Friday, April 18, 2025

ເລີເກ! ນັກຈິດຕະກອນຝຣັ່ງ ຫົວໃຈລາວ ຜົນງານຍິ່ງໃຫຍ່ເຫຼືອພັນລະນາ

ນັກຈິດຕະກອນຝຣັ່ງ ແຕ່ຫົວໃຈເປັນລາວ ນັກຈິດຕະກອນຜູ້ນີ້ ແມ່ນມີຜົນງານຫລວງຫລາຍອີຫລີ ຜົນງານຂອງເພິ່ນແມ່ນໄດ້ນຳໄປຕີພິມເປັນພັນທະພັນ ສະແຕັມ ຮູບພາບ ແລະສິ່ງໂຄສະນາຕ່າງໆ ເປັນທັງຄູອາຈານ ຜູ້ທີ່ສິດສອນໃຫ້ຄົນລາວໃນຍຸກສະໄຫມເປັນພຣະຣາຊອານາຈັກລາວພຸ້ນ ແລະເຮັດໃຫ້ຄົນທົ່ວໂລກໄດ້ເຫັນວັດທະນະທັມຂອງລາວເຮົາໂດຍຜົນງານຂອງເພິ່ນ ທີ່ສາມາດນຳໄປຕີພິມຫລາຍໆວາຣະສານຊັ້ນນຳຂອງໂລກ ແລະຊາວໂລກກໍ່ຮູ້ຈັກວັດທະນະທັມຂອງລາວດີຂຶ້ນ ແຕ່ຊີວິດແລະຜົນງານຂອງເພິ່ນໃນດິນແດນລາວເຮົາ

ໃນປະຈຸບັນນີ້ ນ້ອຍຄົນຫລາຍທີ່ຈະຮູ້ຈັກເພິ່ນ ທັງຊິວິດຂອງເພິ່ນແມ່ນສ້າງຜົນງານກ່ຽວກັບເມືອງລາວນັ້ນ ທັງຊີວິດຂອງເພິ່ນກໍ່ວ່າໄດ້ທີ່ກິ້ງເກືອກກັບຮູບພາບຂອງວັດທະນະທັມລາວເຮົາ ມື້ນີ້ເຮົາມາຮຽນຮູ້ປະຫວັດຫຍໍ້ແລະຜົນງານຂອງເພິ່ນບາງສ່ວນກັນເນາະ ເພິ່ນຣະນຶກຄຸນຄວາມດີຂອງເພິ່ນ ທີມີຜົນງານຕໍ່ວົງການສິລະປະວັດທະນະທັມຂອງລາວໃນຊົ່ວຊີວິດຂອງເພິ່ນກັນເນາະ .

ນັກແຕ້ມ ຊາວຝຣັ່ງ ທ່ານ ມາກ ເລີເກ (Marc Leguay) ເກີດເມື່ອປີ 1910 ທີ່ເມືອງ ຊາກວີລ (Charleville), ປະເທດຝຣັ່ງ ແລະ ສຶກສາຮໍ່າຮຽນ ທີ່ໂຮງຮຽນມັດທະຍົມເອວເຣີ (Evreux).

ໃນໄວໜຸ່ມ ທ່ານໄດ້ວາງສະແດງ ຜົນງານສິລປະຂອງທ່ານ ທີ່ປະເທດຝຣັ່ງ ແລະ ແອສປາຍ ໃນເວລາຕໍ່ມາ, ບ່ອນທີ່ໄດ້ພົບກັບ Salvador Dali ແລະ Esteban Vicente.

ທີ່ງານວາງສະແດງ ຄັ້ງໜຶ່ງ ທ່ານໄດ້ພົບກັບຜູ້ປົກຄອງ ແຄວ້ນ Cochin-China (ອິນດູຈີນ ໃນສມັຍນັ້ນ) ແລະ ໄດ້ຕອບຮັບຄໍາເຊີນ ໃຫ້ທ່ານໄປຢູ່ປະເທດລາວ. ໃນປີ 1936, ໃນວັຍ 26 ປີ, ທ່ານ ເລີເກ ໄດ້ເດີນທາງອອກຈາກປະເທດຝຣັ່ງ ເພື່ອເດີນທາງມາຍັງ ອິນດູຈີນ ແລະ ພັກຢູ່ທີ່ດອນໂຂງ ທາງພາກໃຕ້ ຂອງປະເທດລາວ. ລາວໄດ້ສືບຕໍ່ແຕ້ມຮູບ ໂດຍທົ່ວໄປ ແມ່ນຮູບທິວທັດ ຂອງພາກໃຕ້ ຂອງປະເທດລາວ ແລະ ໂດຍສະເພາະຢ່າງຍິ່ງ ທິວທັດ ຂອງແລະດອນໂຂງ.

