ຂໍຂອບໃຈນຳຜູ້ສະໜັບສະໜູນ

ການທີ່ເຮົາຈະເລືອກຮັກໃຜຄົນໃດຄົນໜຶ່ງ ແຕ່ບໍ່ຮູ້ວ່າເຂົາຄົນນັ້ນໆ ຈິງໃຈກັບເຮົາສ່ຳໃດ ແລະ ເຮັດໃຫ້ເຮົາມີຄວາມກັງວົນບໍ່ກ້າທີ່ຈະຕັດສິນໃຈຮັກເຂົາ, ແລະ 10 ສັນຍານຕໍ່ໄປນີ້ ອາດເຮັດໃຫ້ທ່ານຕັດສິນໃຈງ່າຍຂຶ້ນ. 

  1. ພຽງແຕ່ໄດ້ນັ່ງໃກ້ ກໍຮູ້ສຶກສະບາຍໃຈແລ້ວ ຊຶ່ງຕ່າງຝ່າຍຕ່າງກໍຍັງບໍ່ຫຼຸດຄຳທັກທາຍໃດໆ ອອກເລີຍ. 
  1. ເຖິງວ່າຄວາມນິຍົມລະຫວ່າງຜູ້ຍິງກັບຜູ້ຊາຍຈະແຕກຕ່າງກັນ ແຕ່ທ່ານກັບເຂົາກໍຍັງມີສິ່ງທີ່ມັກທີ່ຄ້າຍຄືກັນຢູ່ຫຼາຍຢ່າງ. 
  1.  ເຂົາອາດຢາກຈະໂທຫາ ຫຼື ສົ່ງຂໍ້ຄວາມຫາທ່ານ ທັງໆທີ່ວ່າ ບໍ່ແມ່ນມື້ສຳຄັນຫຍັງເລີຍ. 
  1. ເຖິງວ່າທ່ານຈະມີຂໍ້ບົກຜ່ອງ ແຕ່ເຂົາກໍບໍ່ໄດ້ໝິ່ນປະໝາດໃນສິ່ງທີ່ທ່ານເປັນ ແລະ ພະຍາຍາມທີ່ຈະເຂົ້າໃຈ. 
  1. ເຂົາອາດຈະມ່ວນຊື່ນ ແລະ ມີຄວາມສຸກກັບສິ່ງໃດສິ່ງໜຶ່ງ ທີ່ທ່ານເຄີຍເຮັດ ຫຼື ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເຖິງວ່າເລື່ອງນັ້ນຈະສຳຄັນ ຫຼື ບໍ່ສຳຄັນ. 
  1. ເຂົາຈະຈື່ຊື່ຂອງໝູ່ເພື່ອນ, ພໍ່ແມ່ ແລະ ຍາດຕິພີ່ນ້ອງ ຂອງທ່ານໄດ້ ແລະ ທ່ານກໍສາມາດຈື່ຈຳຊື່ຄົນໃກ້ໂຕຂອງເຂົາໄດ້ເຊັ່ນກັນ. 
  1. ເມື່ອຖ່າຍຮູບຄູ່ກັບເຂົາ ແລ້ວເຂົາບໍ່ຮູ້ສຶກອຶດອັດໃຈ. 
  1. ທ່ານສາມາດເຮັດສິ່ງໃດ ສິ່ງໜຶ່ງ ທີ່ເປັນໜ້າລັງກຽດ ຢູ່ຕໍ່ໜ້າຕໍ່ຕາເຂົາໄດ້ ຊຶ່ງເຂົາບໍ່ຮູ້ສຶກອັບອາຍຫຍັງເລີຍ. 
  1. ເຖິງວ່າທ່ານຈະມີນຳ້ໜັກຫຼາຍຂຶ້ນ ແຕ່ກໍບໍ່ກະທົບເຖິງຄວາມຮູ້ສຶກດີໆ ທີ່ມີຕໍ່ກັນເລີຍ. 
  1. ເຂົາຈະເວົ້າຄວາມລັບໃຫ້ທ່ານຟັງຢູ່ສະເໝີ ໃນເລື່ອງຕ່າງໆ ບໍ່ວ່າຈະເປັນເພື່ອນສະໜິດຂອງທ່ານທີ່ຍັງບໍ່ທັນຮູ້ຈັກກັບເຂົາມາກ່ອນ. 

Hits: 0

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້