 ໄດ້ຄະແນນ 3 ໄດ້ແກ່ ທ້າວ ລີເຊັ້ງເຮີ່ ຢົງເກັ້ງເຮີ່ ມາຈາກ ມສ ນ້ຳຮອນ ເມືອງໝື່ນ

ວິຊາ ພາສາອັງກິດ
ທີ 1 ໄດ້ຄະແນນ 9.5 ໄດ້ແກ່ ທ້າວ ທິບພະກອນ ເມືອງວົງ ມາຈາກ ມສ ໂພນໝີ, ເມືອງວຽງຄຳ
ທີ 2 ໄດ້ຄະແນນ 9.25 ໄດ້ແກ່ ທ້າວ ຊີເຮີລໍ ໜາວເຮີ ມາຈາກ ມສ ຫຼັກ 52, ເມືອງໂພນໂຮງ
ທີ 3 ໄດ້ຄະແນນ 9 ໄດ້ແກ່ ນາງ ພຸດເກສອນ ພົມມະຫາໄຊ ມາຈາກ ມຕ ທິບພະກອນ ເມືອງໝື່ນ

+ ຂັ້ນ ມ7
ວິຊາພາສາລາວ – ວັນນະຄະດີ
ທີ 1 ໄດ້ຄະແນນ 8 ໄດ້ແກ່ ນາງ ຕາລີ່ ພົມມະຈັນ ມາຈາກ ມສ ໂພນໝີ, ເມືອງວຽງຄຳ
ທີ 2 ໄດ້ຄະແນນ 7.5 ໄດ້ແກ່ ນາງ ປູນາ ມະນີວົງ ມາຈາກ ມສ ໂພນໝີ, ເມືອງວຽງຄຳ
ທີ 3 ໄດ້ຄະແນນ 7.25 ໄດ້ແກ່ ນາງ ປູນາ ພົມໂສພາ ມາຈາກ ມສ ເມືອງເຟືອງ, ເມືອງເຟືອງ

ວິຊາ ຄະນິດສາດ
ທີ 1 ໄດ້ຄະແນນ 7.75 ໄດ້ແກ່ ທ້າວ ສຸດທິເດດ ຊ້ອນທຳມະວົງ ມາຈາກ ມສ ໂພນໝີ, ເມືອງວຽງຄຳ
ທີ 2 ໄດ້ຄະແນນ 7.5 ໄດ້ແກ່ ທ້າວ ໂຊກດີ ຊົງວາຈາຮົ່ວ ມສ ຫຼັກ 52, ເມືອງໂພນໂຮງ
ທີ 3 ໄດ້ຄະແນນ 6 ໄດ້ແກ່ ທ້າວ ສົມອິນມະນູນ ຢ່າທໍຕູ້ ມສ ຫຼັກ 52, ເມືອງໂພນໂຮງ

ວິຊາ ຟີຊິກສາດ
ທີ 1 ໄດ້ຄະແນນ 9 ໄດ້ແກ່ ທ້າວ ຟົງເຮີ ເຍ່ຍປ່າວເຮີ ມາຈາກ ມສ ຊົນເຜົ່າ, ເມືອງວັງວຽງ
ທີ 2 ໄດ້ຄະແນນ 5 ໄດ້ແກ່ ທ້າວ ສີນູຄ້າງ ເນັ່ງວ່າງ ຮວດ ຫຼັກ 67, ເມືອງໂພນໂຮງ
ທີ 3 ໄດ້ຄະແນນ 2.5 ໄດ້ແກ່ ທ້າວ ລີຊົງ ມາຈາກ ມສ ຊົນເຜົ່າ, ເມືອງວັງວຽງ

