ຢູນີເຊັບ ຕັ້ງເປົ້າ! ຈະສັກຢາປ້ອງກັນມະເຮັງປາກມົດລູກ ໃຫ້ເດັກນ້ອຍລາວ 360.000 ຄົນ ໃນປີນີ້!

ອົງການຢູນີເຊັບຢືນຢັນ ຈະຊ່ວຍເຫລືອລ້າແກ່ເດັກນ້ອຍລາວເພື່ອສັກຢາປ້ອງກັນມະເຮັງປາກມົດລູກສໍາລັບເດັກຍິງ ແຕ່ອາຍຸ 10-14 ປີ ໃຫ້ໄດ້ 360.000 ຄົນໃນທຸກໆແຂວງປີນີ້.

ຕາມເວບໄຊອົງການຢູນີເຊັບໄດ້ລາຍງານຫວ່າງບໍ່ດົນມານີ້:

ຂະບວນການສັກຢາກັນພະຍາດປ້ອງກັນມະເຮັງປາກມົດລູກໄດ້ເລີ່ມຕົ້ນເປັນທາງການອາທິດນີ້ເພື່ອປົກປ້ອງເດັກຍິງ ແລະ ໄວໜຸ່ມ ຈາກຄວາມສ່ຽງເປັນມະເຮັງປາກມົດລູກ.

ສະເພາະອາທິດນີ້, ມີເດັກຍິງຈຳນວນ 58 ຄົນ ອາຍຸລະຫວ່າງ 10 ຫາ 14 ປີ ໄດ້ຮັບການສັກຢາປ້ອງກັນທີ່ໂຮງຮຽນ ສົມປັນຍາ, ນະຄອນຫຼວງວຽງຈັນ.

ຂະບວນການສັກຢາກັນພະຍາດຈະຈັດຂຶ້ນໃນຂອບທົ່ວທຸກແຂວງ ກັບເປົ້າຫມາຍໃຫ້ບັນລຸ 360.000 ຄົນ.

ອ່ານຂ່າວເຕັມ: https://uni.cf/3cu8l9v

ແຫຼ່ງຂໍ້ມູນ: ນໍ້າອ້ອຍຂົມ, ອົງການຢູນີເຊັບ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...