Sunday, February 16, 2025

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນ ⠚ 26 ພຶດສະພາ 2021 ⠓ ສຳນັກຂ່າວມີເດຍລາວໄດ້ໃຫ້ຮູ້ວ່າ:

ເມືອງພະລານໄຊກຽມພ້ອມ ການປູກຕົ້ນໄມ້ໃນວັນປູກຕົ້ນໄມ້ແຫ່ງຊາດໄດ້ແລ້ວ 70%



ທ່ານ ບັນລັງ ວົງວິໄຊ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງພະລານໄຊ ໄດ້ໃຫ້ຮູ້ວ່າ ສໍາລັບທົ່ວເມືອງພະລານໄຊມາຮອດປະຈຸບັນ ແມ່ນ ໄດ້ກະກຽມແລະ ມີຄວາມພ້ອມແລ້ວ 70% , ໂດຍມີແຜນປູກໄມ້ທັງໝົດປະມານ 70 ເຮັກຕາ, ເຊິ່ງຕ້ອງໃຊ້ເບ້ຍໄມ້ 50.000 ເບ້ຍ, ສໍາລັບການຈັດພິທີປູກໄມ້ເປັນທາງການຂອງເມືອງແມ່ນອີງໃສ່ສະພາບຄວາມເປັນຈິງ ເພາະໄລຍະນີ້ຍັງຢູ່ໃນໄລຍະຮັກສາໄລຍະຫ່າງ ແລະ ຫຼີກລ້ຽງບ່ອນທີ່ມີຈໍານວນພົນຫຼາຍ

ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ຍັງໄດ້ຮຽກຮ້ອງໃຫ້ປະຊາຊົນບັນດາເຜົ່າ ຜູ້ໃດທີ່ມີຄວາມສາມາດປູກຕາມຫົວໄຮ່ປາຍນາ, ຕາມຮົ້ວສວນ ໃຫ້ຍາດແຍ່ງໃຊ້ງົບປະມານຂອງຕົນໃນການຊື້ເບ້ຍໄມ້, ບຸກເບີກ, ເຮັດຮົ້ວ ເອົາໃຈໃສ່ປູກ ເພື່ອອານາຄົດ…ອ່ານຕໍ່

ຫົວໜ້າ ປກສ ແຂວງເຊກອງລົງຢ້ຽມຢາມພະນັກງານປະຈໍາປ້ອມກວດກາຢູ່ເມືອງທ່າແຕງ



ທ່ານ ພົນຈັດຕະວາ ສົມໄຊ ພູລະຄຳມະນີ ກໍາມະການປະຈຳພັກແຂວງ, ຫົວໜ້າກອງບັນຊາການ ປກສ ແຂວງເຊກອງ ພ້ອມດ້ວຍຄະນະ ລົງຢ້ຽມຢາມ ແລະໃຫ້ກໍາລັງພະນັກງານທີ່ປະຈໍາການຢູ່ຈຸດກວດຄັດກອງຄົນເຂົ້າ-ອອກແຂວງ ເພື່ອປ້ອງກັນພະຍາດໂຄວິດ-19 ຢູ່ 4 ຈຸດຂອງເມືອງທ່າແຕງ

ເພື່ອສືບຕໍ່ປະຕິບັດບັນດາມາດຕະການຕ່າງໆຈໍານວນໜຶ່ງຢ່າງເຂັ້ມງວດຕໍ່ການປ້ອງກັນ, ບໍ່ໃຫ້ມີການລະບາດພາຍໃນແຂວງເຊກອງ ຈຶ່ງໃຫ້ພະນັກງານ-ນັກຮົບສອງກໍາລັງປະກອບອາວຸດ ໂດຍສະເພາະກໍາລັງ ປກສ ທຸກຂັ້ນສືບຕໍ່ປະຕິບັດຄໍາສັ່ງເລກທີ 15/ນຍ, ຄໍາສັ່ງຂອງທ່ານເຈົ້າແຂວງ ແລະແຈ້ງການຕ່າງໆ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະຕ້ານພະຍາດໂຄວິດ -19 ຢ່າງເຂັ້ມງວດ ໂດຍສະເພາະແມ່ນສະກັດກັ້ນບໍ່ໃຫ້ພໍ່ແມ່ປະຊາຊົນ, ພໍ່ຄ້າ-ຊາວຂາຍ ເຄື່ອນໄຫວໄປມາຕາມລຳພັງໃຈ…ອ່ານຕໍ່

ເຈົ້າແຂວງ ເນັ້ນໃຫ້ ຄລທ ເອົາໃຈໃສ່ຫຼາຍບັນຫາໃນການຄຸ້ມຄອງການລົງທຶນ ຢູ່ແຂວງເຊກອງ



ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງ-ແຂວງເຊກອງ ໄດ້ເຂົ້າຮ່ວມເປັນປະທານກອງປະຊຸມສະຫຼຸບວຽກງານຄຸ້ມຄອງການລົງທຶນຂອງລັດ, ຂອງເອກະຊົນພາຍໃນ ແລະຕ່າງປະເທດ ປະຈໍາປີ 2020