ວິຊາ ເຄມີສາດ
ທີ 1 ໄດ້ຄະແນນ 8.5 ໄດ້ແກ່ ທ້າວ ທອງຊົ່ງ ມາຈາກ ມສ ຊົນເຜົ່າ, ເມືອງວັງວຽງ
ທີ 2 ໄດ້ຄະແນນ 7.5 ໄດ້ແກ່ ທ້າວ ຮ່າຊົງ ມາຈາກ ມສ ປາກຫາງ, ເມືອງທຸລະຄົມ
ທີ 3 ໄດ້ຄະແນນ 3 ໄດ້ແກ່ ທ້າວ ໂຈໂຈ່ ອິນຖາວອນ ມາຈາກ ມສ ສະກ້າ, ເມືອງໂພນໂຮງ

ວິຊາ ພາສາອັງກິດ
ທີ 1 ໄດ້ຄະແນນ 9 ໄດ້ແກ່ ທ້າວ ເສັງຢ່າງ ກັ່ວເນັງ ມສ ຫຼັກ 52, ເມືອງໂພນໂຮງ
ທີ 2 ໄດ້ຄະແນນ 8.75 ໄດ້ແກ່ ທ້າວ ຈືເວີ ມາຈາກ ມສ ຊົນເຜົ່າ, ເມືອງວັງວຽງ
ທີ 3 ໄດ້ຄະແນນ 8.5 ໄດ້ແກ່ ທ້າວ ວັງທໍ ມາຈາກ ທປ ວັງວຽງ, ເມືອງວັງວຽງ

ນັກຮຽນເກັ່ງເປັນຕົວແທນແຂວງວຽງຈັນໄປເສັງຂັ້ນກະຊວງ
ຊັ້ນ ມໍ 4
1. ນາງ ອຸ້ງອິ້ງ ສຸລິເດດ ມາຈາກ ມສ ໂພນໝີ, ເມືອງວຽງຄຳ ຕົວແທນວິຊາພາສາລາວ
2. ນາງ ປາຢີເຮີ ມສ ໂຊກໄຊ ເມືອງໂພນໂຮງ ຕົວແທນວິຊາເຄມີສາດ
3. ທ້າວ ໂອບີ ລໍ ມສ ຫຼັກ 52, ເມືອງໂພນໂຮງ ຕົວແທນວິຊາຄະນິດສາດ
4. ທ້າວ ເພັງ ມົງລີ ມສ ຫີນເຫີບ ເມືອງຫີນເຫີບ ຕົວແທນວິຊາຟິຊິກສາດ

ຊັ້ນ ມໍ 7
5. ນາງ ຕາລີ່ ພົມມະຈັນ ມາຈາກ ມສ ໂພນໝີ, ເມືອງວຽງຄຳ ຕົວແທນວິຊາພາສາລາວ
6. ທ້າວ ສຸດທິເດດ ຊ້ອນທຳມະວົງ ມາຈາກ ມສ ໂພນໝີ, ເມືອງວຽງຄຳ ຕົວແທນວິຊາຄະນິດສາດ
7. ທ້າວ ຟົງເຮີ ເຍ່ຍປ່າວເຮີ ມາຈາກ ມສ ຊົນເຜົ່າ, ເມືອງວັງວຽງ ຕົວແທນວິຊາຟິຊິກສາດ
8. ທ້າວ ທອງຊົ່ງ ມາຈາກ ມສ ຊົນເຜົ່າ, ເມືອງວັງວຽງ ຕົວແທນວິຊາເຄມີສາດ

ແຫຼ່ງຂໍ້ມູນ: ພະແນກສຶກສາທິການ ແລະ ກິລາແຂວງວຽງຈັນ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຄວນເຮັດແນວໃດ ເມື່ອຕ້ອງອອກກຳລັງກາຍຍາມຝົນ!

