ຂໍຂອບໃຈນຳຜູ້ສະໜັບສະໜູນ

ຂໍສະແດງຄວາມຍິນດີ ແລະ ຊົມເຊີຍເຈົ້າຂອງຜະລິດຕະພັນ ແລະ ແນວຄວາມຄິດອອກແບບຜະລິດຕະພັນຫັດຖະກໍາລາວທີ່ໄດ້ຮັບຄັດເລືອກ ເພື່ອຕໍ່ຍອດປັບປຸງໃຫ້ກາຍເປັນສິນຄ້າທີ່ສາມາດສົ່ງອອກໄປສູ່ຍີ່ປຸ່ນໄດ້.

ງານປະກວດປະກວດຜະລິດຕະພັນຫັດຖະກໍາລາວ (Lao Handicraft Product Contest) ທີ່່ຮ່ວມຈັດໂດຍ JICA, Felissimo Corporation, LJI ພາຍໃຕ້ການສະໜັບສະໜຸນຂອງ JETRO ໄດ້ຈັດຂຶ້ນຢູ່ ສະຖາບັນລາວ-ຍີ່ປຸ່ນ, ມະຫາວິທະຍາໄລແຫ່ງຊາດ.

ທ່ານ ສຈ. ປອ. ສົມສີ ຍໍພັນໄຊ

ໃຫ້ກຽດເປັນປະທານກ່າວເປີດພິທີໂດຍ ທ່ານ ສຈ. ປອ. ສົມສີ ຍໍພັນໄຊ, ອະທິການບໍດີມະຫາວິທະຍາໄລແຫ່ງຊາດ ແລະ ປະກອບຄໍາຄິດເຫັນໂດຍ Mr. Yoshiharu YONEYAMA, Chief Representative, JICA Laos Office.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ງານປະກວດຄັ້ງນີ້ໄດ້ມີເຈົ້າຂອງຜະລິດຕະພັນຫັດຖະກໍາໃຫ້ຄວາມສົນໃຈເຂົ້າຮ່ວມຈໍານວນຫຼາຍ ໂດຍມີຜະລິດ ຕະພັນສົ່ງເຂົ້າປະກວດທັງໝົດ 48 ຢ່າງ ແລະ ແນວຄວາມຄິດອອກແບບຜະລິດຕະພັນອີກ 33 ຢ່າງ.

ຜູ້ແຂ່ງຂັນໄດ້ນໍາສະເໜີສິນຄ້າຂອງຕົນເອງຕໍ່ຄະນະກໍາມະການ ແລະ ເມື່ອການແຂ່ງຂັນສິ້ນສຸດລົງຄກໍາມະການກໍໄດ້ລວບລວມຄະແນນ ແລະ ປະກາດຜົນການແຂ່ງຂັນເຊິ່ງມີຜະລິດຕະພັນທີ່ໄດ້ຮັບລາງວັນ 10 ຢ່າງ ແລະ ແນວຄວາມຄິດອອກແບບ 3 ຢ່າງ.

ຜະລິດຕະພັນ ແລະ ແນວຄວາມຄິດທີ່ໄດ້ຮັບຄັດເລືອກນີ້ຈະໄດ້ຮັບໂອກາດໃນການຊ່ວຍປັບປຸງຈາກຊ່ຽວຊານຂອງບໍລິສັດ Felissimo ໃຫ້ແທດເໝາະກັບຄວາມຕ້ອງການຂອງຕະຫຼາດຍີ່ປຸ່ນ ແລະ ຈະໄດ້ອອກໂຄສະນາທາງເວບໄຊ e-commerce ທີ່ມີຊື່ສຽງຂອງຍີ່ປຸ່ນ.

ຫຼັງຈາກນັ້ນເຈົ້າຂອງຜະລິດຕະພັນທີ່ໂດດເດັ່ນອັນດັບ 1 ຈະໄດ້ຮັບໂອກາດໃນການເດີນທາງໄປຂາຍສິນຄ້າຂອງຕົນເອງໂດຍກົງໃຫ້ແກ່ຜູ້ຊື້ ຫຼື ບໍລິສັດຍີ່ປຸ່ນ.

ແຫຼ່ງຂໍ້ມູນ: LJI: Laos-Japan Institute

Hits: 25

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້