Saturday, November 1, 2025
Kbank Laos โอน รับ จ่าย

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ 25 ທັນວາ 2021 | ສຳນັກຂ່າວມີເດຍລາວ ໄດ້ໃຫ້ຮູ້ວ່າ:

ເສດຖະກິດ ແຂວງອຸດົມໄຊ ໃນປີ 2021 ຂະຫຍາຍຕົວໃນລະດັບ 3,47%

ແຂວງອຸດົມໄຊ ຍັງສືບຕໍ່ມີສະຖຽນລະພາບ ທາງດ້ານການເມືອງ,ມີຄວາມສະ ຫງົບ,ມີຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢ່າງຫນັ້ກແຫນ້ນ,ເປັນຕົ້ນແມ່ນການສະກັດກັ້ນການລະບາດຂອງພະຍາດໂຄວິດ -19 ເຊິ່ງເຮັດໃຫ້ທົ່ວແຂວງ

ແລະຍັງມີການເຕີບໂຕ ທາງດ້ານເສດຖະກິດ ຫລື ລວມຍອດພະລິດຕະພັນພາຍໃນ ( GDP ) ຂະຫຍາຍຕົວໃນລະດັບ 3,47% ຖ້າທຽບໃສ່ທິດທາງແຜນການ ທີ່ສະພາບຮັບຮອງແມ່ນບໍ່ບັນລຸຕາມເປົ້າຫມາຍ( ມະຕິສະພາຮັບຮອງແມ່ນ 6,66% ) ລວມມູນຄ່າ ພະລິດຕະພັນພາຍໃນທັງຫມົດ 5 ພັນ 4 ຮ້ອຍກວ່າຕື້ກີບ ( 5.463,45 ຕື້ກີບ )…ອ່ານຕໍ່

ເມືອງຊົນນະບູລີ ເລັ່ງສັກວັກຊິນປ້ອງກັນໂຄວິດ-19 ໃຫ້ກັບເດັກອາຍຸ 12 – 17 ປີ

ປັດຈຸບັນການໃຫ້ບໍລິການດ້ານວັກຊີນປ້ອງກັນພະຍາດວິດ-19 ໃຫ້ກັບເດັກທີ່ມີອາຍຸແຕ່ 12–17 ປີ ເມືອງຊົນນະບູລີ ແຂວງສະຫວັນນະເຂດ ແມ່ນໄດ້ມີການຈັດຕັ້ງຢ່າງເປັນຂະບວນການທີ່ກວ້າງຂວາງ ທັງນີ້ກໍ່ເພື່ອເປັນການສ້າງພູມຄຸ້ມກັນ

ຜ່ານການລົງເຄື່ອນໄຫວຕົວຈິງສາມາດປະຕິບັດໃນການສັກວັກຊິນຊະນິດຊີໂນຟາມເຂັມທີ 1 ໃຫ້ກັບເດັກໄດ້ແລ້ວ 509 ຄົນ ເຊີ່ງໄດ້ຈັດແບ່ງເປັນ 10 ທິມລົງເຄື່ອນໄຫວຕາມສຸກສາລາ, ເຂດກຸ່ມບ້ານ, ໂຮງຮຽນ ມສ ໂນນສະຫວ່າງ, ມສ ບຶງຊ້າງ ແລະ ມສ ໂພໄຊຄູນ…ອ່ານຕໍ່

ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ຮັບນາມມະຍົດສາສະດາຈານກິດຕິມະສັກ

อาจเป็นรูปภาพของ 2 คน และ ผู้คนกำลังยืน

ໃນວັນທີ 22 ທັນວາ 2021 ທີ່ຜ່ານມາ ໃນງານພິທີສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ ຄົບຮອບ 25 ປີ (05 ພະຈິກ 1996-2021) ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ໄດ້ຮັບວິທະຍານາມມະຍົດວິຊາການຄູ ສາສະດາຈານກິດຕິມະສັກ ໃນສາຂາຍຸດທະສາດການພັດທະນາ…ອ່ານຕໍ່