ຊ່ວງໜ້າຝົນແບບນີ້ ຄົນທີ່ມັກອອກກຳລັງກາຍກາງແຈ້ງເປັນປະຈຳ ອາດຈະປ່ຽນເປັນການອອກກຳລັງກາຍໃນຮົ່ມແທນ ແຕ່ບາງຄົນຍັງມັກອອກກຳລັງກາຍກາງແຈ້ງຫຼາຍກວ່າ ເຊິ່ງອາດຈະໃຊ້ວິທີເລື່ອນເວລາໄປໃນຕອນທີ່ຝົນເຊົາຕົກ ຫຼື ຕອນທີ່ຝົນຕົກຄ່ອຍໆ ແຕ່ຊ່ວງເວລາດັ່ງກ່າວ ກໍຍັງມີສິ່ງທີ່ຄວນລະວັງໃນການອອກກຳລັງກາຍ ທີ່ຕ່າງໄປຈາກສະພາບປົກກະຕິ.

ຫົວຜັກບົ່ວໃຫຍ່ ປົວໄດ້ຫຼາຍໂຣກ

ການກິນຫົວຜັກບົ່ວໃຫຍ່ ສາມາດປ້ອງກັນການຈະເລີນເຕີບໃຫຍ່ຂອງຈຸລັງມະເຮັງໄດ້ ເພາະມັນມີສານຕ້ານອະນຸມູນອິດສະຫຼະ, ສາມາດຊ່ວຍແກ້ການນອນບໍ່ຫຼັບໄດ້, ຊ່ວຍເຮັດໃຫ້ຈະເລີນອາຫານ, ຊ່ວຍບຳລຸງທາດໃນຮ່າງກາຍ,​ຊ່ວຍກຳຈັດສານກົ່ວ ທີ່ປົນເປື້ອນມາກັບອາຫານ, ຊ່ວຍປ້ອງກັນການເກີດໂຣກຫົວໃຈ,​ ຫຼຸດຄວາມສ່ຽງຂອງອຳມະພາດ, ຊ່ວຍປົວໂຣກໄຂມັນຕີບຕັນໃນເສັ້ນເລືອດ, ຊ່ວຍໃນການຂະຫຍາຍຫຼອດເລືອດ, ຊ່ວຍເຮັດໃຫ້ເລືອດບໍ່ໄປຕີບຕັນໃນຫຼອດເລືອດ, ຊ່ວຍໃນການສະຫຼາຍເລືອດຊຳ້.

ຈົບມໍປາຍ ຈະຮຽນຕໍ່ສາຍໃດດີ?

ເມື່ອກ່ອນ ການສຶກສາຖືໄດ້ວ່າມີບັນຍາກາດຄຶກຄື້ນ ແລະ ເປັນຂະບວນການ ຫຼາຍຄົນແຂ່ງກັນຮຽນ ແຂ່ງກັນເສັງເພື່ອຈະໄດ້ເຂົ້າຮຽນສາຍທີ່ຕົນເອງມັກ ແຕ່ຕົກມາຍຸກປັດຈຸບັນນີ້ ດ້ວຍສະພາບເສດຖະກິດ ສະພາບແວດລ້ອມ ແລະ ຫຼາຍຢ່າງໃນສັງຄົມທີ່ຜັນແປໄປ ເດັກນ້ອຍສ່ວນໃຫຍ່ບໍ່ຢາກທີ່ຈະຮຽນຕໍ່, ບາງຄົນກໍຈຳເປັນຕ້ອງອອກໄປເຮັດວຽກເພື່ອຫາເງິນຊ່ວຍຄອບຄົວ, ຫຼາຍຄົນກໍອອກມາປະກອບກິດຈະການເຮັດທຸລະກິດ ເປັນນາຍຂອງຕົນເອງ ແຕ່ບໍ່ວ່າຈະຢ່າງໃດກໍຕາມ ຖ້າຄົນທີ່ມີເງືອນໄຂກໍຍັງສະໜັບສະໜູນໃຫ້ຮຽນຕໍ່ສາຍວິຊາຊີບໃຫ້ຈົບຈະເປັນການດີທີ່ສຸດ.