ທ່ານ ເລີເກ ໄດ້ພັກຢູ່ດອນໂຂງ ເປັນເວລາ ສິບປີ, ບ່ອນທີ່ທ່ານໄດ້ຈັດຕັ້ງ ໂຮງຮຽນວິຈິຕກັມຂອງລາວ. ຕໍ່ມາ ທ່ານໄດ້ຕັ້ງຖິ່ນຖານແບບຖາວອນ ຢູ່ເມືອງສາລາ ໃກ້ຊາຍແດນຂະເໝນ. ໃນປີ 1945, ໃນລະຫວ່າງສົງຄາມໂລກຄັ້ງທີ່ສອງ ທ່ານໄດ້ຖືກຍີ່ປຸ່ນ ຈັບຂັງຄຸກ.

ຫລັງຈາກສົງຄາມໂລກ ທ່ານໄດ້ກັບຄືນເມື່ອເຮືອນ ແຕ່ກໍຕ້ອງພົບວ່າ ເຮືອນຖືກປຸ້ນໄປໝົດ ບາງທີ ອາດແມ່ນສີມືຂອງທະຫານຍີ່ປຸ່ນ. ໃນປີ 1947, ທ່ານໄດ້ຕັດສິນໃຈ ຍ້າຍໄປຢູ່ວຽງຈັນ ຊຶ່ງທ່ານໄດ້ເປັນ ຄູສອນສິລປະ ທີ່ ”ວິທຍາລັຍວຽງຈັນ”.

ໃນໄລຍະນີ້ ທ່ານໄດ້ປ່ຽນແບບການແຕ້ມຂອງທ່ານຢ່າງສິ້ນເຊີງ, ຄືປ່ຽນໄປແຕ້ມຮູບຄົນ ແລະ ຊີວິດປະຈໍາວັນຂອງຄົນ. ນອກຈາກການແຕ້ມຮູບ ມາກວ່າ ສອງທົດສະວັດ, ທ່ານ ເລີເກ ໄດ້ອອກແບບທະນະບັດ (ເງິນເຈັ້ຽ), ໂປສເຕີ ແລະ ສະແຕມລາວ ທີ່ສະແດງໃຫ້ເຫັນຄວາມງາມ ຂອງ ປະເທດລາວ ໃນດ້ານຕ່າງໆ: ປະຊາຊົນເຜົ່າຕ່າງໆ, ວັທນະທັມ, ສິລປະ, ສາສນາ, ວິຖີຊີວິດໃນບ້ານທ້ອງຖິ່ນ ແລະ ທັສນີຍະພາບຂອງລາວ.

ຜົນງານສິລປະທີ່ງົດງາມ ຂອງທ່ານ ເລີເກ ໄດ້ເຮັດໃຫ້ສະແຕມລາວ ມີຄວາມໜ້າປະທັບໃຈຫລາຍ ແລະ ໂດດເດັ່ນ ໃນບັນດາສະແຕມຂອງໂລກ.

ໃນປີ 1976, ທ່ານ ເລີເກ ໄດ້ຍ້າຍໄປອາໄສໃນບ້ານນ້ອຍໆແຫ່ງນຶ່ງໃນປະເທດໄທ ບ່ອນທີ່ທ່ານໄດ້ອາໄສຢູ່ ຈົນເຖິງນາທີສຸດທ້າຍ ແຫ່ງຊີວິດຂອງທ່ານ ໃນວັນທີ 22 ພຶດສະພາ 2001 ເມື່ອອາຍຸໄດ້ 91 ປີ.

ຜົນງານຂອງທ່ານ ເລີເກ ຍັງມີມາກມາຍມະຫາສານ ເບິ່ງໄດ້ທີ່: https://www.facebook.com/media/set/?set=a.1423617004383319&type=3

ແຫຼ່ງຂໍ້ມູນ: ແປຈາກພາສາຕ່າງປະເທດເປັນພາສາລາວ ໂດຍ : Sita-Norasingh Inn Adisack ),

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.