5 ຢ່າງ ທີ່ຕ້ອງປະຕິບັດຕໍ່ກັນ ລະຫວ່າງ ສາມີ ແລະ ພັນລະຍາ

ພາບປະກອບ

ຄຳວ່າ “ມະນຸດ” ຄືຜູ້ກຳລັງພັດທະນາ ຜູ້ທີ່ມີຫຼັກ ແລະ ກົດເກນດຳເນີນຊີວິດຢ່າງມີສະຕິ ແລະ ເຊັນດຽວກັບການສ້າງຄອບຄົວກໍເຊັ່ນກັນ ກໍມີຫຼັກແຫ່ງສິນລະທັມທີ່ສາມາດຢືດໜ່ຽວ ນຳມາເປັນແບບແຜນດຳເນີນຊີວິດໃຫ້ດີຂື້ນ. 

ຫຼັກສິນທັມຂອງຜູ້ຄອງເຮືອນ 5 ຢ່າງຄືຫຼັກແຫ່ງການຢູ່ຮ່ວມກັນລະຫວ່າສາມີ ແລະ ພັນລະຍາເປັນກົດ ຫຼື ແນວທາງການດຳເນີນຊີວິດໃຫ້ມີຄວາມຜ່າສຸກໃນຄອບຄົວ ເປັນແບບແຜນທີ່ຄົນໃນສັງຄົມ ກໍຄືທຸກໆຄອບຄົວທີ່ຈະຕ້ອງມີ ແລະ ຕ້ອງປະຕິບັດຕໍ່ກັນ 5 ຢ່າງ. 

ພາບປະກອບ

ສາມີຕ້ອງປະຕິບັດຕໍ່ພັນລະຍາ 5 ຢ່າງ

1. ດ້ວຍຄວາມຍົກຍ້ອງ ນັບຖືວ່າ ເປັນພັນລະຍາ

2. ບໍ່ມີຄວາມດູໝິ່ນ ດູແຄນ

3. ບໍ່ປະພຶດລ່ວງເກີນ ຈິິດໃຈ (ບໍ່ນອກໃຈ)

4. ມອບຄວາມເປັນໃຫຍ່ໃຫ້ໃນຄອບຄົວໃຫ້ເຄື່ອງແຕ່ງຕົວ

5. ໃຫ້ເຄື່ອງແຕ່ງຕົວ

ພາບປະກອບ

ພັນລະຍາຕ້ອງປະຕິບັດຕໍ່ສາມີ 5 ຢາງ

1. ເຮັດວຽກງານດີ
2. ສົງເຄາະຄົນໃນບ້ານໃກ້ເຮືອນຄຽງຂອງຜົວດີ
3. ບໍ່ປະພຶດລ່ວງເກີນໃຈຜົວ (ບໍ່ນອກໃຈ)
4. ຮັກສາຊັບ ທີ່ຜົວຫາມາໄດ້ໄວ້ໃຫ້ດີ
5. ດຸໝັ່ນ ບໍ່ຂີ້ຂານ ເຮັດວຽກງານທັງປວງ

ແຫຼ່ງຂໍ້ມູນ: ຮູບພາບ Lao Traditional Wedding Ceremony, ສຽງທັມVOICE

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...