ທ່ານໄດ້ເນັ້ນໜັກໃຫ້ຄະນະກຳມະການຄຸ້ມຄອງການລົງທຶນ, ມີການຈັດຕັ້ງປະຕິບັດ, ມີການຕິດ-ຕາມກວດກາຢ່າງເປັນລະບົບ ຮັບປະກັນສິດຜົນປະໂຫຍດຂອງຊາດ ແລະແນໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າຢູ່ແຂວງເຊກອງ…ອ່ານຕໍ່

ໂຮງຮຽນ ມສ ຊົນເຜົ່າແຂວງເຊກອງ ເຂັ້ມງວດປະຕິບັດມາດຕະການປ້ອງກັນໂຄວິດ-19



ພາຍທີ່ເຂົ້າຮຽນຄືນໃຫມ່ ໂຮງຮຽນ ມສ ຊົນເຜົ່າແຂວງເຊກອງ ກໍ່ໄດ້ສືບຕໍ່ປະຕິບັດຕາມມາດຕະການທີ່ລັດຖະບານ ກໍຄືຄະນະສະເພາະກິດຂັ້ນສູນກາງ ແລະທ່ານເຈົ້າແຂວງວາງອອກຢ່າງ

ຍັງໄດ້ແນະນໍາໃຫ້ນັກຮຽນອະນາໄມຫ້ອງຮຽນ, ຫ້ອງນອນ, ຫ້ອງນໍ້າ ແລະເດີ່ນບໍລິເວນໂຮງຮຽນໄປຄຽງຄູ່ກັບການໂຄສະນາມາດຕະການປ້ອງກັນພະຍາດໂຄວິດ-19 ໃຫ້ເຂົາເຈົ້າໄດ້ຮັບຮູ້ ນັກຮຽນຊັ້ນ ມ4 ທັງໝົດ 96 ຄົນ, ຍິງ 50 ຄົນແບ່ງອອກເປັນ 4 ຫ້ອງຮຽນ ແລະຊັ້ນ ມ7 ມີ 38 ຄົນ, ຍິງ 21 ຄົນແບ່ງອອກເປັນ 2 ຫ້ອງຮຽນ

ໄດ້ເຂັ້ມງວດເປັນຕົ້ນແມ່ນແນະນໍາໃຫ້ພະນັກງານຄູ-ອາຈານ ແລະນັກຮຽນຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ໃສ່ຜ້າອັດປາກ-ອັດດັງ, ລ້າງມືດ້ວຍນໍ້າສະອາດໃສ່ສະບູ ຫຼື ເຈວລ້າງມືກ່ອນເຂົ້າຫ້ອງຮຽນ ແລະຫຼັງອອກຈາກຫ້ອງຮຽນເປັນປະຈໍາທຸກມື້…ອ່ານຕໍ່

More from author

Related posts

Latest posts

VietJet ໄດ້ຮັບກຽດເປັນ “ສາຍການບິນທີ່ມີລາຄາຕໍ່າສຸດໃນໂລກ” ອີກຄັ້ງໜຶ່ງໃນປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 13 ກຸມພາ 2025) – VietJet ໄດ້ຮັບການສະເໜີຊື່ອີກຄັ້ງໜຶ່ງໃຫ້ເປັນຜູ້ຊະນະລາງວັນສາຍການບິນລາຄາປະຢັດພິເສດສຳລັບປີ 2025 ໂດຍລາງວັນນີ້ຖືເປັນໝວດໝູ່ລາງວັນສາຍການບິນທີ່ດີທີ່ສຸດຂອງໂລກຈາກ AirlineRatings.com, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທີ່ໄດ້ຮັບການຍອມຮັບທົ່ວໂລກ.

ປະຢັດຄ່າປີ້ໂດຍສານໄປທ່ຽວປະເທດຫວຽດນາມ ດ້ວຍສ່ວນຫຼຸດ 50% ຂອງ Vietjet.

(ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2025) – ເລີ່ມຕົ້ນການເດີນທາງທີ່ໜ້າຕື່ນຕາຕື່ນໃຈຂອງລະດູໃບໄມ້ປົ່ງສຳລັບສາຍການບິນ Vietjet ທີ່ເປີດຕົວໂປຣໂມຊັນໃນອາທິດທອງ ເຊິ່ງມີສ່ວນຫຼຸດເຖິງ 50% ທຸກເສັ້ນທາງໃນລະຫວ່າງວັນທີ 10 – 16 ກຸມພາ 2025 ສຳລັບນັກທ່ອງທ່ຽວຈາກລາວທີ່ກຳລັງວາງແຜນຈະມາທ່ຽວຫວຽດນາມ ເພື່ອສຳຜັດທຳມະຊາດທີ່ງົດງາມ, ປະຫວັດສາດອັນຍາວນານ ຫຼື ເມືອງທີ່ມີຄວາມໜ້າຕື່ນຕາຕື່ນໃຈ ເຊິ່ງເໝາະກັບຊ່ວງເວລານີ້ທີ່ຈະວາງແຜນໄປທ່ອງທ່ຽວ.

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.