ຢ່າລືມ! ຢ່າພາດ! ບຸນຜີໂຂນເມືອງປາກລາຍ ຍິ່ງໃຫຍ່ອະລັງການ ເລີ່ມ 4 ມີນາ ນີ້

ເພື່ອເປັນການອະນຸລັກຮັກສາ ເອກະລັກ ວັດທະນະທຳ ຮີດຄອງປະເພນີອັນດີງາມ ຂອງຊາດ ແລະ ຂອງທ້ອງຖີ່ນ ໃຫ້ເປັນທີ່ເຜີຍແຜ່ ກວ້າງຂວາງ ແລະ ສົ່ງເສີມການທ່ອງທ່ຽວຢ່າງຕັ້ງໜ້າຊາວເມືອງປາກລາຍ ແຂວງ ໄຊຍະບູລີ.

ເຊີນຊວນທຸກທ່ານ ຍາດພີ່ນ້ອງທັງໃກ້ ແລະ ໄກ ມາທ່ຽວງານເທດສະການ ບຸນພະເຫວດສັນດອນຊາດົກ ແຫ່ງເອກະລັກແຫ່ຜີໂຂນເຂົ້າເມືອງ ເຊີ່ງຈະຈັດຂື້ນໃນລະຫວ່າງ ວັນທີ 4-9 ມີນາ 2020 ນີ້.

ເຊິ່ງພາຍໃນງານຈະມີຫຼາກຫຼາຍກິດຈະກຳ ຮອງຮັບຄວາມເບີກບານມ່ວນຊື່ນ ແຫ່ງສີສັນວັດທະນະທຳເຜົ່າ ເວທີປະກວດນາງງາມແຫ່ງທິດາພະເຫວດສັນດອນຊາດົກ ຮ່ວມເຊຍການແຂ່ງຂັນເຮືອຊ່ວງ 12 ສີພາຍ ພ້ອມເຂົ້າມາເປັນສ່ວນໜຶ່ງໃນການຊ່ວຍສົ່ງເສີມສິນຄ້າ ຕະຫຼາດນັດມວນຊົນຂອງປະຊາຊົນໃນຂົງເຂດນີ້ດ້ວຍ.

ນອກນີ້ ຜູ້ເຂົ້າຮ່ວມງານຍັງຈະໄດ້ເພີດເພີນໄປກັບດົນຕີມະໂຫລີປະສົມປະສານນັກສິລະປິນທີ່ມີຊື່ສຽງມາກໜ້າຫຼາຍຕາ ມາຮ່ວມສ້າງສີສັນ ໃຫ້ທຸກທ່ານໄດ້ມ່ວນຊື່ນ ຢ່າລືມມາເປັນສ່ວນຮ່ວມ ສົ່ງເສີມການທ່ອງທ່ຽວ ແລະ ປະກອບສ່ວນພັດທະນາເມືອງປາກລາຍຂອງພວກເຮົາໃນໂອກາດນີ້ດ້ວຍ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...