ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນ ⠚ 25 ພຶດສະພາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ການນໍາຂອງເມືອງໄຊພູທອງ ໄດ້ເນັ້ນໜັກໃຫ້ເອົາໃຈໃສ່ຄຸ້ມຄອງເຮືອຕາມລໍາແມ່ນໍ້າຂອງຢ່າງເຂັ້ມງວດ

ທ່ານ ຮ່ວນ ຮັງບົວສອນ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກພັກພະນັກງານຂັ້ນເມືອງ ພ້ອມດ້ວຍຄະນະນໍາຂອງເມືອງ ກໍ່ໄດ້ລົງເຄື່ອນໄຫວຕິດຕາມຈຸດຈອດທ່າເຮືອໃນຈໍານວນ 5 ບ້ານຄື: ບ້ານ ຫົວຫາດ, ບ້ານ ບຸ່ງນາດີ, ບ້ານ ນາພານ,ບ້ານທ່າດ່ານ ແລະ ບ້ານຄັນທ່າຈານ

ໃນການລົງເຄື່ອນໄຫວຄັ້ງນີ້ກໍ່ເພື່ອປະຕິບັດວຽກງານປ້ອງກັນ,ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ພ້ອມກັນຈັດຕັ້ງປະຕິບັດ ຕໍ່ກັບມາດຕະການ ແລະ ຄໍາສັ່ງ,ແຈ້ງການຕ່າງໆຂອງຂັ້ນເທິງວາງອອກ,ເພື່ອບໍ່ໃຫ້ມີການສັນຈອນເຮືອໄປຕາມລໍາແມ່ນໍ້າຂອງລຽບຊາຍແດນລາວ-ໄທ ເພື່ອປ້ອງກັນບໍ່ໃຫ້ມີການລັກລອບເຂົ້າມາບໍ່ຖືກຕ້ອງຕາມລະບຽບກົດໝາຍ…ອ່ານຕໍ່

ຫົວໜ້າຄະນະສະເພາະກິດແຂວງຄຳມ່ວນ ຖະແຫລງການກ່ຽວກັບການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນແຂວງ

ເພື່ອສືບຕໍ່ຈັດຕັ້ງປະຕິບັດຄຳສັ່ງເລກທີ່ 15 ຂອງທ່ານນາຍົກລັດຖະມົນຕີ ແລະ ການປະເມີນຕາມສະພາບການຂອງແຂວງໃນແຕ່ລະໄລຍະ

ສຳລັບການປະກອບສ່ວນຊ່ວຍເຫລືອຈາກສັງຄົມ ມາຮອດວັນທີປັດຈຸບັນ ໄດ້ຮັບການປະກອບສ່ວນທຶນທັງໝົດຫຼາຍກວ່າ 1,7 ຕື້ກວ່າກີບ, ນອກນີ້ຍັງໄດ້ຮັບການປະກອບສ່ວນຈາກ ສສ ຫວຽດນາມ…ອ່ານຕໍ່

ແຂວງເຊກອງ ມີໂຄງການສະເໜີໃໝ່ 165 ໂຄງການ ຂອງປີທີ່ຜ່ານມາ



ໃນປີ 2020 ໂຄງການສະເໜີໃໝ່ທັງໝົດຢູ່ແຂວງເຊກອງ ມີ 165 ໂຄງການ, ລວມມູນຄ່າທັງໝົດ 506,73 ຕື້ກີບ ໃນນີ້ ໂຄງການປົກກະຕິ ຂັ້ນແຂວງປະເມີນ 20 ໂຄງການ ລວມມູນຄ່າ 54,8 ຕື້ກີບ; ຂັ້ນເມືອງເມີນ ມີ 79 ໂຄງການ ລວມມູນຄ່າ 95,25 ຕື້ກີບ; ທຶນຕ່າງປະເທດ 1 ໂຄງການ, ໂຄງການສົ່ງເສີມວິຊາການ 25 ໂຄງການ ແລະ ໂຄງການສະໜອງວັດຖຸອຸປະກອນ ມີ 4 ໂຄງການ ມູນຄ່າ 509 ລ້ານກີບ

ໄດ້ຜ່ານການປະເມີນທາງດ້ານວິຊາການ ແລະອອກໃບຢັ້ງຢືນການປະເມີນຜົນຈັດໃນປະເພດ A ຈໍານວນ 4 ໂຄງການ, ປະເພດ B ຈໍານວນ 71 ໂຄງການ, ປະເພດ F ຈໍານວນ 24 ໂຄງການ…ອ່ານຕໍ່

ເມືອງ ຊົນນະບູລີ ແຂວງສະຫວັນນະເຂດ ມີແຜນຜະລິດເຂົ້ານາປີ ໃນເນື້ອທີ່ 16.110 ເຮັກຕາ



ການເຮັດນາຂອງປະຊາຊົນແມ່ນພົບຄວາມຫຍຸ້ງຍາກເນື່ອງຈາກວ່າສະພາບດິນຟ້າອາກາດຝົນຕົກບໍ່ຖືກຕ້ອງຕາມລະດູການ, ໜ່ວຍງານປູກຝັງ ແລະ ລ້ຽງສັດ ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງຊົນນະບູລີ ໄດ້ໃຫ້ຮູ້ວ່າ ທົ່ວເມືອງ ຊົນນະບູລີ ແມ່ນມີແຜນຈະຜະລິດເຂົ້ານາປີໃນເນື້ອທີ່ທັງໝົດ 16,110 ເຮັກຕາ

ປະຈຸບັນນີ້ຊາວນາ, ຊາວກະສິກອນໃນທົ່ວເມືອງ ແມ່ນໄດ້ຂຸ້ນຂ້ຽວຂົນຝຸ່ນຄອກ, ຂີ້ແກບ ລົງໃສ່ນາໄດ້ທັງໝົດ 5,022 ໂຕນ, ສາມາໄຖຮຸດນາເພື່ອກະກຽມນາຫວ່ານ ແລະ ນາຢອດ ໄດ້ 10%…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...