Thursday, October 30, 2025
Kbank Laos โอน รับ จ่าย

ຍັງບໍ່ທັນເປີດເທື່ອ! ບໍລິການຂົນສົ່ງໂດຍສານ ລະຫວ່າງປະເທດ ລາວ-ໄທ

ຈາກການລາຍງານຂອງເວັບໄຊ matichon.co.th ທີ່ໄດ້ລາຍງານວ່າ ໃນວັນທີ 1 ກຸມພາ 2022 ນີ້ ທີ່ຈະມາເຖິງນີ້ ຈະມີການເປີດໃຫ້ບໍລິກາຂົນສົ່ງໂດຍສານລະຫວ່າງປະເທດ ລາວ-ໄທ ໃນ 13 ສາຍທາງ ຄື:  

  1. ນະຄອນຫຼວງ ວຽງຈັນ – ໜອງຄາຍ. 
  1. ນະຄອນຫຼວງ ວຽງຈັນ – ອຸດອນ. 
  1. ນະຄອນຫຼວງ ວຽງຈັນ – ຂອນແກ່ນ. 
  1. ນະຄອນຫຼວງ ວຽງຈັນ – ກຸງເທບ. 
ຈຸດຂາຍປີ້ລົດເມ ລາວ-ໄທ ຄິວຕະຫຼາດເຊົ້າ ຍັງຄົງປິດໃຫ້ບໍລິການ ແລະ ບໍ່ຮູ້ວ່າຈະກັບມາເປີດຂາຍປີ້ໄດ້ຕອນໃດ
  1. ປາກເຊ – ອຸບົນລາດຊະທານີ. 
  1. ສະຫວັນນະເຂດ – ມຸກດາຫານ. 
  1. ທ່າແຂກ – ນະຄອນພະນົມ. 
  1. ຫຼວງພະບາງ – ຊຽງໃໝ່. 
  1. ວັງວຽງ – ໜອງຄາຍ – ອຸດອນ. 
  1. ປາກເຊ – ກຸງເທບ. 
  1. ບໍ່ແກ້ວ – ຊຽງຂອງ – ຊຽງລາຍ. 
  1. ຫຼວງພະບາງ – ໄຊຍະບູລີ – ເລີຍ. 
  1. ຫຼວງພະບາງ – ນ່ານ. 
ຄິວລົດເມ ຕະຫຼາດເຊົ້າ-ຕະຫຼາດຂົວດິນ

ຈາກການສອບຖາມຂໍ້ມູນຕົວຈິງເບື້ອງຕົ້ນໃນ ລາວ ເປັນຕົ້ນແມ່ນຢູ່ ນະຄອນຫຼວງ ວຽງຈັນ ຈຸດຂາຍປີ້ ລົດເມລະຫວ່າງປະເທດ ລາວ-ໄທ ແມ່ນຍັງບໍ່ທັນມີແຜນ ຫຼື ແຈ້ງການອອກມາເທື່ອວ່າ ຈະມີການເປີດໃຫ້ບໍລິການໂດຍສານຄືນໃໝ່, ແຕ່ມີຂ່າວວ່າຈະເປີດໃຫ້ບໍລິການຄືນ 3 ສາຍທາງ ໃນວັນທີ 2 ກຸມພາ 2022 ສະເພາະໃນ ນະຄອນຫຼວງ ວຽງຈັນ. 

ສຳລັບ ຄິວລົດເມສາຍໃຕ້ ທີີ່ໃຫ້ບໍລິການໂດຍສານລະຫວ່າງປະເທດ ສາຍທາງ ນະຄອນຫຼວງ ວຽງຈັນ – ກຸງເທບ, ນະຄອນຫຼວງ ວຽງຈັນ – ໂຄຣາດ ແລະ ສາຍທາງ ນະຄອນຫຼວງ ວຽງຈັນ – ຂອນແກ່ນ ໃຫ້ຮູ້ວ່າ ປັດຈຸບັນ ຍັງບໍ່ທັນມີແຈ້ງການອອກມາເທື່ອກ່ຽວກັບການເປີດໃຫ້ບໍລິການຂົນສົ່ງໂດຍສານລະຫວ່າງປະເທດ ລາວ-ໄທ ຄືນໃໝ່ ແລະ ຍັງບໍ່ຮູ້ວ່າຈະສາມາດໃຫ້ບໍລິການໄດ້ຕອນໃດ, ສ່ວນການບໍລິການຂົນສົ່ງພາຍໃນປະເທດ ແມ່ນຫຍັງໃຫ້ບໍລິການປົກກະຕິ ພາຍໃຕ້ມາດຕະການປ້ອງກັນຂອງພະຍາດ ໂຄວິດ-19 ທີ່ ຄະນະສະເພາະກິດວາງອອກ. 

