Monday, May 25, 2026
Kbank Laos โอน รับ จ่าย
-->

ບ້ານຜັກເພື້ອ ເມືອງໄຊບູລີ ຈັດພິທີເທທອງຫຼໍ່ຮູບເໝືອນຍາທ່ານ ສິວິໄຊ ເພຍວັງສົງຄາມ

ຢູ່ທີ່ວັດສີທອງ ບ້ານຜັກເພື້ອ ເມືອງໄຊບູລີ ໄດ້ຈັດພິທີເທທອງຫຼໍ່ຮູບ ເໝືອນຍາທ່ານ ສີວິໄຊ ເພຍວັງສົງຄາມ ຊຶ່ງເປັນພຣະນັກພັດທະນາ ເປັນຜູ້ນຳພາກໍ່ຕັ້ງ ແລະ ນຳເອົາຄວາມຈະເລີນດ້ານການສຶກສາ ແລະ ພຸດທະສາສະໜາ ມາສູ່ປວງຊົນບ້ານຜັກເພື້ອແລະບ້ານໃກ້ຄຽງຍາທ່ານ ສີວິໄຊ ຖືກຳເນີດເມື່ອວັນທີ 6 ສິງຫາ ປີ 1914 ທີ່ບ້ານຜັກເພື້ອນາດີ ເມືອງສາລະພູມ ແຂວງສະຫວັນນະເຂດ ຫຼື ບ້ານຜັກເພື້ອ ເມືອງໄຊບູລີ ແຂວງສະຫວັນນະເຂດ ໃນປັດຈຸບັນ.

ເພິ່ນເປັນບຸດຂອງພໍ່ ຈານພົມ ແລະ ແມ່ແກ້ວ ເພຍວັງສົງຄາມ ມີອ້າຍເອື້ອຍນ້ອງຮ່ວມກັນ 7 ຄົນ,ຍາທ່ານ ສີວິໄຊ ເປັນລູກຫຼ້າຂອງຄອບຄົວ ພໍອາຍຸໄດ້ 15 ປີເພິ່ນກໍ່ໄດ້ບວດເປັນສຳມະເນນ ທີ່ວັດສີທອງ ບ້ານຜັກເພື້ອ ເມືອງໄຊບູລີ ແລະ ໄດ້ໄປສຶກສາຮ່ຳຮຽນໃນລະດັບ ພຣະປະລິຍັດຕິທຳ ທີ່ສຳນັກໃຫຍ່ວັດພຣະທາດພະນົມ.

ພໍອາຍຸໄດ້ 21 ປີ ເພິ່ນກໍ່ໄດ້ອາຣັດຕະນາອຸບປະສົມບົດເປັນພຣະພິກຂຸໂດຍສົມບູນ ຫຼັງຈາກນັ້ນກໍ່ໄດ້ສືບຕໍ່ສຶກສາຮ່ຳຮຽນໄປເລື້ອຍໆຈົນຈົບລະດັບນັກທຳເອກ ທີ່ຈັງຫວັດເລີຍ ຣາຊະອານາຈັກໄທ.

ຈາກນັ້ນເພິ່ນກໍ່ໄດ້ຕັດສິນໃຈກ້າວສູ່ພາລະກິດທີ່ຍິ່ງໃຫຍ່ ນັ້ນກໍ່ຄືການກັບມາສ້າງສາພັດທະນາບ້ານເມືອງຂອງຕົນເອງດ້ວຍການສ້າງໂຮງຮຽນມູນລະປະຖົມສຶກສາຫຼັງທຳອິດຂຶ້ນທີ່ບ້ານຜັກເພື້ອ ເພື່ອສ້າງໂອກາດໃນການສຶກສາ ທີ່ສາມາດເຮັດໃຫ້ລູກຫຼານມີໂອກາດໄດ້ເຂົ້າໂຮງຮຽນ.

