Thursday, May 15, 2025
Kbank Laos โอน รับ จ่าย

ແຈ້ງການ! ໃຫ້ໂຈະການດຳເນີນກອງປະຊຸມໃຫຍ່ ແລະທຸກກິດຈະກຳໃນທົ່ວອົງຄະນະພັກຂັ້ນຕົນ

ແຈ້ງການ! ເລກທີ 02/ຄລສພ, ລົງວັນທີ 31/03/2020 ໃຫ້ໂຈະການດຳເນີນກອງປະຊມໃຫຍ່ ແລະທຸກກິດຈະກຳກ່ຽວກັບການດຳເນີນກອງປະຊຸມໃຫຍ່ໃນທົ່ວອົງຄະນະພັກຂັ້ນຕົນ.

ດັ່ງແຈ້ງການລຸ່ມນີ້:

ໃນໄລຍະຜ່ານມາ ຄະນະພັກ, ຄະນະປະຈໍາພັກກະຊວງ-ອົງການ, ແຂວງ-ນະຄອນຫຼວງວຽງຈັນ ໄດ້ເອົາໃຈໃສ່ ຊີ້ນໍາ-ນໍາພາໃນການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ອົງຄະນະພັກຕົນ ໂດຍເລີ່ມແຕ່ຮາກຖານຂຶ້ນມາ, ສໍາລັບຢູ່ຂັ້ນທ້ອງຖິ່ນ ໄດ້ດໍາເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງ-ນະຄອນ ສໍາເລັດເປັນສ່ວນຫຼາຍ ແລະ ພວມກ້າວເຂົ້າສູ່ການກະກຽມດໍາເນີນ ກອງປະຊຸມໃຫຍ່ອົງຄະນະພັກແຂວງ-ນະຄອນຫຼວງວຽງຈັນ;

ພາບປະກອບ

ຢູ່ຂັ້ນກະຊວງ-ອົງການ ກໍພວມສືບຕໍ່ສຸມໃສ່ກະກຽມດໍາເນີນ ກອງປະຊຸມໃຫຍ່ຮາກຖານພັກ ທີ່ຂຶ້ນກັບອົງຄະນະພັກກະຊວງ-ອົງການຕົນ ເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ອົງຄະນະພັກ ກະຊວງ-ອົງການ ຕາມແຜນທີ່ກໍານົດໄວ້; ແຕ່ເນື່ອງຈາກວ່າສະພາບການແຜ່ລະບາດຂອງເຊື້ອພະຍາດ COViD-19 ຍັງສືບຕໍ່ເພີ່ມຂຶ້ນ ໃນຫຼາຍປະເທດໃນໂລກ.

ສໍາລັບ ສປປ ລາວ ເຖິງວ່າພັກ-ລັດຖະບານ ໄດ້ມີມາດຕະການສະກັດກັ້ນ ແລະ ກັນການລະບາດ ພະຍາດນີ້ ຢ່າງຈິງຈັງໃນຜ່ານມາ, ແຕ່ກໍໄດ້ກວດພົບຜູ້ຕິດເຊື້ອ ແລະ ມິຄວາມສ່ຽງ ທີ່ຈະມີການແພ່ລະບາດໃນທົ່ວປະເທດ,

ສະນັ້ນ ເພື່ອເປັນການສະກັດກັ້ນ ແລະ ກັນການລະບາດພະຍາດດັ່ງກ່າວ ຄະນະເລຂາທິການສູນກາງພັກ ຈຶ່ງແຈ້ງມາຍັງລຂາຄະນະ ບໍລິຫານງານພັກແຂວງ-ນະຄອນຫຼວງວຽງຈັນ, ເລຂາຄະນະພັກກະຊວງ-ອົງການ ໃນທົ່ວປະເທດ ດັ່ງນີ້:

1. ໃຫ້ໂຈະການດໍາເນີນກອງປະຊຸມໃຫຍ່ ແລະ ທຸກກິດຈະກໍາກ່ຽວກັບການກະກຽມດໍາເນີນກອງປະຊຸມໃຫຍ່ ຂອງອົງຄະນະພັກແຕ່ລະຂັ້ນ ຈົນຮອດວັນທີ 24 ເມສາ 2020;

້ 2. ໃຫ້ຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ສູມໃສ່ຊີ້ນໍາ-ນໍາພາສຶກສາອົບຮົມພະນັກງານ, ສະມາຊິກພັກ ແລະ ປະຊາຊົນ ເຫັນໄດ້ໄພອັນຕະລາຍຂອງພະຍາດcDVD- ເພື່ອພ້ອມກັນສະກັດກັ້ນ ແລະ ກັນພະຍາດດັ່ງກ່າວ ດ້ວຍການຈັດຕັ້ງ ປະຕິບັດບັນດາມາດຕະການຕ່າງໆ ທີ່ລັດຖະບານ ໄດ້ກໍານົດອອກຢ່າງເດັດຂາດ ແລະ ເຂັ້ມງວດ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງເລຂາຄະນະບໍລິຫານງານພັກແຂວງ-ນະຄອນຫຼວງວຽງຈັນ, ເລຂາຄະນະພັກກະຊວງ-ອົງການ ເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້