ແນວໃດກໍດີ ໃຫ້ທ່ານຕິດຕາມຂ່າວຈາກທາງການອີກເທື່ອໜຶ່ງວ່າ ຈະມີແຈ້ງການອອກມາແນວໃດ.

More from author

Related posts

Latest posts

Vietjet ສະເໜີປີ້ລາຄາສູນເປັນເວລາ 3 ມື້ ເທົ່ານັ້ນ ຈົນຮອດວັນທີ 31 ຕຸລາ 2025

ນະຄອນຫຼວງວຽງຈັນ, ວັນທີ 29 ຕຸລາ 2025 – ເພື່ອສະເຫຼີມສະຫຼອງການເປີດເສັ້ນທາງບິນໃໝ່ໃນທົ່ວພາກພື້ນອາຊີ-ປາຊີຟິກ ແລະ ໄດ້ຮັບການຮັບຮູ້ຈາກສາກົນຄັ້ງຫຼ້າສຸດ, ບໍລິສັດ Vietjet ໄດ້ສະເໜີໂປຣໂມຊັ່ນພິເສດ ປີ້ Eco-tickets ທີ່ເລີ່ມຕົ້ນພຽງແຕ່ $0 ໂດລາສະຫະລັດ (ບໍ່ລວມພາສີ ແລະ ຄ່າທໍານຽມ) ເປັນເວລາສາມມື້ ເລີ່ມແຕ່ວັນທີ 29 ຫາ 31 ຕຸລາ 2025.

ສາຍການບິນ Vietjet ໄດ້ສ່ອງແສງໃນຖານະທີເປັນສາຍການບິນຊັ້ນນໍາຂອງອາຊີດ້ານປະສົບການລູກຄ້າ ໃນງານ World Travel Awards 2025

(ນະຄອນຫຼວງວຽງຈັນ, ວັນທີ 15 ຕຸລາ 2025) – Vietjet ໄດ້ຢືນຢັນຕໍາແໜ່ງຂອງຕົນອີກເທື່ອໜຶ່ງ ໃນຖານະສາຍການບິນຄື້ນລູກໃໝ່ຊັ້ນນຳຂອງອາຊີ, ຄວ້າລາງວັນອັນຊົງກຽດ “ສາຍການບິນຊັ້ນນຳຂອງອາຊີ - ປະສົບການລູກຄ້າ 2025” ທີ່ພິທີມອບລາງວັນ World Travel Awards (WTA) ອັນມີຊື່ສຽງ ຈັດຂຶ້ນທີ່ຮ່ອງກົງ.

Vietjet ມອບສ່ວນຫຼຸດ 50%ຖ້ຽວບິນ, ຟຣີຄ່າກະເປົາ ແລະ ອື່ນໆ ສຳລັບນັກທ່ອງທ່ຽວຈາກ ສປປ ລາວ

(ນະຄອນຫຼວງວຽງຈັນ, ວັນທີ 9 ຕຸລາ 2025) – ສາຍການບິນ Vietjet ໄດ້ເລີ່ມຕົ້ນແຄມເປນໂປຣໂມຊັ່ນຄັ້ງໃຫຍ່ທີ່ສຸດຂອງປີ, ໂດຍສະເໜີສ່ວນຫຼຸດຖ້ຽວບິນສູງສຸດ 50%, ຟຣີຄ່າກະເປົ໋າ, ຂໍ້ສະເໜີພິເສດສຳລັບໂຮງແຮມ ແລະ ອື່ນໆ ອີກຫຼາຍຢ່າງໃນຊ່ວງໄລຍະ Super Sale 10 ວັນ ທີ່ມີຈໍາກັດ. ໂປຣໂມຊັ່ນທີ່ໃຫຍ່ທີ່ສຸດຂອງສາຍການບິນໃນປີນີ້ ເຮັດໃຫ້ນັກທ່ອງທ່ຽວຊາວລາວສາມາດເຂົ້າເຖິງການເດີນທາງໃນທ້າຍປີໄປປະເທດຫວຽດນາມ ແລະ ຕ່າງປະເທດໄດ້ງ່າຍຂຶ້ນກວ່າທີ່ເຄີຍ.