ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນ ⠚ 25 ພຶດສະພາ 2021 ⠓ ໜັງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:

ເຮືອນຈັດສັນ 136 ຫຼັງທີ່ສ້າງໃຫ້ຜູ້ຖືກໂຄງການໄຟຟ້າຫົງສາ ຄາດວ່າຈະສຳເລັດທ້າຍປີ 2021

ການກໍ່ສ້າງເຮືອນ 136 ຫຼັງຢູ່ບ້ານຈັດສັນໃໝ່ ຂອງບ້ານກິ່ວງີ້ວ ເມືອງເງິນ ແຂວງໄຊຍະບູລີ ທີ່ຖືກໂຄງການໄຟຟ້າຫົງສາ ເຊິ່ງຄາດວ່າຈະສຳເລັດ ໃນເດືອນພະຈິກ 2021

ການກໍ່ສ້າງເຮືອນຈັດສັນດັ່ງກ່າວ ແມ່ນໄດ້ປະຕິບັດຕາມໂຄງການດຳເນີນງານກໍຄືຄະ ນະກຳມະການຮັບຜິດຊອບ ຄຸ້ມຄອງໂຄງການຂັ້ນເມືອງ ຊຶ່ງເຮືອນຈໍານວນ 136 ຫຼັງນັ້ນປະກອບມີເຮືອນ 3 ປະເພດ ຄື: ເຮືອນປະເພດ 1 ມີ 10 ຫຼັງ ມູນຄ່າ 203.457 ໂດລາ, ເຮືອນປະເພດ 2 ມີ 6 ຫຼັງ ມູນຄ່າ 122.523 ໂດລາ ແລະ ເຮືອນປະເພດ 3 ມີ 120 ຫຼັງ ມູນຄ່າ 1.941.142 ໂດລາ ລວມມູນຄ່າທັງໝົດ 2.267.123 ໂດລາ…ອ່ານຕໍ່

ເຊກອງ ກໍານົດ 8 ແຜນງານບູລິມະສິດ ພັດທະນາເສດຖະກິດ-ສັງຄົມ

ທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ ໄດ້ກ່າວລາຍງານຕໍ່ກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ເຊິ່ງໃນນີ້ສູ້ຊົນເກັບລາຍຮັບໃຫ້ໄດ້ 480,78 ຕື້ກີບເພີ່ມຂຶ້ນ 31% ທຽບໃສ່ 5 ປີຜ່ານມາ

ໃນກອງປະຊຸມໄດ້ກຳນົດ 8 ແຜນງານບູລິມະສິດພັດທະນາເສດຖະກິດ-ສັງຄົມ ປະກອບມີ: ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ; ພັດທະນາພື້ນຖານໂຄງລ່າງ, ພັດທະນາຕົວເມືອງ ແລະ ແຜນຜັງເມືອງ; ພັດທະນາກະສິກໍາສະອາດ, ອຸດສາຫະກໍາປຸງແຕ່ງ ແລະ ຊຸກຍູ້ສົ່ງເສີມການຜະລິດ; ພັດທະນາຊັບພະຍາກອນມະນຸດ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...