Sunday, March 23, 2025

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນ ⠚ 21 ພຶດສະພາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ເຈົ້າແຂວງເຊກອງ ຮຽກຮ້ອງໃຫ້ທຸກພາກສ່ວນເພີ່ມທະວີມາດຕະການແລະກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິດ-19

ທ່ານ ເຫລັກໄຫລ ສີິວິໄລ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ-ແຂວງເຊກອງຮຽກຮ້ອງໃຫ້ທຸກພາກສ່ວນຖືເອົາການຕ້ານ, ສະກັດກັ້ນ, ຄວບຄຸມ ແລະປ້ອງກັນພະຍາດໂຄວິດ-19 ເປັນໜ້າທີ່ຍຸດທະສາດສໍາຄັນ ແລະຮີບດ່ວນໃນການນໍາພາ-ຊີ້ນໍາ ແລະບັນຊາຕົວຈິງຄືໃນສະພາວະສົງຄາມ ຖືເປັນປັດໄຈສໍາຄັນຕັດສິນກວ່າໝູ່ ທີ່ຈະຮັບປະກັນໃຫ້ແຂວງເຊກອງຂອງສາມາດຄວບຄຸມການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19

ສືບຕໍ່ໂຄສະນາປຸກລະດົມຢ່າງກວ້າງຂວາງ ລົງເລິກເຂດຊຸມຊົນ , ປັບປຸງໃຫ້ມີປ້າຍໂຄສະນາຊວນເຊື່ອ ແລະເບິ່ງຂ່າວທາງການ, ເປັນເຈົ້າການກວດຫາເຊື້ອໃນກຸ່ມສ່ຽງ, ກວດກາ ແລະປັບປຸງສິ່ງອໍານວຍຄວາມສະດວກຢູ່ສູນກັກບໍລິເວນ, ອອກແຮງໂຄສະນາປຸກລະດົມການສັກຢາວັກຊິນໃຫ້ຫລາຍຂຶ້…ອ່ານຕໍ່

ຫຼາຍກົມກອງເປັນເຈົ້າການຊ່ວຍກັນ ເພີ່ມທະວີຕ້ານ ແລະ ສະກັດກັ້ນການແຜ່ລະບາດ ພະຍາດໂຄວິດ-19

ທະຫານຮາບທີ 4 ໄດ້ລົງເຄື່ອນໄຫວສີດຢາຂ້າເຊື້ອ ເພື່ອປ້ອງກັນການລະບາດ ພະຍາດໂຄວິດ-19 ຢູ່ກອງພັນທີ 9, ກອງພັນ 94, ກອງພັນທີ 13, ກອງພັນ 14, ສູນຝຶກທະຫານຮາບກອງພົນທີ 4 ແລະ ກົມກອງອື່ນໆ

ການລົງເຄື່ອນໄຫວແຕ່ລະກົມກອງໃນຄັ້ງນີ້ ແມ່ນອີງຕາມການແຈ້ງການຂອງກະຊວງປ້ອງກັນປະເທດ ສະບັບເລກທີ 2151/ກປທ ລົງວັນທີ 22/4/2021 ວ່າດ້ວຍການເພີ່ມທະວີມາດຕາການຕ້ານ ແລະ ສະກັດກັ້ນ, ຄວບຄຸມ ແລະ ກຽມພ້ອມສູ້ຮົບຮອບດ້ານ ເພື່ອຕ້ານພະຍາດລະບາດໂຄວິດ-19 ແລະ ອີງຕາມຄຳສັ່ງຂອງທ່ານ ເຈົ້າແຂວງສະຫວັນນະເຂດ…ອ່ານຕໍ່

8 ແຜນງານບູລິມະສິດ ພັດທະນາເສດຖະກິດ-ສັງຄົມ ຂອງແຂວງເຊກອງ

ການພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ IX ແຂວງເຊກອງໄດ້ກໍານົດ 8 ແຜນງານບູລິມະສິດ ເພື່ອສາມາດບັນລຸຈຸດໝາຍ ແລະທິດທາງໜ້າທີ່ລວມເຊິ່ງມີດັ່ງນີ້

  • ພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກຂອງປະຊາຊົນ
  • ພັດ ທະນາພື້ນຖານໂຄງລ່າງ, ພັດທະນາຕົວເມືອງ ແລະແຜນຜັງເມືອງ
  • ພັດທະນາກະສິກໍາສະອາດ, ອຸດສາຫະກໍາປຸງແຕ່ງ ແລະຊຸຍູ້ສົ່ງເສີມການຜະລິດ
  • ພັດທະນາຊັບພະຍາກອນມະນຸດ, ການຮ່ວມມືກັບເພື່ອນມິດຍຸດທະສາດ, ການຈັດຕັ້ງສາກົນ ແລະການປ້ອງກັນການແຜ່ລະບາດຂອງພະຍາດຕິດຕໍ່
  • ພັດທະນາການທ່ອງທ່ຽວທໍາມະຊາດ, ປະຫວັດສາດ, ວັດທະນະທໍາບັນດາເຜົ່າ ແລະທ່ອງທ່ຽວກະສິກໍາ
  • ຍົກສູງຄຸນນະພາບໃນການຄຸ້ມຄອງບໍລິຫານລັດ, ການຄຸ້ມຄອງການເງິນແຫ່ງລັດ, ການພັດທະນາການປົກຄອງທ້ອງຖິ່ນ ແລະຫັນເປັນທັນສະໄໝຕາມຍຸກ 4.0
  • ພັດທະນາດ້ານພະລັງງານ-ບໍ່ແຮ່ ແລະປົກປັກຮັກສາສິ່ງແວດລ້ອມ
  • ຈັດສັນທີ່ດິນ, ຟື້ນຟູປ່າໄມ້ ແລະການປ້ອງກັນໄພພິບັດທາງທໍາມະຊາດ…ອ່ານຕໍ່

ຄະນະສະພາການຄ້າຫູໜານ ແຂວງ ສະຫວັນນະເຂດ ປະກອບສ່ວນປ້ອງກັນພະຍາດໂຄວິດ-19 ຢູ່ນະຄອນ ໄກສອນ ພົມວິຫານ

ຄະນະສະພາການຄ້າຫູໜານ ປະຈຳ ແຂວງ ສະຫວັນນະເຂດ ໄດ້ນຳເອົາເງິນຈຳນວນ 10 ລ້ານກີບ ແລະ ນ້ຳດື່ມ 200 ແພັກ, ມອບໃຫ້ແກ່ຄະນະສະເພາະກິດ ເພື່ອປ້ອງກັນ ສະກັດກັ້ນ ແລະ ຄວບຄຸມ ການແຜ່ລະບາດ ຂອງພະຍາດໂຄວິດ-19 ນະຄອນ ໄກສອນ ພົມວິຫານ

ໃນຕອນບ່າຍຂອງວັນດຽວກັນ ທາງໂຮງງານນ້ຳດື່ມພາສຸກການົກອິນຊີຂາວກໍ່ໄດ້ມອບນ້ຳດື່ມຈຳນວນ 50 ແພັກ ແລະ ຜ້າປິດປາກ-ດັງ 5 ກັບໃຫ້ແກ່ຄະນະສະເພາະກິດ ເປັນກຽດຮັບໂດຍ ທ່ານ ເຈົ້ານະຄອນ ແລະ ມອບໂດຍ ທ່ານ ນາງ ຂາວ ຕາງໜ້າໃຫ້ແກ່ໂຮງງານນ້ຳດື່ມພາສຸກການົກອິນຊີຂາວ.ພາບ-ຂ່າວ:ນ:ຄອນ ໄກສອນ ພົມວິຫານ…ອ່ານຕໍ່

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່