ປີ 1955 ເພິ່ນໄດ້ດຳລົງຕຳແໜ່ງເປັນເຈົ້າອະທິການວັດສີທອງ ບ້ານຜັກເພື້ອ ເມືອງໄຊບູລີ,ປີ 1983-1989 ເປັນປະທານອົງການພຸດທະສາສະໜາສຳພັນເມືອງໄຊບູລີ ໃນຕະຫຼອດຊີວິດຂອງຍາທ່ານ ສີວິໄຊ ເພິ່ນໄດ້ອຸທິດໃນການສ້າງສາວັດວາອາຮາມ ແລະ ສ້າງສາສະນະສະຖານໄດ້ຫຼາຍແຫ່ງ ໃນນັ້ນນຳພາສ້າງວັດໄດ້ທັງໝົດ 7 ແຫ່ງ,ສ້າງກຸດຕິ 2 ຫຼັງ ແລະ ສ້າງພຣະພຸດທະຮູບໃຫຍ່ 1 ອົງ.

ພ້ອມນີ້ຍາທ່ານ ສີວິໄຊ ຍັງໄດ້ນຳພາປະຊາຊົນສ້າງເສັ້ນທາງແຕ່ບ້ານສົມສະອາດຫາບ້ານນາສັງມາຄວາມຍາວ 19 ກິໂລແມັດ,ລະດົມປະຊາຊົນສ້າງຄັນຄູກັ້ນນ້ຳ ແລະໄດ້ຂໍຈັກສູບນ້ຳຈາກຫ້ອງການກະສິກຳ ເມືອງອຸທຸມພອນ ເພື່ອສ້າງໃຫ້ປະຊາຊົນເຮັດນາໄດ້ທັງ 2 ລະດູ.

ນອກຈາກການພັດທະນາທາງດ້ານເສດຖະກິດແລ້ວ ເພິ່ງຍັງໄດ້ນຳພາສ້າງສິ່ງອຳນວຍຄວາມສະດວກ ທາງດ້ານສາທາລະນະສຸກ ໂດຍສ້າງສຸກສາລາໄວ້ 2 ແຫ່ງຄື: ສຸກສາລາຕາແສງແກ້ງໂພສີ 1 ຫຼັງ ແລະ ສຸກສາລາບ້ານຜັກເພື້ອ 1 ຫຼັງ.

ດ້ວຍຜົນງານອັນໃຫຍ່ຫຼວງເລົ່ານີ້ ໄດ້ເຮັດໃຫ້ຍາທ່ານ ສີວິໄຊ ມີບົດບາດອິດທິພົນ ແລະ ບາລະມີເປັ່ງປະກາຍຂຶ້ນຢ່າງສູງເດັ່ນຈົນເປັນທີ່ຍອມຮັບ ແລະ ເປັນທີ່ສັກກະລະບູຊາໃນອົງການພຸດທະສາສະໜາ,ລວມທັງອົງການຈັດຕັ້ງພັກ-ລັດຄື:

ຂະແໜງການສຶກສາ,ສາທາລະນະສຸກ ແລະ ຂະແໜງການກະສິກຳ ຈົນໄດ້ຮັບນາມມະຍົດວ່າ ເປັນບິດາຈານຜູ້ປະເສີດ ທີ່ໄດ້ອຸທິດຕົນເພື່ອສັງຄົມ ແລະ ປະເທດຊາດຢ່າງແທ້ຈິງ. ຍາທ່ານ ສີວິໄຊ ເພຍວັງສົງຄາມ ໄດ້ເຖິງແກ່ມໍລະນະພາບໃນວັນ 13 ຕຸລາ 1989 ລວມອາຍຸໄດ້ 75 ປີ.

ເພື່ອເປັນການສະແດງຄວາມຕັນຍູກະຕະເວທີ ຕໍ່ຜູ້ມີພະຄຸນ ດັ່ງນັ້ນທາງອຳນາດການປົກຄອງ ແລະ ປະຊາຊົນຊາວບ້ານຜັກເພື້ອ ແລະ ບ້ານໃກ້ຄຽງຈຶ່ງໄດ້ສ້າງ ຫຸ່ນຈຳລອງເໝືອນ ຍາທ່ານ ສີວິໄຊ ດ້ວຍໂລຫະທອງສຳລິດ ໃນທ່ານັ່ງສະມາທິ ເພື່ອເປັນທີ່ສັກກະລະບູຊາຂອງລູກຫຼານຮຸ່ນຕໍ່ໆໄປ

ເຂົ້າຮ່ວມໃນພິທີຄັ້ງນີ້ມີ ຍາທ່ານຫຼັກຄຳສຸວັນນະເຂດຕາທິຄຸນເຖຣາຈານ ສົມບູນ ສິລິປັນໂຍ ເຈົ້າຄະນະແຂວງສະຫວັນນະເຂດ ພ້ອມດ້ວຍພຣະເຖຣານຸເຖຣະ,ມີທ່ານ ປອ ສຸລິວົງ ສີວໍລະວົງ ຮອງເຈົ້າເມືອງໄຊບູລີ,ທ່ານ ຄຳສິດ ພົມມະຈັນ ຮອງຫົວໜ້າພະແນກຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວແຂວງ ພ້ອມດ້ວຍຊາວພຸດຊະນິກະຊົນເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.

