Monday, May 19, 2025
Kbank Laos โอน รับ จ่าย

ໂສມ ແລະ ກາເຟເມືອງດາກຈຶງ ສິນຄ້າທີ່ໄດ້ຮັບຄວາມນິຍົມຫຼາຍຂຶ້ນ!!!

ພາບປະກອບ

ເມື່ອບໍ່ດົນມານີ້: ທ່ານ ໄພສະໝອນ ເລຂາໜ່ວຍພັກຫ້ອງການກະສິກໍາ ແລະ ປ່າໄມ້ເມືອງດາກຈຶງ ກ່າວຕໍ່ກອງປະຊຸມໃຫຍ່ຄັ້ງທີ XV ອົງຄະນະພັກເມືອງໃນຫົວຂໍ້“ການສົ່ງເສີມການຜະລິດເປັນສິນຄ້າ”ວ່າ:

ພວກເຮົາໄດ້ເອົາ ໃຈໃສ່ຊີ້ນໍາພະນັກງານວິຊາການປະຕິບັດໜ້າທີ່ໂດຍອີງໃສ່ 3 ເສົາຄໍ້າ 4 ແຜນງານຂອງກະຊວງກະສິກໍາ ແລະ ປ່າໄມ້ໂດຍສະເພາະແຜນງານທີ 2 ທີ່ສົ່ງເສີມການຜະລິດກະສິກໍາເປັນສິນຄ້າ.

5 ປີຜ່ານມາຄືແຕ່ປີ 2015-2019 ໄດ້ຍາດແຍ່ງທຶນຮອນຈາກພາກລັດ,ເອກະຊົນ ແລະ ອົງການ ຈັດຕັ້ງສາກົນ ສະໜັບສະໜູນແຜນງານດັ່ງກ່າວ 37,7 ຕື້ກວ່າກີບ ຢູ່ 54 ບ້ານ ລວມທັງການເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ການມີສ່ວນຮ່ວມຫົວໜ່ວຍທຸລະກິດທັງພາກລັດ,ເອກະຊົນ ແລະ ອົງການຈັດຕັ້ງສາກົນກໍ່ສ້າງພື້ນຖານໂຄງລ່າງ ແລະ ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າຕາມທ່າແຮງເພື່ອສ້າງມູນຄ່າເພີ່ມຂອງຜົນຜະລິດ.

ພາບປະກອບ

ຈຶ່ງເຫັນວ່າ: ການຜະລິດໄດ້ຂະຫຍາຍຕົວຢ່າງກວ້າງຂວາງ,ຫລາຍຄອບຄົວມີລາຍຮັບຫລາຍຂຶ້ນ ແລະ ທີ່ພົ້ນເດັ່ນປີຜ່ານມາ ສາມາດສົ່ງຜົນຜະລິດກະສິກໍາອອກເປັນຕົ້ນໝາກກາເຟ,ໂສມ ແລະ ສັດລ້ຽງປະເພດຕ່າງໆໂດຍສະ ເພາະໂສມ ຖືວ່າເປັນສິນຄ້າພົ້ນເດັ່ນໃນປັດຈຸບັນເນື່ອງຈາກປະຊາຊົນ 3 ບ້ານຄືບ້ານດາກວໍ,ດາກຣັນ ແລະ ບ້ານດາກວາງທີ່ປູກໂສມທໍາມະຊາດໃນເນື້ອທີ່  98 ກວ່າເຮັກຕາ ແລະ ໄດ້ຮັບຜົນຜະລິດ 1,3 ໂຕນຕໍ່ເຮັກຕາ.

ຂະນະດຽວກັນກໍ່ສາມາດສ້າງລາຍຮັບໃຫ້ແກ່ປະຊາຊົນໄດ້ເກືອບ 5 ຕື້ກີບ.

ພາບປະກອບ

ນອກນີ້ທະນາຄານນະໂຍບາຍແລະ ພາກສ່ວນອື່ນໆໄດ້ສະໜອງແນວພັນກາເຟໃຫ້ແກ່ປະຊາຊົນ 54 ບ້ານເຮັດໃຫ້ເນື້ອທີ່ປູກກາເຟໃນປັດຈຸ ບັນມີ 3.789 ກວ່າເຮັກຕາ ແລະເກັບກູ້ຜົນຜະລິດໄດ້ 9 ພັນກວ່າໂຕນ,

ຂະນະທີ່ພະນັກງານວິຊາການໄດ້ແນະນຳເຕັກນິກການປູກ,ໃສ່ຝຸ່ນ,ຕັດຕອນກິ່ງງ່າ,ເກັບກ່ຽວ,ຄັດຄຸນນະພາບກາເຟ,ປຸກເຮືອນຮົ່ມຕາກກາເຟ, ໂຮງອິ້ວຕະຫລອດເຖິງການປຸງແຕ່ງເປັນສິນຄ້າເປັນຕົ້ນຊາໂສມທໍາມະຊາດ, ກາເຟສະຕາດາກຈຶງ, ກາເຟດາກຈຶງ ແລະ ປີຜ່ານໄດ້ສົ່ງກາເຟ (ໝາກແດງ,ໝາກສ້ອມ,ໝາກດໍາ) ອອກ 2.220 ກວ່າໂຕນ ແລະ ຈໍານວນໜຶ່ງ,ອົງການແຄ ໄດ້ສະໜັບສະໜູນຜະລິດເປັນໝາກຂາວສົ່ງອອກຕ່າງປະເທດ.

ແຫຼ່ງຂໍ້ມູນ: ຂປລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້