ໂຄງການມູນນິທິແຫ່ງ ສປປ ລາວ ຊ່ວຍເຫຼືອ 15 ຄອບຄົວທຸກຍາກ

 ໂຄງການມູນນິທິຊ່ວຍເຫຼືອຄວາມທຸກຍາກແຫ່ງ ສປປລາວ ໄດ້ນຳເອົາເຄື່ອງມາຊ່ວຍເຫຼືອປະຊາຊົນຜູ່ທຸກຍາກຈຳນວນ 15 ຄອບຄົວຂອງບັານຜາລະແວກ ເມືອງຮົ່ມ ແຂວງໄຊສົມບູນ

ເຊິ່ງເຄື່ອງດັ່ງກ່າວກໍປະກອບມີຜ້າຫົ່ມ 90 ຜືນ, ເສື້ອກັນໜາວນ້ອຍ-ໃຫຍ່ 100 ຜືນ, ເຄື່ອງເຮືອນຄົວ ແລະ ເຄື່ອງນຸ່ງຮົ່ມອີກຈຳນວນໜຶ່ງ ລວມມູນຄ່າ 9 ລ້ານກວ່າກີບ...ອ່ານຕໍ່

ມອບ-ຮັບໂຄງການກໍ່ສ້າງສວນອະນຸສາວະລີ “ ອົງແກ້ວ “ ແຂວງເຊກອງ

ໂຄງການກໍ່ສ້າງສວນອະນຸສາວະລີອົງແກ້ວ ຕັ້ງຢູ່ບ້ານໃໝ່ຫົວເມືອງ ເມືອງລະມາມແຂວງເຊກອງ, ມີມູນຄ່າການກໍ່ສ້າງທັງໝົດ 23 ຕື້ກວ່າກີບ, ມີເນື້ອທີ່ການກໍ່ສ້າງຕົວຕົວ 4,11 ເຮັກຕາ ໂດຍແມ່ນບໍລິສັດ ຈະເລີນເຊກອງກຣຸບ ຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ

ປັດຈຸບັນ ວຽກກໍ່ສ້າງຖານຕັ້ງຮູບປັ້ນຫຼໍ່ ແລະ ວຽກປັ້ນຫຼໍ່ຮູບທ່ານອົງແກ້ວ ໄດ້ລົງມືກໍ່ສ້າງໃນວັນທີ 5 ມີນາ 2015 ມາຮອດປີ 2019 ການກໍ່ສ້າງໄດ້ສໍາເລັດ 100%...ອ່ານຕໍ່

More from author

Related posts

Latest posts

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.

Vietjet ສະເໜີປີ້ລາຄາສູນເປັນເວລາ 3 ມື້ ເທົ່ານັ້ນ ຈົນຮອດວັນທີ 31 ຕຸລາ 2025

ນະຄອນຫຼວງວຽງຈັນ, ວັນທີ 29 ຕຸລາ 2025 – ເພື່ອສະເຫຼີມສະຫຼອງການເປີດເສັ້ນທາງບິນໃໝ່ໃນທົ່ວພາກພື້ນອາຊີ-ປາຊີຟິກ ແລະ ໄດ້ຮັບການຮັບຮູ້ຈາກສາກົນຄັ້ງຫຼ້າສຸດ, ບໍລິສັດ Vietjet ໄດ້ສະເໜີໂປຣໂມຊັ່ນພິເສດ ປີ້ Eco-tickets ທີ່ເລີ່ມຕົ້ນພຽງແຕ່ $0 ໂດລາສະຫະລັດ (ບໍ່ລວມພາສີ ແລະ ຄ່າທໍານຽມ) ເປັນເວລາສາມມື້ ເລີ່ມແຕ່ວັນທີ 29 ຫາ 31 ຕຸລາ 2025.