ຄົນເຫັນແກ່ໂຕ ສ່ຽງ! ໂຣກຊຶມເສົ້າ

ນັກວິໄຈຈາກ ມະຫາວິທະຍາໄລ ແຫ່ງ ອີລີນອຍ ສະຫະລັດ ອາເມຣິກາ ເປີດເຜີຍຜົນການສຶກສາ ວ່າ: ໄວໜຸ່ມສາວທີ່ມີຈິດໃຈເຫັນແກ່ຄົນອື່ນຫຼາຍກວ່າໂຕເອງ ມີທ່າອ່ຽງວ່າ ຈະເປັນໂຣກຊຶມເສົ້າໜ້ອຍກວ່າ ຜູ້ທີ່ເຫັນແກ່ໂຕເອງ. 

ການສຶກສາໃນກຸ່ມໂຕຢ່າງໄວໜຸ່ມສາວອາຍຸປະມານ 15-16 ປີ ພົບວ່າ: ຜູ້ທີ່ມີຄວາມສຸກໃນການເຮັດກິດຈະກຳ ເພື່ອສັງຄົມຕ່າງໆ ແລະ ພ້ອມທີ່ຈະບໍລິຈາກເງິນຊ່ວຍເຫຼືອຜູ້ອື່ນ ຈະມີຄວາມສຸກ ແລະ ຍອມຮັບນັບຖືໃນໂຕເອງ ຫຼາຍກວ່າຜູ້ທີ່ເຫັນແກ່ໂຕ ຫຼື ພະຍາຍາມອອມເງິນໄວ້ສຳລັບໂຕເອງ ແຕ່ພຽງຢ່າງດຽວ. 

ສະຖິຕິໄວໜຸ່ມສາວ ທີ່ມີລັກສະນະເຫັນແກ່ໂຕມາຕັ້ງແຕ່ຍັງນ້ອຍ ມີອັດຕາການເຈັບປ່ວຍ ແລະ ເສຍຊີວິດເພີ່ມຂຶ້ນຈາກ 200% ເປັນ 300% ເນື່ອງຈາກມີພຶດຕິກຳສ່ຽງ ຫຼັງຈາກເກີດພາວະໂຣກຊຶມເສົ້າ ຊຶ່ງຜູ້ປ່ວຍໂຣກຊຶມເສົ້າໃນກຸ່ມຄົນພວກນີ້ ມີຈຳນວນເພີ່ມສູງຂຶ້ນຄືກັນ. 

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...