Wednesday, April 23, 2025

ທ່ານ ວີເພັດ ສີຫາຈັກຣ ຖືກເລືອກຕັ້ງໃຫ້ເປັນປະທານ ສຕລ ອີກສະໄໝ (2020-2024)

ທີ່ໂຮງແຮມແລນມາກ ໄດ້ມີພິທີຈັດກອງປະຊຸມໃຫຍ່ສະໄໝ ວິສາມັນ ສະຫະພັນບານເຕະແຫ່ງຊາດລາວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ, ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ພ້ອມດ້ວຍຄະນະສະຫະພັນ ແລະ ຕົວແທນແຕ່ລະສະຫະພັນບານເຕະແຕ່ລະແຂວງທົ່ວປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.

ເນື້ອໃນກອງປະຊົມດັ່ງກ່າວແມ່ນການສະຫຼຸບວຽກງານຕ່າງໆຂອງ ສະຫະພັນບານເຕະແຫ່ງຊາດລາວ ໃນສະໄໝທີ່ຜ່ານທີ່ໄດ້ປະຕິບັດລະຫວ່າງປີ 2015-2019 ຫຼັງທີ່ທີ່ໝົດວາລະ ແລະ ໃນວັນດັ່ງກ່າວໄດ້ມີການເລືອກຕັ້ງເອົາປະທານ ແລະ ຄະນະບໍລິຫານຊຸດໃໝ່ ວາລະ 4 ປີລະຫວ່າງ 2020-2024 ໂດຍເນື້ອກອງປະຊຸມໄດ້ຕົກລົງແຕ່ງຕັ້ງດັ່ງນີ້:

-ທ່ານ ວີເພດ ສີຫາຈັກຣ ປະທານ ສຕລ ຜູ້ເກົ່າໃຫ້ມາຮັບໜ້າທີ່ຕໍ່ໃນອີກສະໄໝ

-ຮອງປະທານປະກອບມີ 4 ທ່ານຄື: ທ່ານ ປະສາດໄຊ ພິລາພັນເດຊ, ທ່ານ ຄໍາໄຜ່ ປຣະເສີດ, ທ່ານ ຄໍາແພງ ວົງຂັນຕີ ແລະ ທ່ານ ປະສິດ ສຸພາບ

-ຕໍາແໜ່ງຄະນະກໍາມະການບໍລິຫານ ສຕລ ປະກອບມີ 6 ທ່ານຄື: ທ່ານ ດຣ.ໄຊຊະນະ ທອງຄໍາຈັນ, ທ່ານ ດຣ. ບຸນຍູ້ ສີສານ, ທ່ານ ນາງ ພູໄຊ ແພງພົງ, ທ່ານ ພັນໂທ ຖາວອນ ຫຼວງຈັນດາວົງ, ທ່ານ ພັກເອກ ທອງເພັດ ມະນີສະຫວັນ ແລະ ທ່ານ ດຣ.ຫວັນແກ້ວ ລາດສະບຸດ.

ແຫຼ່ງຂໍ້ມູນ: ເສດຖະກິດການຄ້າ, ຮູບພາບ: ສຕລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.