Friday, November 7, 2025
Kbank Laos โอน รับ จ่าย

ບັນຍາຍພິເສດ ພາຍໃຕ້ຫົວຂໍ້ “ບົດເພງກັບວັນນະຄະດີ ແລະສັງຄົມລາວ”

ທ່ານ ບົວເງິນ ຊາພູວົງ

ພາກວິຊາສ້າງຄູພາສາລາວ-ວັນນະຄະດີ ຄະນະສຶກສາສາດ(ຄສສ) ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດພິທີບັນຍາຍພິເສດ ພາຍໃຕ້ຫົວຂໍ້ “ບົດເພງກັບວັນນະຄະດີ ແລະສັງຄົມລາວ” ຂຶ້ນທີ່ ສະໂມສອນໃຫຍ່ ມຊ.

ໂດຍໃຫ້ກຽດບັນຍາຍໂດຍທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ, ສິລະປິນແຫ່ງຊາດ ສາຂາສິລະປະການສະແດງ, ເຂົ້າຮ່ວມພິທີໂດຍທ່ານ ວິຊຽນ ທອງທະວີ ຮອງຄະນະບໍດີ ຄສສ, ມີບັນດາຫົວໜ້າພະແນກ, ຮອງພະແນກ, ຫົວໜ້າພາກວິຊາ, ແຂກທີ່ຖືກເຊີນ, ພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ.

ການບັນຍາຍຄັ້ງນີ້, ແມ່ນມີຈຸດປະສົງແນໃສ່ເພື່ອສົ່ງເສີມການສ້າງຄວາມເຂົ້າໃຈ ແລະເຫັນໄດ້ເຖິງຄວາມສໍາຄັນຂອງບົດເພງທີ່ມີຕໍ່ວັນນະຄະດີ ແລະສັງຄົມລາວ, ພ້ອມທັງເປັນການແນະນໍາແນວທາງການສົ່ງເສີມເພງລາວໃຫ້ມີຄວາມກ້າວໜ້າ; ທັງນີ້ກໍເພື່ອເປັນການປົກປັກຮັກສາວັດທະນະທໍາອັນລໍ້າຄ່າຂອງຊາດ ໂດຍສະເພາະແມ່ນບົດເພງລາວຕັ້ງແຕ່ອະດີດ ຈົນຮອດປັດຈຸບັນ.

ໃນໂອກາດນີ້, ທ່ານ ບົວເງິນ ຊາພູວົງ ໄດ້ບັນຍາຍເຖິງຫຼາຍບັນຫາ ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງຄວາມພູກພັນ ກັບສຽງເພງ ແຕ່ອະດີດຈົນຮອດປັດຈຸບັນ ແລະໄດ້ມີຜົນງານການປະດິດແຕ່ງອັນໂດດເດັ່ນ ແລະເປັນເອກະລັກສະເພາະຂອງທ່ານ ທີ່ມີຊື່ສຽງໂດ່ງດັງໃຫ້ແກ່ປະເທດຊາດຕະຫຼອດມາ, ເປັນຕົ້ນແມ່ນ ບົດເພງ “ເຢັນລະບາຍຊາວນາ, ບ້ານແມ່ເຮົາ…

ແຕ່ລະບົດເພງທີ່ທ່ານປະພັນອອກມາ ແມ່ນຖ່າຍທອດໃຫ້ເຫັນເຖິງເນື້ອຫາທີ່ມີຄວາມສໍາຄັນ ຕໍ່ກັບວັນນະຄະດີ ແລະສັງຄົມລາວໂດຍສະເພາະແມ່ນຄວາມຮັກ, ຄວາມພູກພັນກັບບ້ານເກີດເມືອງນອນ ແລະຄວາມຫວງແຫນເຖິງປະເທດຊາດຂອງຕົນ.

ພ້ອມນັ້ນ ທ່ານຍັງໄດ້ຍົກໃຫ້ເຫັນເຖິງວິທີການ ແລະຮູບແບບໃນການປະຕິດແຕ່ງ, ວິທີປະພັນບົດເພງ ແລະໃຫ້ທິດຊີ້ນໍາແກ່ນັກຂຽນ, ນັກປະພັນ, ນັກຮຽນຮູ້ປັນຍາຊົນ ແລະຜູ້ທີ່ມີຄວາມສົນໃຈມັກຮັກໃນຜົນງານເພງ ທັງນີ້ກໍເພື່ອຊຸກຍູ້ສົ່ງເສີມໃຫ້ເຂົາເຈົ້າສ້າງວົງການເພງລາວໃຫ້ກັບມາມີບັນຍາດການ ແລະສ້າງຄວາມມ່ວນຊື່ນໃຫ້ສັງຄົມລາວຕະຫຼອດໄປ ເພື່ອເປັນການປົກປັກຮັກສາ ແລະເສີມສ້າງວັດທະນະທໍາອັນດີງາມຂອງລາວ ໃຫ້ຍືນຍົງທະນົງແກ່ນຕະຫຼອດໄປ ໂດຍສະເພາະວົງການສິລະປະວັນນະຄະດີ.

ແຫຼ່ງຂໍ້ມູນ: NUOL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.