ແຫຼ່ງຂໍ້ມູນ: savannakhet medialaos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

🌟 12 ປີມີເທື່ອດຽວ! ເປີດດວງ 12 ລາສີ ເດືອນພຶດສະພາ 2026

ຖືເປັນຈັງຫວະທອງຂອງຊີວິດ! ເປີດຄຳທຳນາຍດວງຊະຕາ ເດືອນພຶດສະພາ 2026 ດາວພະຫັດ ກາຍເປັນ "ມະຫາອຸດ" ໃນຮອບ 12 ປີ. ເດືອນນີ້ຖືວ່າເປັນ “ມຸງຄຸນຊ້ອນມຸງຄຸນ” ສົ່ງຜົນຕໍ່ທັງ 12 ລາສີ. ໃຜຈະເຮັງ ໃຜຈະປັງ ຫຼື ໃຜຕ້ອງລະວັງ? ມາເບິ່ງນຳກັນເລີຍ! ກຽມຮັບພະລັງມຸງຄຸນຄັ້ງໃຫຍ່ທີ່ສຸດໃນຮອບ 12 ປີ 🚀

ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ຊີພີ ອໍລ໌ ລາວ ຈັດກິດຈະກໍາຍົກລະດັບ  ຄຸນນະພາບສິນຄ້າ ແລະ ພັດທະນາຜູ້ປະກອບການທ້ອງຖິ່ນ

ພິທີເປີດກອງປະ​ຊຸມເຜີຍ​ແຜ່​ການຍົກລະດັບຄຸນນະພາບສິນຄ້າຂອງ ສປປ ລາວ ເພື່ອພັດທະນາຜູ້ປະກອບການ ແລະ ຄູ່ຮ່ວມທຸລະກິດ ໃນການເຂົ້າເຖິງຕະຫຼາດຈຳໜ່າຍສິນຄ້າຂອງຮ້ານ 7-ELEVEN Laos ຄັ້ງທີ 1 ປີ 2026 ເຊີ່ງມີຜູ້ປະກອບການ ແລະ ຄູ່ຄ້າໃຫ້ຄວາມສົນໃຈເຂົ້າຮ່ວມເປັນຈໍານວນຫຼາຍ

“ພຣະສ່ຽງທວາຍ” ທີ່ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ

ພຣະສ່ຽງທວາຍ ທີ່ປະດິດສະຖານຢູ່ທີ່ ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ ເປັນພຣະເກົ່າແກ່ອີກອົງຫນຶ່ງ ທີ່ຜູ້ຄົນທັງຫລາຍໄດ້ສຳຜັດ ແລະຍົກຍໍຂຶ້ນເປັນປະຈຳ ພຣະອົງນີ້ເປັນເນື້ອທອງສຳຣິດ ສີອອກທອງນາກ ເປັນພຣະປັດເຈກພຣະພຸດທະເຈົ້າ ປະດິດສະຖານຢູ່ຫໍພຣະໄສຍາດຂອງວັດຊຽງທອງ ເມື່ອກ່ອນແມ່ນເອົາໄວ້ຫໍແຫ່ງນີ້ເປັນປະຈຳ ເມື່ອຫລາຍປີຜ່ານມາທາງວັດແມ່ນໄດ້ຂຶ້ນເກັບຮັກສາໄວ້ ແຕ່ຈະອາຣາດທະນາລົງມາໃຫ້ພຸດທະບໍຣິສັດທັງຫລາຍໄດ້ຍົກຍໍ ສ່ຽງທວາຍ ໃນຍາມທີ່ມີພິທີອາຣາດທະນາພຣະເຈົ້າໝ່ານລົງຫົດສົງພ້ອມ