Saturday, November 15, 2025
Kbank Laos โอน รับ จ่าย

ຂ່າວເດັ່ນ ໜັງສືພິມວຽງຈັນທາຍ

ປະຈຳວັນ ⠚ 26 ພຶດສະພາ 2021 ⠓ ໜັງສືພິມວຽງຈັນທາຍໄດ້ໃຫ້ຮູ້ວ່າ:

ສະຫວັນນະເຂດ ຕັ້ງເປົ້າຈະປູກຕົ້ນໄມ້ ໃຫ້ໄດ້ 3.240 ເຮັກຕາ ໃນ​ປີນີ້



ຂະ​ແໜງ​ປ່າ​ໄມ້ ພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້​ແຂວງ​ສະ​ຫວັນ​ນະ​ເຂດໄດ້ໃຫ້​ຮູ້​ວ່າກິດຈະກໍາປູກ​ຕົ້ນ​ໄມ້​ໃນ​ໂອກາດວັນ​ປູກຕົ້ນໄມ້ແຫ່ງຊາດ ດຢູ່​ແຂວງ​ສະ​ຫວັນ​ນະ​ເຂດ​ແມ່ນ​ຈັດ​ຢູ່ 3 ຈຸດຄື: ປູກໄມ້ພັນພື້ນເມືອງ (ມີຕົ້ນດອກຄູນ, ຕົ້ນສົ້ມພໍ່, ຕົ້ນດອກຈໍາປາ ແລະ ໄມ້ປະດັບອື່ນໆຕາມແຄມທາງ, ປູກ​ຕົ້ນ​ໄມ້​ຕ່າງໆ​ຢູ່ປ່າສະຫງວນ-ປ່າປ້ອງກັນ ແລະ ປູກ​ຕົ້ນ​ໄມ້​ຕ່າງໆຢູ່ປ່າສະຫງວນ ດົງພູວຽງ ເມືອງພີນ

ແຂວງສະຫວັນນະເຂດ ມີແຜນຈະປູກໄມ້ໃຫ້ 3.240 ເຮັກຕາ ເນື່ອງ​ໃນ​ວັນ​ປູກ​ຕົ້ນ​ໄມ້​ແຫ່ງ​ຊາດ (​ວັນ​ທີ 1 ມິ​ຖຸ​ນາ 2021) ຊຶ່ງ​ປະ​ຈຸ​ບັນ​ໄດ້​ກຽມແກ່ນພັນໄມ້ໄວ້​ແລ້ວ 1.860 ກິໂລ ແລະ ກ້າເບ້ຍໄມ້ປະເພດຕ່າງໆໄດ້ແລ້ວ 2,4 ລ້ານເບ້ຍ…ອ່ານຕໍ່

ແຮງງານທີ່ເປັນພົນລະເມືອງຂອງຕົນຈາກເມືອງຕົ້ນເຜິ້ງ ກັບຄືນທ້ອງຖີ່ນຈໍານວນ 424 ຄົນ



ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດພະຍາດ ໂຄວິດ -19 ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ໄປຮັບເອົາປະຊາຊົນທີ່ໄປອອກແຮງງານໃນເຂດເມືອງຕົ້ນເຜີ້ງ ທີ່ໄດ້ຮັບຜົນກະທົບວ່າງງານ ທັງໝົດ 424 ຄົນ ທີ່ເດີ່ນໂຮງຮຽນ ມສ ປາກຫາດ ເມືອງຕົ້ນເຜີ້ງ

ເຊິ່ງບ້ານກໍ່ໄດ້ຈັດສະຖານທີ່ຈຳກັດບໍລິເວນຂອງບ້ານ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ຕາມເງື່ອນໄຂ ແລະ ຄວາມພ້ອມຂອງບ້ານ ຕິດພັນກັບວຽກງານປ້ອງກັນຄວາມສະຫງົບ ແລະຈຳກັດບໍລິເວນ 14 ວັນ…ອ່ານຕໍ່

ລາວເຂົ້າຮ່ວມກອງປະຊຸມແບບທາງໄກ ກັບ 19 ປະເທດ ເພື່ອຕອບໂຕ້ໂຄວິດ-19



ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມພິເສດ ກ່ຽວກັບ ໂຄວິດ-19 ຄັ້ງທີ 2 ແບບທາງໄກ ພາຍໃຕ້ 2 ຫົວຂໍ້ຄື: ການພັດທະນາການຕອບໂຕ້ພະຍາດລະບາດໂຄວິດ-19 ທີ່ມີປະສິດທິພາບຫຼາຍຂຶ້ນໃນ ລະດັບພາກພື້ນ ແລະ ສາກົນ ແລະ ການບັນລຸການຟື້ນຟູເສດຖະ ກິດຮອບດ້ານ ໃນສະພາບແວດລ້ອມຫຼັງ ໂຄວິດ-19

ກອງປະຊຸມຄັ້ງນີ້ ມີຜູ້ແທນເຂົ້າຮ່ວມຈາກ 24 ພັກການເມືອງ ທີ່ມາຈາກ 19 ປະເທດໃນອາຊີແລະອີກຫຼາຍອົງການເຂົ້າຮ່ວມ ພ້ອມທັງປຶກສາຫາລືກັບປັນຫາຂອຝເສດຖະກິດ ແລະອັນຫຼັກໆກໍ່ຈະເປັນບັນຫາໃນການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19…ອ່ານຕໍ່

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.